ປະຫວັດຄວາມເປັນມາ

ປະຫວັດຄວາມເປັນມາໂດຍຫຍໍ້ຂອງ ໜັງສືພິມຄວາມສະຫງົບ

ໜັງສືພີມຄວາມສະຫງົບ ມີຖານະທຽບເທົ່າພະແນກ; ເຄື່ອນໄຫວພາຍໃຕ້ການຊິນໍານໍາພາຂອງຄະນະພັກບັນນາທິການຂ່າວສານ, ກົມໃຫຍ່ການເມືອງ ກະຊວງ ປກສ; ປະກອບມີບຸກຄະລາກອນຕົວຈິງໃນປັດຈຸບັນຈໍານວນ 33  ທ່ານ. ໃນນັ້ນ, ມີຄະນະບັນນາທິການຊີ້ນໍາໂດຍກົງ 1 ທ່ານ, ຄະນະບັນນາທິການໜັງສືພິມ ຈໍານວນ 5 ທ່ານ, ຍິງ 2 ທ່ານ, ພະນັກງານ ແລະ ນັກຂ່າວຈໍານວນ 27 ສະຫາຍ; ມີ 5 ໜ່ວຍງານຂື້ນກັບຄື: 1) ໜ່ວຍງານເລຂາ-ກວດແກ້ອັກສອນ, 2) ໜ່ວຍງານຂ່າວການເມືອງ-ເສດຖະກິດ, 3) ໜ່ວຍງານຂ່າວອາສະຍາກໍາ, 4) ໜ່ວຍງານຂ່າວຕ່າງປະເທດ-ເວັບໄຊ, 5) ໜ່ວຍງານເຕັກນິກ-ຈັດໜ້າ.

ໜັງສືພີມຄວາມສະຫງົບປັດຈຸບັນມີຂະນາດ 37 X 53 ຊມ, ມີ 16 ໜ້າ, ສອດສີ 4 ໜ້າ ມີ 12 ຄໍລໍາ: ຂ່າວປະຈໍາວັນ, ສ້ຽນສັງຄົມ, ເລື່ອງສັ້ນ-ກາບກອນ, ວຽກຈິງຄົນແທ້, ຮຽນຮູ້ກົດໝາຍ, ຂ່າວທອ້ງຖີນ, ຄະດີຕ່າງແດນ, ເຫດການເດັ່ນຮອບໂລກ, ຮອບໂລກກິລາ, ຂອບຖະໜົນ, ຮູ້ໄວ້ໄດ້ປະໂຫຍດ, ຂ່າວພາບ ແລະ ບໍລິການໂຄສະນາຮັບໃຊ້ສັງຄົມ. ປະລິມານການພີມຮັບໃຊ້ສັງຄົມໃນແຕ່ລະວັນແມ່ນ 2.000-2.500 ສະບັບ/ວັນ ໂດຍແຈກຍາຍພາຍໃນກໍາລັງ ປກສ ແລະ ຈຳນ່າຍໃຫ້ປະຊາຊົນທົ່ວໄປ. ນອກຈາກນັ້ນ, ກໍຍັງມີການບໍລິການຮັບກະຈາຍຂ່າວທາງອອນໄລ ເຊັ່ນ: ເຟສບຸກ ແລະ ທາງເວັບໄຊ ຕື່ມອິກຢ່າງເປັນປົກກະຕິໃນແຕ່ລະວັນ.

ໜັງສືພິມຄວາມສະຫງົບ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 12 ຕຸລາ 1997 ເຮັດໜ້າທີ່ເປັນກະບອກສຽງຂອງກໍາລັງປ້ອງ ປກສ, ໂຄສະນາເຜີຍແພ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະຜົນງານ, ການເຄື່ອນໄຫວວຽກງານວິຊາສະເພາະຂອງກຳລັງ ປກສ ກ່ຽວກັບການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຂອງບັນດາກົມກອງເຫຼົ່າຮົບວິຊາສະເພາະອ້ອມຂ້າງກະຊວງ, ປກສ ນະຄອນຫຼວງ, ປກສ ແຂວງໃນທົ່ວປະເທດ ກໍຄືການເປັນສື່ກາງຂອງໜັງສືພີມຄວາມສະຫົງບໃຫ້ແກ່ປະຊາຊົນລາວບັນດາເຜົ່າກັບການຈັດຕັ້ງພັກ-ລັດ ໂດຍສະເພາະກໍາລັງ ປກສ ກັບພາກສ່ວນອື່ນໃຫ້ມີຄວາມສະດວກວ່ອງໄວທັນການປະສານສົມທົບຢ່າງມີປະສິດທິພາບສູງ, ມີຄວາມໃກ້ສິດຕິດແທດຢ່າງສະໜິດແນ້ນຍິ່ງໆຂື້ນ.

ໃນເບື້ອງຕົ້ນ, ໜັງສືພິມຄວາມສະຫງົບ ເປັນໜັງສືພີມລາຍເດືອນ ມີຂະນາດ 27 X 39 ຊມ, ມີ 12 ໜ້າ, ບໍລິມາດການພີມຮັບໃຊ້ສັງຄົມເດືອນລະ 3.500 ສະບັບ ໂດຍການແຈກຍາຍພາຍໃນກໍາລັງ ປກສ ເປັນຫຼັກ. ສໍາລັບການຈັດໜ້າແມ່ນເຮັດແບບປະຖົມປະຖານ ພີມໃສ່ເຈ້ຍແລ້ວມາຕັດຕິດເປັນມາແກດແລ້ວຈິງສົ່ງເຂົ້າໂຮງພີມ ໂດຍມີພະນັກງານພຽງ 8 ສະຫາຍ.

ຮອດວັນທີ 12 ຕຸລາ 2005 ຈິ່ງໄດ້ປັບປຸງຈາກລາຍເດືອນມາເປັນລາຍປັກ 15 ວັນ, ມີຂະນາດ 27 X 39 ຊມ, ມີຈໍານວນ 16 ໜ້າ, ບໍລິມາດການພີມແມ່ນເພີ່ມຂື້ນເປັນ 4.000 ສະບັບ/ເດືອນ. ນອກຈາກການແຈກຢາຍຫຼ້າພາຍໃນກໍາລັງ ປກສ ແລ້ວ, ຍັງມີການຈໍາໜ່າຍອອກສູ່ສັງຄົມຕື່ມອິກຈໍານວນໜຶ່ງ.

ຮອດວັນທີ 1 ຕຸລາ 2007 ເພື່ອເປັນການສະເຫຼີມສະຫຼອງໜັງສືພີມຄວາມສະຫງົບ ຄົບຮອບ 10 ປີໄດ້ມີການປັບປຸງເພີ່ມຈາກ 16 ໜ້າມາເປັນ 20 ໜ້າ, ໂດຍບໍລິມາດການພີມແມ່ນ 4.000 ສະບັບ/ເດືອນ.

ຮອດວັນທີ 8 ກໍລະກົດ 2013, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງຂອງພັກ, ກໍຄືຂອງກໍາລັງ ປກສ ໃຫ້ທັນສະໄໝເທື່ອລະກ້າວນັ້ນ ໜັງສືພີມຄວາມສະຫງົບໄດ້ປັບຈາກລາຍອາທິດມາເປັນລາຍວັນ, ເພີມຂະນາດມາເປັນ 37 X 53 ຊມ, ມີຈຳນວນ 12 ໜ້າ, ສອດສີຈຳນວນ 2 ໜ້າ, ບໍລິມາດການພີມເພີ່ມມາເປັນ 1.500 ສະບັບຕໍ່ວັນ ຫຼື ເທົ່າກັບ 34.500 ສະບັບ/ເດືອນ

ເພື່ອເປັນການຕ້ອນຮັບ 20 ປີຂອງໜັງສືພີມຄວາມສະຫງົບ ແລະ ຕອບສະ ໜອງຕາມໜ້າທີ່ການເມືອງທີ່ພັກ-ລັດ, ຮອດປີ 2017 ໜັງສືພິມຄວາມສະຫງົບ ໄດ້ມີການປັບປຸງຈາກ 12 ໜ້າມາເປັນຈໍານວນ 16 ໜ້າ, ຈາກສອດສີ 2 ໜ້າມາສອດສີເພີ່ມເປັນ 4 ໜ້າ, ບໍລິມາດການພີມໄດ້ເພີ່ມເປັນ 2000-2500 ສະບັບຕໍ່ວັນ ຫຼື ເທົ່າກັບ 57.500 ສະບັບ/ເດືອນໃນປັດຈຸບັນ.

ພ້ອມນັ້ນ, ກໍໄດ້ເພີ່ມການຈະຈາຍຂ່າວອອກທາງເຟບບຸກ (www.facebook.com/ໜັງສືພີມຄວາມສະຫງົບ LSecurityNews) ແລະ ສາມາດສ້າງຕັ້ງເວັບໄຊ (www.lsecuritynews.com) ສຳເລັດໃນທ້າຍເດືອນ ສິງຫາ 2017 ແລະ ນໍາໃຊ້ໃນວັນທີ 1 ກັນຍາ 2017 ເປັນຕົ້ນມາ.

ຕະຫຼອດໄລຍະເວລາ 20 ກວ່າປີທີ່ຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະນໍາກະຊວງ ປກສ, ກໍຄືຄະນະພັກຄະນະບັນນາທິການຂ່າວສານ ປກສ, ຄະນະບັນາທິການໜັງສືພີມຄວາມສະຫງົບພວກເຮົາ ພ້ອມດ້ວຍພະນັກງານ-ນັກຮົບທຸກສະຫາຍ ໄດ້ສຸມທຸກສະຕິປັນຍາຮັບໃຊ້ພາລະໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ຕັ້ງໜ້າພັດທະນາໜັງສືພິມຄວາມສະຫງົບໃຫ້ຮັບປະກັນທັງດ້ານຄຸນນະພາບ ແລະ ເນື້ອໃນ, ສ້າງຜົນງານອັນພົ້ນເດັ່ນໃນຫຼາຍດ້ານ, ເຄື່ອນໄຫວເປັນກະບອກສຽງທີ່ແຫຼມຄົມໃຫ້ແກ່ກຳລັງ ປກສ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ເພື່ອເຮັດໃຫ້ມະຫາຊົນ ແລະ ຊັ້ນຄົນຕ່າງໆເຫັນໄດ້ພັນທະໜ້າທີ່, ຄວາມຮັບຜິດຊອບຂອງຕົນໃນການການປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕອບຕ້ານທຸກກົນອຸບາຍທຳລາຍມ້າງ ເພຂອງພວກຄົນບໍ່ດີ ແລະ ອິດທິກຳລັງປໍລະປັກ. ຄຽງຄຸ່ກັນນັ້ນ, ຍັງສະໜອງບັນດາຂໍ້ມູນຂ່າວສານທາງດ້ານການເມືອງ-ແນວຄິດ, ເສດຖະກິດ-ສັງຄົມ, ວິທະຍາສາດເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ປະຊາຊົນໃນສັງຄົມ ແລະ ກຳລັງ ປກສ ດ້ວຍຫຼາຍຮູບຫຼາຍສີ.

ດ້ວຍຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວດັ່ງກ່າວ, ໜັງສືພີມຄວາມສະຫງົບໄດ້ຮັບຍ້ອງຍໍປະເພດຫຼຽນໄຊແຮງງານຊັ້ນ II ຈໍານວນ 2 ໜ່ວຍ.

ຄະນະບັນນາທິການໜັງສືພິມຄວາມສະຫງົບໃນແຕ່ລະໄລຍະ

  • ປີ 1997-1999

ຮອ ບົວພາ ຖິ່ນແກ້ວເມືອງເໜືອ           ຫົວໜ້າ

ຮອ ຈັນໄຕ ພິມມະຈັນ                      ຮອງ

ຮທ ພອນສະຫວັນ ອຸດົມເພັດ             ຮອງ

  • ປີ 1999-2000

ພັຕ ບົວພາ ຖິ່ນແກ້ວເມືອງເໜືອ           ຫົວໜ້າ

ຮທ ພອນສະຫວັນ ອຸດົມເພັດ             ຮອງ

  • ປີ 2000-2003

ພັຕ ຈັນໄຕ ພິມມະຈັນ                      ຫົວໜ້າ

ຮອ ພອນສະຫວັນ ອຸດົມເພັດ              ຮອງ

ຮທ ກິແກ້ວ ຄໍາຈັນ                         ຮອງ

  • ປີ 2003-2005

ຮອ ພອນສະຫວັນ ອຸດົມເພັດ              ຫົວໜ້າ

ຮຕ ສູນທະລາວົງ ພູນທອງສີ               ຮອງ

ຮຕ ສໍລະທົງ ວິລະຈັກ                      ຮອງ

  • ປີ 2006-2008

ພັຕ ພອນສະຫວັນ ອຸດົມເພັດ              ຫົວໜ້າ

ຮອ ສູນທະລາວົງ ພູນທອງສີ               ຮອງ

ຮອ ຈັນທີ ອິນຄໍາແສງ                      ຮອງ

ຮອ ຈໍາປາ ແສງສຸລິຍາ                      ຮອງ

  • ປີ 2009-2012

ພັທ ພອນສະຫວັນ ອຸດົມເພັດ             ຫົວໜ້າ

ພັຕ ຈັນທີ ອິນຄໍາແສງ                      ຮອງ

ພັຕ ຈໍາປາ ແສງສຸລິຍາ                      ຮອງ

  • ປີ 9/2012-4/2013 (ຄະນະກົມຜູ້ຊີ້ນໍາ: ພັທ ພອນສະຫວັນ ອຸດົມເພັດ)

ພັຕ ຈັນທີ ອິນຄໍາແສງ            ຫົວໜ້າ

ພັຕ ຈໍາປາ ແສງສຸລິຍາ            ຮອງ

ຮອ ສຸດຕາ ວົງສົມພູ              ຮອງ

  • ປີ 5/2013-2017 (ຄະນະກົມຜູ້ຊີ້ນໍາ: ພັທ ພອນສະຫວັນ ອຸດົມເພັດ)

ພັຕ ຈັນທີ ອິນຄໍາແສງ            ຫົວໜ້າ

ພັຕ ຕູ້ ດວງມະນີ                  ຮອງ

ຮອ ສຸດຕາ ວົງສົມພູ              ຮອງ

ຮອ ນ ພູສີ ສົມພະອິນ            ຮອງ

  • ປີ 2017-ປັດຈຸບັນ (ຄະນະກົມຜູ້ຊີ້ນໍາ: ພັທ ພອນສະຫວັນ ອຸດົມເພັດ)

ພັທ ປອ ຕູ້ ດວງມະນີ            ຫົວໜ້າ

ພັຕ ນ ພູສີ ສົມພະອິນ            ຮອງ

ພັຕ ສຸດຕາ ວົງສົມພູ              ຮອງ

ຮອ ຄໍາພັນ ນັນທະວົງດວງສີ     ຮອງ

ພັຕ ນ ວິຄູນ ພົມມະຈັກ         ຮອງ