ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ໃນວັນທີ 16 ພຶດສະພາ 2018 ເພື່ອສ້າງຄວາມເປັນເອກະພາບໃຫ້ພະນັກງານຫຼັກແຫຼ່ງ ກໍຄືທົ່ວກຳລັງ ປກສ ແຂວງ ເປັນເຈົ້າການເຊື່ອມຊຶມກ່ຽວກັບບັນດາລະບຽບການ, ຫຼັກການ, ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ສິດ ແລະ ໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ໄດ້ກຳນົດໃນກົດໝາຍສະບັບນີ້ ແລ້ວນຳໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ເປັນປະທານນຳພາເຂົ້າຮ່ວມຮັບຟັງໂດຍ ພັທ ສົມສັກ ຂັດຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.

ພັທ ຄໍາສະໄຫວ ອິນທາທິລາດ ຫົວໜ້າພະແນກຄົ້ນຄວ້າປະຫວັດສາດ ປກສ ແຂວງ ເປີດເຜີຍໃຫ້ຮູ້ວ່າ: ກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ປະກອບມີ IX ພາກ, 6 ໝວດ ແລະ 55 ມາດຕາ, ໄດ້ກຳນົດລະບຽບການ, ຫຼັກການ, ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ສິດ ແລະ ໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ ແນໃສ່ເຮັດສຳເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ສະເພາະມາດຕາ 53 (ປັບປຸງ) ໄດ້ລະບຸກ່ຽວກັບມາດຕະການຕໍ່ຜູ້ລະເມີດ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ, ນາຍ ແລະ ພົນຕຳຫຼວດ ທີ່ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາຕາມກໍລະນີເບົາ ຫຼື ໜັກ.

ໂອກາດດຽວກັນ, ປກສ ແຂວງເຊກອງ ກໍໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງຄອມພິວເຕີ ເພື່ອເຮັດໃຫ້ພະນັກງານ-ນັກຮົບໄດ້ເຂົ້າໃຈແຈ້ງເຖິງໂທດ ແລະ ຄຸນປະໂຫຍດທີ່ຈະໄດ້ຮັບຈາກການໃຊ້ສື່ສັງຄົມອອນລາຍຕ່າງໆ.