ກອງບັນຊາການ ປກສ ເມືອງກະລືມ ແຂວງເຊກອງ ໄດ້ຈັດພິທີເຜີຍແຜ່ກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ໃນວັນທີ 17 ພຶດສະພາ 2018 ໃຫ້ບັນດາພະນັກງານຫຼັກແຫຼ່ງທົ່ວກອງບັນ ຊາການ ປກສ ເມືອງທີ່ ເຂົ້າຮ່ວມ ໄດ້ຮັບຮູ້, ເຂົ້າໃຈ ແລະ ກຳໄດ້ ເນື້ອໃນຈິດໃຈຂອງກົດໝາຍສະບັບນີ້ ເພື່ອເປັນເອກະພາບກັນໃນການນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ໄດ້ຮັບປະສິດທິຜົນເປັນຢ່າງດີ.

ພັທ ສົມສັກ ຂັດຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ໃຫ້ຮູ້ວ່າ: ກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ປະກອບມີ IX ພາກ, 6 ໝວດ ແລະ 55 ມາດຕາ ທີ່ໄດ້ກຳນົດລະບຽບການ, ຫຼັກການ, ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ສິດ ແລະ ໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມ ຊຳນິຊຳນານທາງດ້ານວິຊາສະເພາະ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ ແນໃສ່ເຮັດສຳເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ສະເພາະມາດຕາ 53 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ ໄດ້ລະບຸໄວ້ວ່າ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ, ນາຍ ແລະ ພົນຕຳຫຼວດທີ່ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາຕາມກໍລະນີເບົາ ຫຼື ໜັກ.

ໂອກາດດຽວກັນ, ພັຕ ເພັດສະຫວັນ ສິລິສອນ ຫົວໜ້າພະແນກຈັດຕັ້ງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ສະບັບເລກທີ 888/ກມປກ, ລົງວັນທີ 29 ມີນາ 2018 ຕົກລົງເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 11 ສະຫາຍ, ປະດັບຊັ້ນໂດຍ ພັທ ອາພັບ ຖິ່ນອົງແກ້ວ ຫົວໜ້າຫ້ອງການເມືອງກອງບັນຊາການ ປກສ ແຂວງ.