ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ໃນວັນທີ 25 ພຶດສະພາ 2018 ເປັນກຽດເຂົ້າຮ່ວມຮັບຟັງໂດຍ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍບັນດາຄະນະພັກ-ຄະນະບັນຊາບັນດາກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມເຊື່ອມຊຶມ ເພື່ອກຳແໜ້ນເນື້ອໃນກົດໝາຍ ແລ້ວນຳເອົາໄປຈັດຕັ້ງເຜີຍແຜ່ໃຫ້ພະນັກງານຫຼັກແຫຼ່ງພາຍໃນກົມກອງທີ່ຕົນຮັບຜິດຊອບຮັບຮູ້ຢ່າງທົ່ວເຖິງ ແລະ ພ້ອມກັນປະຕິບັດຕາມກົດໝາຍຢ່າງເຂັ້ມງວດ; ເຜີຍແຜ່ໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ເຊິ່ງທ່ານໄດ້ເນັ້ນເປັນພິເສດຕໍ່ມາດຕາ 39 ທີ່ກຳນົດ 11 ຂໍ້ຫ້າມ ເພື່ອໃຫ້ກຳລັງ ປກສ ມີສະຕິໃນການປະຕິບັດໜ້າທີ່ກໍຄືການດຳລົງຊີວິດໃນສັງຄົມ.

ໃນມາດຕາ 39 (ປັບປຸງ) ລະບຸວ່າ: ຫ້າມກຳລັງປ້ອງກັນຄວາມສະຫງົບປະຊາຊົນ ມີພຶດຕິກຳດັ່ງນີ້: 1. ລະເມີດລັດຖະທຳມະນູນ, ກົດໝາຍ, ລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແລະ ຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ; 2. ອອກຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ, ນະໂຍບາຍທີ່ຂັດກັບລັດຖະທຳມະນູນ, ກົດໝາຍ, ຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳທີ່ການຈັດຕັ້ງຂັ້ນເທິງວາງອອກ; 3. ປະລະໜ້າທີ່, ເມີນເສີຍ, ບໍ່ປະຕິບັດຕາມມະຕິ ຫຼື ຄຳສັ່ງຂອງຂັ້ນເທິງ; 4. ຍອມຈຳນົນ ແລະ ປະອາວຸດໃນເວລາຕໍ່ສູ້; 5. ປະຊາກສົບ ຫຼື ຜູ້ທີ່ໄດ້ຮັບບາດເຈັບໃນເວລາປະຕິບັດໜ້າທີ່; 6. ໃຊ້ສິດ, ໜ້າທີ່ຕຳແໜ່ງເກີນຂອບເຂດຄວາມຮັບຜິດຊອບຂອງຕົນ; 7. ໃຊ້ສິດ, ໜ້າທີ່ ແລະ ອາວຸດນາບຂູ່ປະຊາຊົນ; 8. ສວຍໃຊ້ສິດ, ໜ້າທີ່ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ; 9. ເອົາອາວຸດ, ລູກປືນ, ເຄື່ອງແບບ, ບັດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ບຸກຄົນໃນຄອບຄົວ ແລະ ຜູ້ອື່ນຢືມ, ນຳໃຊ້, ແລກປ່ຽນ, ຊື້-ຂາຍຢ່າງເດັດຂາດ; 10. ທຸກການກະທຳທີ່ເປັນການແບ່ງແຍກມ້າງເພທຳລາຍຄວາມສາມັກຄີພາຍໃນ; 11. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ.

ກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ປະກອບມີ IX ພາກ 6 ໝວດ 55 ມາດຕາ ທີ່ມີຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອຮັບປະກັນໃຫ້ກຳລັງດັ່ງກ່າວມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊຳນານທາງດ້ານວິຊາສະເພາະ, ມີແບບແຜນວີທີເຮັດວຽກທີ່ກ້າວໜ້າ ແລະ ທັນສະໄໝ ແນໃສ່ເຮັດສຳເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.