ມື້ວານນີ້, ພະນັກງານຫຼັກແຫຼ່ງພາຍໃນຄະນະບັນນາທິການຂ່າວສານ (ຄບສ) ແລະ ກົມໂຄສະນາອົບຮົມ (ຄອຮ) ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຮັບຟັງການເຜີຍແຜ່ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ເພື່ອພ້ອມກັນນໍາເອົາເນື້ອໃນທີ່ໄດ້ກຳນົດໄວ້ໃນແຕ່ລະມາດຕາຂອງກົດໝາຍສະບັບດັ່ງກ່າວ ໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ.

ພັອ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ເຜີຍແຜ່ໃຫ້ຮູ້ວ່າ: ກົດໝາຍສະບັບນີ້ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອຮັບປະກັນໃຫ້ກໍາລັງມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ, ມີແບບແຜນວິທີເຮັດວຽກທີ່ກ້າວໜ້າ ແລະ ທັນສະໄໝ, ແນໃສ່ເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

ກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ປະກອບມີ IX ພາກ, 6 ໝວດ ແລະ 55 ມາດຕາ; ສະເພາະມາດຕາ 29 (ປັບປຸງ) ເງື່ອນໄຂການເລື່ອນຊັ້ນນາຍ ແລະ ພົນຕໍາຫຼວດ ໄດ້ລະບຸວ່າ: ການເລື່ອນຊັ້ນນາຍ ແລະ ພົນຕຳຫຼວດ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້: 1. ເຖິງກໍານົດເວລາເລື່ອນຊັ້ນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 28 ຂອງກົດໝາຍສະບັບນີ້; 2. ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຫຼື ມີຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານອື່ນໆ; 3. ມີມາດຕະຖານຕາມທີ່ກໍານົດໄວ້ ໃນມາດຕາ 23 ຂອງກົດໝາຍສະບັບນີ້. ນາຍຕໍາຫຼວດທີ່ໄດ້ຮັບການແຕ່ງຕັ້ງຕໍາແໜ່ງສູງວ່າຊັ້ນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32 ຂອງກົດໝາຍສະບັບນີ້ ຕ້ອງໄດ້ມີການດັດແກ້ຊັ້ນໃຫ້ເໝາະສົມ ແລະ ສອດຄ່ອງກັບກົດໝາຍສະບັບນີ້ ແຕ່ກໍານົດເວລາການເລື່ອນຊັ້ນຕ້ອງເຖິງສອງສ່ວນສາມ. ໃນກໍລະນີນາຍຕໍາຫຼວດທີ່ມີຊັ້ນແຕ່ພັນໂທລົງມາ ເມື່ອຮອດກໍານົດເວລາການເລື່ອນຊັ້ນ ແຕ່ຫາກຍັງບໍ່ຄົບມາດຖານ ແລະ ເງື່ອນໄຂກໍຈະບໍ່ໄດ້ຮັບການເລື່ອນຊັ້ນ ແຕ່ມີການພິຈາລະນາໄປແຕ່ລະປີ ເຊິ່ງບໍ່ໃຫ້ເກີນໜຶ່ງຮອບ ຫາກຍັງບໍ່ໄດ້ຮັບການເລື່ອນຊັ້ນ ຈະໄດ້ຮັບນະໂຍບາຍຍົກຂັ້ນເງິນເດືອນຂຶ້ນອີກຂັ້ນໜຶ່ງ, ຖ້າວ່າມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ ກໍຈະໄດ້ຮັບການພິຈາລະນາໃຫ້ເລື່ອນຊັ້ນ.