ກອງບັນຊາການ ປກສ ແຂວງຫົວພັນ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິຄຳສັ່ງຂອງກົມການເມືອງສູນກາງພັກ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ໃຫ້ພະນັກງານຂັ້ນນຳພາ-ບັນຊາ, ພະນັກງານ-ນັກຮົບໃນວັນທີ 29 ພຶດສະພາຜ່ານມາ, ໂດຍການເຂົ້າຮ່ວມຂອງ ພັອ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ພັອ ແອນ ອຸ່ນອານົງນຸດ ໄດ້ກ່າວວ່າ: ການເຊື່ອມຊຶມມະຕິຄໍາສັ່ງຄັ້ງນີ້, ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນໄພອັນຕະລາຍຕໍ່ພັກແນໃສ່ເຊີດຊູບົດບາດ ຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກມີຄວາມປອດໃສເຂັ້ມແຂງໜັກແໜ້ນ, ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ສາມາດເປັນແກ່ນນຳທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ ເພື່ອຮັບປະກັນເຮັດໃຫ້ການນຳພາຂອງພັກຕອບສະໜອງຕໍ່ກັບການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່, ພັກມີຄວາມຈຳເປັນຕ້ອງສ້າງໜ່ວຍພັກ ແລະ ສະມາດຊິກພັກໃຫ້ມີຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກແຕ່ລະໄລຍະ ໃຫ້ປະກົດຜົນເປັນຈິງ.

ເອກະສານທີ່ນຳມາເຊື່ອມຊຶມໃນຄັ້ງນີ້, ມີຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການກະກຽມການດຳເນີນງານກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງການພັກເມືອງ-ນະຄອນຫຼວງ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ, ມະຕິຂອງກົມກາງເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ມະຕິວ່າດ້ວຍວຽກງານຄຸ້ມຄອງພະນັກງານ ແລະ ມະຕິວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ຄຳສັ່ງແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການເພີ່ມທະວີການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເອກະສານສຳຄັນອື່ນໆອີກຈຳນວນໜຶ່ງ.