ວັນທີ 4 ມິຖຸນານີ້, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ( ສນຫລ ) ໄດ້ຈັດພິທີເຜີຍແຜ່ນິຕິກໍາ ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃຫ້ຄະນະພັກ, ຄະນະໜ່ວຍ, ຄະນະຈຸ ແລະ ສະມາຊິກພັກ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບໝາກຜົນສູງ, ເຂົ້າຮ່ວມໂດຍ ພົຈວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ.

ໃນພິທີ, ທ່ານ ສິງຄໍາ ບຸນລືໄຕ ຮອງຫົວໜ້າກົມຈັດຕັ້ງ-ນະໂຍບາຍ ໄດ້ຜ່ານຄໍາສັ່ງສະບັບເລກທີ 03/ນຍ ລົງວັນທີ 9 ກຸມພາ 2018 ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ ໂດຍຍົກໃຫ້ເຫັນວ່າການວິເຄາະງານ ແລະ ການກໍານົດຕໍາແໜ່ງງານມີຄວາມສໍາຄັນຢ່າງຍິ່ງ ແລະ ມີຄຸນນະໂຫຍດຫຼາຍ, ຖ້າສາມາດກໍານົດຕໍາແໜ່ງຖືກຕ້ອງ, ຊັດເຈນ ແລະ ແທດເໝາະຕົວຈິງໄດ້ກໍຈະເຮັດໃຫ້ການສອບເສັງຄັດເລືອກລັດຖະກອນໃໝ່ ແລະ ການບັນຈຸສັບຊ້ອນພະນັກງານ-ລັດຖະກອນໃສ່ຕໍາແໜ່ງງານນັ້ນໆໄດ້ຢ່າງຖືກຕ້ອງຕາມວິຊາສະເພາະ ແລະ ຄວາມຮູ້-ຄວາມສາມາດຕົວຈິງຂອງພະນັກງານ-ລັດຖະກອນ ຈຶ່ງສາມາດແກ້ໄຂໄດ້ບັນຫາພະນັກງານເຫຼືອບໍ່ພໍໃນກົງຈັກການຈັດຕັ້ງທົ່ວລະບົບການເມືອງຂັ້ນຕ່າງໆ, ການສອບເສັງຄັດເລືອກລັດຖະກອນໃໝ່ເປັນວິທີໜຶ່ງທີ່ສໍາຄັນ ເພື່ອຮັບປະກັນໃຫ້ການບັນຈຸລັດຖະກອນເຂົ້າໃນກົງຈັກການຈັດຕັ້ງໄດ້ຜູ້ເກັ່ງ, ຜູ້ດີ, ຜູ້ມີຄວາມຮູ້-ຄວາມສາມາດ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານມີຄຸນນະພາບສູງຂຶ້ນຕາມທິດທາງພະນັກງານ-ລັດຖະກອນ ຜູ້ໜຶ່ງສາມາດເຮັດໄດ້ຫຼາຍໜ້າ ວຽກ; ສະນັ້ນ, ເພື່ອເສີມຂະຫຍາຍດ້ານດີ, ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ເພື່ອປັບປຸງຍົກສູງຄຸນນະພາບໃນການເຄື່ອນໄຫວວຽກງານຂອງກົງຈັກການຈັດຕັ້ງທົ່ວລະບົບການເມືອງຂັ້ນຕ່າງໆ ແລະ ການສອບເສັງຄັດເລືອກລັດຖະກອນໃໝ່ໃຫ້ຖືກທິດ ແລະ ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

ພ້ອມທັງຜ່ານບົດສະຫຼຸບສະພາບການປັບປຸງກົງຈັກການຈັດຕັ້ງໃນໄລຍະຜ່ານມາ, ເຜີຍແຜ່ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມກໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ, ຄໍາແນະນໍາ ສະບັບເລກທີ 291/ຄຈສພ ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມ ສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄໍາແນະນໍາ ສະບັບເລກທີ 292/ຄຈສພ ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 030, 031, 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ.