ມື້ວານນີ້, ກະຊວງ ປກສ ໄດ້ຈັດກອງປະຊຸມເປີດກວ້າງທາບທາມຮ່າງດຳລັດ ວ່າດ້ວຍການຄຸ້ມຄອງວຽກງານວິສາຫະກິດຮັກສາຄວາມປອດໄພ ເພື່ອຄົ້ນຄວ້າປັບປຸງຮ່າງດຳລັດດັ່ງກ່າວໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ແລະ ມີເນື້ອໃນສົມບູນຂຶ້ນກວ່າເກົ່າ, ເປັນປະທານໂດຍ ພັອ ກຽງຄຳ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ທັງເປັນຄະນະຊີ້ນຳການສ້າງດຳລັດ ກະຊວງ ປກສ, ມີບັນດາກົມກອງອ້ອມຂ້າງກະຊວງ ແລະ ຄະນະຮັບຜິດຊອບສ້າງຮ່າງດຳລັດ ເຂົ້າຮ່ວມ.

ພັອ ກຽງຄຳ ອິນແພງທະວົງ ກ່າວວ່າ: ກອງປະຊຸມທາບທາມໃນຄັ້ງນີິ້, ເພື່ອເປັນການລະດົມຄຳຄິດ, ຄຳເຫັນໃສ່ຮ່າງດຳລັດສະບັບດັ່ງກ່າວ, ເຮັດໃຫ້ມີເນື້ອໃນໜັກແໜ້ນ, ຮັດກຸມ, ຄົບຖ້ວນອຸດົມສົມບູນ ແລະ ຖືກຕ້ອງສອດຄ່ອງກັບກົດໝາຍລະບຽບການທັງຮັບປະກັນທາງດ້ານວຽກງານວິຊາສະເພາະ, ຕາມແຜນການຄາດກະແລ້ວ ດຳລັດສະບັບດັ່ງກ່າວແມ່ນຈະໄດ້ເຂົ້າຜ່ານກອງປະຊຸມລັດຖະບານຕາມກຳນົດພາຍໃນເດືອນສິງຫາ ປີ 2018 ນີ້.

ຮ່າງດຳລັດວ່າດ້ວຍການຄຸ້ມຄອງວຽກງານວິສາຫະກິດຮັກສາຄວາມປອດໄພ ສະບັບນີ້ ເປັນສະບັບສ້າງໃໝ່ ປະກອບມີ 16 ໝວດ ແລະ 72 ມາດຕາ ເຊິ່ງເປັນບ່ອນອີງໃຫ້ແກ່ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສະຖານທີ່ບໍລິການຮັກສາຄວາມປອດໄພ ແລະ ການປ້ອງກັນ ເພາະເຫັນວ່າຍັງຂາດຄວາມຮັບຜິດຊອບ ແລະ ບໍ່ເດັດຂາດ ເຊິ່ງສົ່ງຜົນກະທົບໃຫ້ຜູ້ໃຊ້ບໍລິການເປັນຈຳນວນຫຼວງຫຼາຍ ໄດ້ຮັບຜົນກະທົບທາງດ້ານຄວາມສະຫງົບ; ອີກດ້ານໜຶ່ງດ້ານບັນດານິຕິກຳທີ່ມີຍັງບໍ່ກຳນົດລະອຽດ ເຮັດໃຫ້ມີຊ່ອງວ່າງໃນການຈັດຕັ້ງປະຕິບັດແຕ່ເນື່ອງຈາກວ່າການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ປະເທດຊາດມີການພັດທະນາທີ່ຕິດພັດກັບຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ຈຶ່ງມີການສ້າງຕັ້ງຫົວໜ່ວຍທຸລະກິດຮັກສາຄວາມປອດໄພຂຶ້ນເປັນຈຳນວນຫຼາຍ ເພື່ອປະກອບສ່ວນຊ່ວຍເຈົ້າໜ້າທີ່ກຳລັງປະກອບອາວຸດໃນການເຮັດໜ້າທີ່ຮັກສາຄວາມສະຫງົບ ໃນການປ້ອງກັນເວນຍາມ, ບຸກຄົນສຳຄັນ, ສຳນັກງານ, ອົງການ, ສະຖານທີ່ສຳຄັນຕ່າງໆລວມທັງວັດຖຸ-ຊັບສິນມີຄ່າ; ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ສ້າງຮ່າງດຳລັດສະບັບນີ້ຂຶ້ນມາເພື່ອຮອງຮັບ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງເຄື່ອນໄຫວວຽກງານດັ່ງກ່າວ.