ໃນມື້ທີ 3 ຂອງການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງເປັນປະທານໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໃນວັນທີ 7 ມິຖຸນານີ້, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງຜັນຂະຫຍາຍກົດໝາຍເປັນນິຕິກຳໃຕ້ກົດໝາຍ ທີ່ສະເໜີໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ. ໂດຍມີບາງເນື້ອ ໃນທ່ານລາຍງານວ່າ: ການປັບປຸງກົນໄກໃນການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຕ້ອງມີການປະສານງານກັນຢ່າງກົມກຽວຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ມີການຈັດຕັ້ງຝຶກອົບຮົມໃຫ້ພະນັກງານ ເພື່ອເຮັດໃຫ້ການຜັນຂະຫຍາຍມີຄວາມວ່ອງໄວ ແລະ ມີປະສິດທິພາບ.

ທ່ານລັດຖະມົນຕີກະຊວງຍຸຕິທຳ ໄດ້ຕາງໜ້າໃຫ້ລັດຖະບານລາຍງານຕໍ່ກອງປະຊຸມວ່າ: ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ມີມະຕິສະບັບເລກທີ 018/ສພຊ, ລົງວັນທີ 28 ພະຈິກ 2016 ວ່າດ້ວຍການຮັບຮອງເອົາແຜນການຕິດຕາມກວດກາ ກ່ຽວກັບການອອກນິຕິກຳໃຕ້ກົດໝາຍ; ເຊິ່ງມະຕິດັ່ງກ່າວໄດ້ຕີລາຄາຄວາມພະຍາຍາມຂອງລັດຖະບານທີ່ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ອອກນິຕິກຳໃຕ້ກົດໝາຍເຂົ້າສູ່ຊີວິດຕົວຈິງໃນຂົງເຂດການປົກຄອງ ແລະ ຍຸຕິທຳ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໄດ້ 243 ມາດຕາ ໃນຈຳນວນທັງໝົດ 515 ມາດຕາຂອງກົດໝາຍ. ຜ່ານການຈັດຕັ້ງປະຕິບັດເນື້ອໃນມະຕິດັ່ງກ່າວ ກ່ຽວກັບການຈັດຕັ້ງຜັນຂະຫຍາຍກົດໝາຍເປັນນິຕິກຳໃຕ້ກົດໝາຍມີຜົນສຳເລັດນັ້ນ, ລັດຖະບານ, ບັນດາກະຊວງ ແລະ ອົງການທຽບເທົ່າ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ປະຕິບັດຢ່າງເປັນເຈົ້າການ. ໂດຍສະເພາະບັນດາກະຊວງ ແລະ ອົງການທຽບເທົ່າໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາມາດຕາຂອງກົດໝາຍທີ່ໄດ້ກຳນົດໃນມະຕິຂອງສະພາແຫ່ງຊາດ ລວມທັງໝົດ 321 ມາດຕາ ໃນນີ້ໄດ້ຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ ແລະ ປະກາດໃຊ້ແລ້ວ ມີ 57 ມາດຕາ ເທົ່າກັບ 17,75% ແລະ ຍັງອີກ 49 ມາດຕາ ເທົ່າກັບ 15,26% ບໍ່ທັນໄດ້ຜັນຂະຫຍາຍ.

ແນວໃດກໍຕາມ, ການຈັດຕັ້ງຜັນຂະຫຍາຍກົດໝາຍເປັນນິຕິກຳໃຕ້ກົດໝາຍຂອງບັນດາກະຊວງ ແລະ ອົງການທຽບເທົ່າ ກໍຍັງພົບກັບຫຼາຍຂໍ້ຄົງຄ້າງ ເຊັ່ນ: ການບຳລຸງຍົກລະດັບໃຫ້ພະນັກງານວິຊາການທີ່ຮັບຜິດຊອບວຽກງານການສ້າງ ແລະ ປັບປຸງນິຕິກຳຍັງບໍ່ທັນໄດ້ເຮັດເປັນລະບົບຕໍ່ເນື່ອງ ຈຶ່ງເຮັດໃຫ້ຄວາມຮູ້ຄວາມສາມາດ, ບົດຮຽນໃນການສ້າງ ແລະ ປັບປຸງນິຕິກຳຂອງພະນັກງານຍັງຈຳກັດ. ດັ່ງນັ້ນ, ຜ່ານການປະຕິບັດຄັ້ງນີ້ ຈຶ່ງມີບົດຮຽນທີ່ຖອດຖອນໄດ້ວ່າ: ການປັບປຸງກົນໄກໃນການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຕ້ອງໄດ້ມີການປະສານງານກັນຢ່າງກົມກຽວຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງຈັດຕັ້ງຝຶກອົບຮົມໃຫ້ພະນັກງານທີ່ຈະເຮັດວຽກງານນີ້ ເຊິ່ງຈະເຮັດໃຫ້ການສ້າງກົດໝາຍ ແລະ ການຜັນຈະຫຍາຍກົດໝາຍເປັນນິຕິກຳໃຕ້ກົດໝາຍມີຄວາມວ່ອງໄວ ແລະ ມີປະສິດທິພາບ.