ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປັບປຸງຂຶ້ນ ໃນວັນທີ 8 ມິຖຸນາ 2018, ໂດຍການເຜີຍແຜ່ຂອງ ພັທ ບຸນລ້ຽງ ຈຸມຊະນະພົນ ຫົວໜ້າຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຄໍາມ່ວນ, ມີຄະນະກອງບັນຊາການ-ຄະນະຫ້ອງ, ພະນັກງານ-ນັກຮົບ ເຂົ້າຮ່ວມຈຳນວນ 130 ສະຫາຍ.

ພັທ ບຸນລ້ຽງ ຈຸມຊະນະພົນ ກ່າວວ່າ: ກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປັງປຸງ ປະກອບມີ 9 ພາກ, 6 ໝວດ, 55 ມາດຕາ. ເຊິ່ງໃນນີ້, ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງການເຄື່ອນໄຫວສິດໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອຮັບປະກັນໃຫ້ກຳລັງປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊຳນິຊຳນານທາງດ້ານວຽກງານວິຊາສະເພາະ, ມີແບບແຜນວິທີເຮັດວຽກທີ່ກ້າວໜ້າ ແລະ ທັນສະໄໝ່ ແນໃສ່ເຮັດສຳເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນມາດຕາ 37 (ປັບປຸງ) ໄດ້ລະບຸໄວ້ວ່າ: ການແຕ່ງຕັ້ງນາຍຕຳຫຼວດໄປປະຕິບັດໜ້າທີ່ຢູ່ຂະແໜງການອື່ນທັງພາຍໃນ ແລະ ຕ່າງປະເທດ ໃນກໍລະນີມີຄວາມຮຽກຮ້ອງຕ້ອງການອັນຈຳເປັນໃນການປົກປັກຮັກສາຄວາມສະຫງົບຂອງປະເທດຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຕາມການມອບໝາຍຂອງຂັ້ນເທິງ. ນາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງໃຫ້ປະຕິບັດໜ້າທີ່ ຈະໄດ້ຮັບນະໂຍບາຍຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ແລະ ກົດໝາຍສະບັບອື່ນທີ່ກ່ຽວຂ້ອງ, ບັນດາຂະແໜງການທີ່ນາຍຕຳຫຼວດໄດ້ປະຕິບັດໜ້າທີ່ ຕ້ອງມີຄວາມຮັບຜິດຊອບສູງໃນການຮັກສາຄວາມລັບ, ຮັບປະກັນເງື່ອນໄຂເຮັດວຽກ ແລະ ການດຳລົງຊີວິດໃຫ້ພະນັກງານດັ່ງກ່າວ ເພື່ອເຮັດສຳເລັດໜ້າທີ່ຕາມການມອບໝາຍ.