ຫ້ອງວ່າການ ກະຊວງ ປກສ ແລະ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຮ່ວມກັນຈັດກອງປະຊຸມຄົ້ນຄວ້າ-ກວດກາຄືນບັນດາເນື້ອໃນຮ່າງດໍາລັດວ່າດ້ວຍ ວຽກງານປ້ອງກັນສູນກາງຂັ້ນວິຊາການ ຂຶ້ນໃນວັນທີ 14 ມິຖຸນາ 2018, ໂດຍການເຂົ້າຮ່ວມຂອງ ພັອ ກຽງຄໍາ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ແລະ ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຕ່າງໜ້າກົມນິຕິກໍາ ແລະ ກົດໝາຍ, ຫົວໜ້າຫ້ອງ, ກອງພັນ 988 ກະຊວງປ້ອງກັນປະເທດ ແລະ ວິຊາການ ກ່ຽວຂ້ອງເຂົ້າຮ່ວມ.

ພັອ ກຽງຄໍາ ອິນແພງທະວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນການລວມຕົວກັນຂອງພະນັກງານຂັ້ນວິຊາການພາກສ່ວນທີ່ກ່ຽວຂ້ອງ ເພື່ອຈະໄດ້ພ້ອມກັນຄົ້ນຄວ້າ-ກວດກາຄືນ, ປຶກສາຫາລືບັນດາເນື້ອໃນຂອງຮ່າງດໍາລັດວ່າດ້ວຍ ວຽກງານປ້ອງກັນສູນກາງທີ່ຢູ່ໃນໝວດ, ມາດຕາຕ່າງໆຂອງດໍາລັດສະບັບດັ່ງກ່າວ ເພື່ອຈະໄດ້ປັບປຸງບັນດາເນື້ອໃນ, ຄໍາສັບໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສ່ອດຄ່ອງກັບຫຼັກການຕ່າງໆທີ່ໄດ້ກໍານົດໄວ້ ເພື່ອຈະໄດ້ນໍາສະເໜີຕໍ່ຄະນະນໍາກະຊວງ ປກສ ກວດກາເບິ່ງຄືນ ແລ້ວສະເໜີໃຫ້ພາກສ່ວນກ່ຽວປະກາດຈັດຕັ້ງປະຕິບັດໄດ້ຢ່າງສົມບູນ.

ດໍາລັດສະບັບນີ້ ປະກອບມີ 10 ໝວດ, ມີ 53 ມາດຕາ ເຊິ່ງໄດ້ວາງອອກເພື່ອກໍານົດຫຼັກການ, ລະບຽບການ, ວິຊາການ ແລະ ມາດຕະການຈັດຕັ້ງປະຕິບັດວຽກງານປ້ອງກັນຜູ້ນໍາພັກ-ລັດ, ຄະນະຜູ້ແທນຂັ້ນສູງຕ່າງປະເທດ, ກອງປະຊຸມລະດັບຊາດ-ສາກົນ, ສໍານັກງານ-ອົງການ, ພິທີສໍາຄັນຕ່າງໆເຊິ່ງໄດ້ຈັດຂຶ້ນຢູ່ສູນກາງ ແລະ ທ້ອງຖິ່ນທີ່ມີເປົ້າໝາຍປ້ອງກັນເຂົ້າຮ່ວມ. ຕົວຢ່າງ ມາດຕາ 11 ກໍາລັງປ້ອງກັນສູນກາງ: ໄດ້ກໍານົດໄວ້ວ່າ ກໍາລັງປ້ອງກັນສູນກາງ ແມ່ນເຫຼົ່າຮົບວິຊາສະເພາະໜຶ່ງໃນລະບົບການຈັດຕັ້ງຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ປະກອບດ້ວຍນາຍ ແລະ ພົນຕໍາຫຼວດ ນັບແຕ່ຊັ້ນສອງເຖິງຊັ້ນນາຍພົນ, ມີເຄື່ອງແບບ ແລະ ກາໝາຍສະເພາະ, ເປັນບຸກຄົນໄດ້ຮັບການຄັດເລືອກ, ບັນຈຸແຕ່ງຕັ້ງຕາມກົດໝາຍ, ລະບຽບການຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ມີການຈັດຕັ້ງເປັນລະບົບຄົບຊຸດແຕ່ສູນກາງລົງຮອດທ້ອງຖິ່ນ.