ພາຍຫຼັງທີ່ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງການເງິນ ໄດ້ຂຶ້ນຜ່ານຮ່າງກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ມິຖຸນາ 2018 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ; ເຊິ່ງຜ່ານການຄົ້ນຄວ້າ, ປະກອບຄໍາຄິດເຫັນຢ່າງກົງໄປ-ກົງມາ ແລະ ເລິກເຊິ່ງຂອງສະມາຊິກສະພາແຫ່ງຊາດ, ຈຶ່ງໄດ້ລົງຄະແນນສຽງເຫັນດີຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວ ດ້ວຍຄະແນນສຽງ 97 ສຽງ, ບໍ່ເຫັນດີ 23 ສຽງ ແລະ ບໍ່ອອກສຽງ 1 ສຽງ ຈາກຄະແນນສຽງທັງໝົດ 121 ສຽງ ເພື່ອເປັນບ່ອນອີງທີ່ໜັກແໜ້ນຂຶ້ນຕື່ມໃຫ້ແກ່ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານອາກອນມູນຄ່າເພີ່ມ ທັງເປັນການສົ່ງເສີມການຜະລິດ, ການດໍາເນີນທຸລະກິດ, ການລົງທຶນ, ການສົ່ງອອກ, ການສະໜອງສິນຄ້າ ແລະ ການບໍລິການຢູ່ ສປປ ລາວ ໃຫ້ມີຄວາມສະດວກ ແລະ ມີສະພາບຄ່ອງຕົວຂຶ້ນກວ່າເກົ່າ ເຮັດໃຫ້ຖານງົບປະມານເພີ່ມຂຶ້ນ.

ໃນເມື່ອກ່ອນກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ໄດ້ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VI ສະບັບເລກທີ 04/ສພຊ ລົງວັນທີ 26 ທັນວາ 2006 ແລະ ໄດ້ເລີ່ມຈັດຕັ້ງປະຕິບັດຕົວຈິງໃນປີ 2010, ເຊິ່ງປະກອບມີ VII ພາກ, 13 ໝວດ, 55 ມາດຕາ; ອີງໃສ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ໄດ້ມີການປັບປຸງໃນປີ 2014 ສະບັບເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014 ເຊິ່ງປະກອບມີ X ພາກ, 10 ໝວດ, 67 ມາດຕາ ແລະ ໄດ້ຖືກຈັດຕັ້ງປະຕິບັດມາຮອດປັດຈຸບັນ; ຜ່ານການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ເຫັນວ່າເປັນເຄື່ອງມືທີ່ສໍາຄັນໃນການຄຸ້ມຄອງລາຍຮັບງົບປະມານແຫ່ງລັດ, ສາມາດສ້າງລາຍຮັບເຂົ້າງົບປະມານເພີ່ມຂຶ້ນຢ່າງຕໍ່ເນື່ອງ; ແຕ່ເຖິງຢ່າງໃດກໍຕາມ, ຖ້າທຽບໃສ່ຄວາມເປັນຈິງການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ, ຫຼັກການຂອງອາກອນມູນຄ່າເພີ່ມ ແລະ ການເປີດກວ້າງການພົວພັນເສດຖະກິດກັບຕ່າງປະເທດ ເຫັນວ່າກົດໝາຍສະບັບດັ່ງກ່າວ ຍັງມີບາງເນື້ອໃນທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແລະ ບໍ່ສອດຄ່ອງກັບຫຼັກການອາກອນມູນຄ່າເພີ່ມ; ດັ່ງນັ້ນ, ກະຊວງການເງິນ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ວິຊາການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ພາຍຫຼັງຄະນະຮັບຜິດຊອບໄດ້ພ້ອມກັນຄົ້ນຄວ້າ, ທາບທາມຄວາມຄິດເຫັນຈາກສູນກາງ ແລະ ທ້ອງຖິ່ນໃສ່ຮ່າງກົດໝາຍສະບັບດັ່ງກ່າວ, ພ້ອມກັນປັບປຸງ, ຮຽບຮຽງຄືນ ແລະ ສະເໜີຕໍ່ກອງປະຊຸມສະໄໝສາມັນໃນຄັ້ງນີ້.

ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ ສະບັບປັບປຸງໃໝ່ນີ້ ປະກອບມີ 8 ພາກ 11 ໝວດ 64 ມາດຕາ; ໃນນີ້, ໄດ້ປັບປຸງເອົາພາກທີ III ແລະ ພາກທີ IV ໄປເປັນໝວດໃນພາກທີ II, ຕັດອອກ 7 ມາດຕາ ເພື່ອໄປສັບຊ້ອນ ແລະ ປັບປຸງເຂົ້າໃນມາດຕາທີ່ກ່ຽວຂ້ອງ ແລະ ຄໍາແນະນໍາ, ປັບປຸງທັງໝົດ 37 ມາດຕາ ແລະ ເພີ່ມເຂົ້າໃໝ່ຈໍານວນ 4 ມາດຕາ.