ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ປິດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ 8 ໃຫ້ບັນດານາຍບ້ານ ແລະ ຮອງນາຍບ້ານພາຍໃນເມືອງ ໃນນວັນທີ 21 ມິຖຸນາ 2018 ເພື່ອເປັນການສ້າງບຸກຄະລາກອນກົດໝາຍຊັ້ນຕົ້ນຂັ້ນພື້ນຖານ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄໍາ ວິຈິດລາສີ ຮອງເຈົ້າເມືອງສີສັດຕະນາກ, ມີບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ນັກສໍາມະນາກອນຈາກອົງການຈັດຕັ້ງບ້ານພາຍໃນເມືອງສີສັດຕະນາກ ເຂົ້າຮ່ວມ.

ທ່ານ ສົມຈັນ ຈັນດາມະນີ ຫົວໜ້າຫ້ອງການຍຸຕິທໍາເມືອງສີສັດຕະນາກ ກ່າວວ່າ: ການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນຊຸດນີ້ ປະກອບມີບຸກຄະລາກອນເຂົ້າຮຽນ 43 ທ່ານ ຍິງ 14 ທ່ານ ໂດຍມີບັນດານາຍບ້ານ, ຮອງນາຍບ້ານ ແລະ ການຈັດຕັ້ງຂັ້ນບ້ານອ້ອມຂ້າງເມືອງ; ການເປີດຮຽນຊັ້ນຕົ້ນຊຸດນີ້ ກໍເພື່ອເປັນການສ້າງບຸກຄະລາກອນ ໃຫ້ຜູ້ສືບທອດວຽກງານຍຸຕິທໍາຂອງຂັ້ນບ້ານໃນອານາດຄົດ ເຊິ່ງການຮຽນປະກອບມີ 4 ພາກ 30 ວິຊາ, 450 ຊົ່ວໂມງ ຜ່ານການຮຽນ-ການສອນສໍາເລັດຕາມຫຼັກສູດ ມີນັກຮຽນສອບເສັງໄດ້ຄະແນນດີເດັ່ນ 28 ທ່ານ ຍິງ 10 ທ່ານ ແລະ ຄະແນນດີ 15 ທ່ານ ຍິງ 4 ທ່ານ.

ໂອກາດນີ້, ທ່ານຮອງເຈົ້າເມືອງສີສັດຕະນາກ ໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທຸກສະຫາຍ ຈົ່ງນຳເອົາທິດສະດີທີ່ຮຽນມາໄປໜູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ຮາກຖານບ້ານ ໃຫ້ແທດເໜາະກັບຄວາມເປັນຈິງ ແລະ ມີຄວາມຍຸດຕິທໍາ.