ພາຍຫຼັງທີ່ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນຜ່ານຮ່າງກົດໝາຍວ່າດ້ວຍ ການໃຫ້ວັກຊີນກັນພະຍາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 25 ມິຖຸນາ 2018 ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ; ເຊິ່ງຜ່ານການຄົ້ນຄວ້າ, ປະກອບຄໍາຄິດເຫັນຢ່າງກົງໄປ-ກົງມາ ແລະ ເລິກເຊິ່ງຂອງ ສະມາຊິກສະພາແຫ່ງຊາດ, ສະພາແຫ່ງຊາດ ຈຶ່ງໄດ້ລົງຄະແນນສຽງເຫັນດີຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວດ້ວຍຄະແນນສຽງ 123, ບໍ່ເຫັນດີ 3 ສຽງ ແລະ ບໍ່ອອກສຽງ 2 ສຽງ ຈາກຄະແນນສຽງທັງໝົດ 128 ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຄຸ້ມຄອງດ້ວຍກົດໝາຍ ແລະ ເປັນການພັດທະນາວຽກງານການໃຫ້ວັກຊີນກັນພະຍາດ ມີປະສິດທິພາບສູງຂຶ້ນກວ່າເກົ່າ, ເປັນບ່ອນອີງໃຫ້ຂະແໜງສາທາລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງໃນການປະສານສົມທົບ, ການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງທຸກພາກສ່ວນໃນສັງຄົມ ຮັບປະກັນໃຫ້ພົນລະເມືອງລາວທຸກຄົນ, ຄົນຕ່າງດ້າວ ແລະ ຄົນຕ່າງປະເທດທີ່ດໍາລົງຊີວິດຢູ່ ສປປ ລາວ ໂດຍບໍ່ຈໍາແນກຊົນເຜົ່າ, ເຊື້ອຊາດ, ສາສະໜາ, ຖານະທາງດ້ານເສດຖະກິດ-ສັງຄົມ ລ້ວນແຕ່ມີສິດໄດ້ຮັບວັກຊີນກັນພະຍາດ, ຂໍ້ມູນຂ່າວສານຄໍາແນະນໍາການໃຫ້ ແລະ ຮັບວັກຊີນກັນພະຍາດ.

ໃນໄລຍະຜ່ານມາ, ສປປ ລາວ ມີພຽງການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ແລະ ລະບຽບການຈັດຕັ້ງຈໍານວນໜຶ່ງ ກ່ຽວກັບວຽກງານການໃຫ້ວັກຊີນກັນພະຍາດ; ເຊິ່ງຍັງບໍ່ມີກົດໝາຍສະເພາະເຈາະຈົງໃຫ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ເປັນຕົ້ນແມ່ນການໃຫ້ ແລະ ການຮັບວັກຊີນກັນພະຍາດ ເຫັນວ່າ ຊຸມຊົນ-ສັງຄົມຍັງບໍ່ເປັນເຈົ້າການ ແລະ ໃຫ້ຄວາມຮ່ວມມືເທົ່າທີ່ຄວນ, ເຮັດໃຫ້ການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກງານດັ່ງກ່າວພົບຄວາມຫຍຸ້ງຍາກ, ສົ່ງຜົນກະທົບໃຫ້ປະຊາຊົນບໍ່ໄດ້ຮັບວັກຊີນກັນພະຍາດ ຫຼື ໄດ້ຮັບແຕ່ບໍ່ຄົບຕາມຕາຕະລາງການໃຫ້ວັກຊີນກັນພະຍາດແຫ່ງຊາດ; ດັ່ງນັ້ນ, ກະຊວງສາທາລະນະສຸກ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຮ່າງກົດໝາຍວ່າດ້ວຍ ການໃຫ້ວັກຊີນກັນພະຍາດ, ພາຍຫຼັງຄະນະຮັບຜິດຊອບໄດ້ພ້ອມກັນຄົ້ນຄວ້າ, ທາບທາມຄວາມຄິດເຫັນຈາກສູນກາງ ແລະ ທ້ອງຖິ່ນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ, ພ້ອມກັນປັບປຸງ, ຮຽບຮຽງຄືນ ແລະ ສະເໜີຕໍ່ກອງປະຊຸມສະໄໝສາມັນໃນຄັ້ງນີ້.

ກົດໝາຍວ່າດ້ວຍ ການໃຫ້ວັກຊີນກັນພະຍາດ ແມ່ນກົດໝາຍທີ່ສ້າງຂຶ້ນໃໝ່, ເນື້ອໃນຂອງກົດໝາຍສະບັບດັ່ງກ່າວ ປະກອບມີ 13 ພາກ, 12 ໝວດ ແລະ 95 ມາດຕາ ເຊັ່ນ: ພາກທີ I ແມ່ນບົດບັນຍັດທົ່ວໄປ ປະກອບມີ 8 ມາດຕາ, ມາດຕາທີ 1 ຫາ ມາດຕາ 8 ໄດ້ເວົ້າເຖິງຈຸດປະສົງ, ການອະທິບາຍຄໍາສັບ, ເວົ້າເຖິງນະໂຍບາຍຂອງພັກກ່ຽວກັບ ການໃຫ້ວັກຊີນກັນພະຍາດ, ຂອບເຂດການນໍາໃຊ້ກົດໝາຍ ແລະ ການຮ່ວມມືສາກົນ.