ໃນການພິຈາລະນາຕັດສິນຄະດີຂອງສານ ແມ່ນອີງໃສ່ຫຼັກຖານ ແລະ ປະຕິບັດຕາມກົດໝາຍແຫ່ງ ສປປ ລາວ ໃນກໍ ລະນີທີ່ມີບັນຫາໃດໜຶ່ງ ຫາກບໍ່ໄດ້ກໍານົດໄວ້ໃນກົດໝາຍ ສານແມ່ນຕັດສິນບັນຫານັ້ນໃຫ້ສອດຄອງກັບຫຼັກການນິ ຕິທໍາ ແລະ ປະເພນີສານ. ດັ່ງໃນວັນທີ 20 ມີຖຸນາ 2018, ທີຫ້ອງປະຊຸມສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ ຕັດສິນຄະດີຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ 2 ເລື່ອງ ໂດຍມີຈໍາເລີຍ 2 ຄົນ ຕາມການສັ່ງ ຟ້ອງຂອງໄອຍະການປະຊາຊົນຂອງແຂວງ (ໂຈດ) ເພື່ອລົງໂທດຕາມລະບຽບກົດໝາຍ.

ໃນຫ້ອງປະຊຸມສານ ຄະນະສານອາຍາ ໄດ້ທໍາການໄຕສ່ວນ, ຄົ້ນຄວ້າ, ກວດກາຂໍ້ມູນຫຼັກຖານ ແລະ ເອກກະສານ ຕາມການສັ່ງຟ້ອງຂອງໄອຍະການແຂວງ (ໂຈດ) ສະບັບເລກທີ 72/ ອຍກຂ.ອຊ ລົງວັນທີ 21 ພຶດສະພາ 2018 ຢ່າງພາວະວິໄສ, ລະອຽດຖີ່ຖ້ວນຂອງຈໍາເລີຍທີ 1 ຊື່ທ້າວ ໄມ່ໜໍ່ ອາຍຸ 48 ປີ ປະຊາຊົນ ຢູ່ບ້ານນາມົນ ເມືອງ ໄຊ ແຂວງອຸດົມໄຊ; ຖືກກັກຕົວໃນວັນ ທີ 4 ກັນຍາ 2017 ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນ ຄອບຄອງປະເພດຢາບ້າ ຈຳນວນ 286 ເມັດ, ນ້ຳໜັກ 27,8 ກຼາມ, ເງີນ 2.400. 000 ກີບ, ລົດຈັກຍີ່ຫໍ້ ຊົງຊິນ (ZOG SHEN) ໜື່ງຄັນ ແລະ ໂທລະສັບມືຖື ຍີ່ຫໍ້ແລນໂຣເວີ້ (LAD ROER) ສີຂາວ 1 ເຄື່ອງ, ເຫັນວ່າ: ການກະ ທຳຜິດຂອງ ທ້າວ ໄມ່ໜໍ່ (ຈຳເລີຍ) ເປັນການກະທຳຜິດທີ່ແຕະຕ້ອງຕໍ່ກົດໝາຍອາຍາ ໃນໝວດທີ 7 ວ່າດ້ວຍການ ກະທຳຜິດຕໍ່ເສດຖະກິດຂອງຊາດ, ກົດໝາຍອາຍາແຫ່ງ ສປປ ລາວ ມາດຕາ 146 ແລະ ມາດຕາ 75,76 ກົດ ໝາຍວ່າ ດ້ວຍຢາເສບຕິດ ຂໍ້ 2 ວັກ 1 ກຳນົດວ່າ: ທຸກຄົນຫາກຜະລິດ, ປຸງແຕ່ງ, ຄອບຄອງ, ຄ້າ-ຂາຍ, ນຳເຂົ້າ- ສົ່ງອອກ ຢາເສບ ຕິດເກີນກວ່າ 0,3 ກຼາມ ດັ່ງນັ້ນ; ຄະ ນະສານຈຶ່ງລົງໂທດຕັດອິດສາຫຼະພາບ ທ້າວ ໄມ່ໜໍ່ (ຈຳ ເລີຍ) ຫ້າປີສາມເດືອນ ປັບໃໝ 10.000.000 ກີບ, ຮິບຢາ ເສບຕິດປະເພດຢາບ້າ ຈຳນວນ 286 ເມັດ ນ້ຳໜັກ 27,8 ກຼາມ ໄປທຳລາຍ ຖິ້ມ ສົ່ງເງິນຈຳນວນ 2.400.000 ກີບ, ໂທລະສັບໜຶ່ງເຄື່ອງຄືນໃຫ້ແກ່ຈຳເລີຍ ແລະ ຮິບ ລົດຈັກຈຳນວນໜຶ່ງຄັນມາເປັນຂອງລັດ, ສ່ວນຈໍາເລີຍ 2 ຊື່ ທ້າວ ສີວອນ ອາຍຸ 53 ປີ ຢູ່ບ້ານພູສູງ ເມືອງປາກ ແບງ ແຂວງອຸດົມໄຊ ຖືກກັກຕົວຄັ້ງວັນທີ 5 ກັນຍາ 2017 ຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ ໃນຄອບຄອງຢາບ້າ ຈຳນວນ 1 ຖົງ, ມີຈຳນວນ 199 ເມັດ ນ້ຳໜັກ 19,4 ກຼາມ, ເຄື່ອງຕິດຕົວມີໂທລະສັບ 2 ເຄື່ອງ, ເງິນກີບຈຳນວນ 53.000 ກີບ. ສານພິຈາລະນາ ແລ້ວເຫັນວ່າ: ຈໍາເລີຍມີຄວາມຜິດທາງອາຍາ ໃນການ ຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ຄອບຄອງປະເພດຢາບ້າ; ລົງໂທດຕັດອິດສະຫຼະພາບຫ້າປີ, ປັບໃໝເງິນ 10.000.000 ກີບ ຮິບຢາບ້າຈຳນວນ 199 ເມັດ ນ້ຳໜັກ 19,4 ກຼາມ ມາທຳລາຍຖິ້ມ, ສົ່ງເງິນຈຳນວນ 53.000 ກີບ ແລະ ໂທລະສັບຈຳນວນ 2 ເຄື່ອງ ຄືນໃຫ້ແກ່ຈໍາເລີຍ. ນອກນີ້, ຄະນະສານອາຍາຍັງໃຫ້ຈໍາເລີຍຊື່ ທ້າວ ໄມ່ໜໍ່ ຮັບຜິດຊອບໃຊ້ແທນຄ່າທໍານຽມສານ ແລະ ຄ່າສໍາເນົາ ເອກະສານຕ່າງໆ ຜູ້ລະ 136.000 ກີບ ແລະ ທ້າວ ສີວອນ (ຈໍາເລີຍ) 150. 000 ກີບ ຄືນໃຫ້ລັດທີ່ໄດ້ໃຊ້ຈ່າຍ ກ່ອນໜ້ານັ້ນແລ້ວ; ໃຫ້ໂຈດ ແລະ ຈໍາ ເລີຍທັງສອງ ຖ້າຝ່າຍໃດບໍ່ພໍໃຈຕໍ່ຄໍາຕັດສິນໃນຄັ້ງນີ້, ມີສິດຂໍອຸທອນ ຫຼື ສະເໜີຂັດຄ້ານໄດ້ ພາຍໃນກໍານົດ 20 ວັນ ນັບ ແຕ່ມື້ລົງຄໍາຕັດສິນເປັນຕົ້ນໄປ.