ເຈົ້າໜ້າທີ່ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ສະກັດຈັບພໍ່ລູກຄາລົດຈັກ ພ້ອມຢາບ້າ 18.000 ເມັດ ທີ່ຊຸກເຊື່ອງຢູ່ໃນຖົງເປ້ພວກກ່ຽວ ໃນຂະນະທີ່ຂັບຂີ່ລົດຈັກຕາມເສັ້ນທາງ ພາຍຫຼັງກັບມາແຕ່ຮັບເອົາຢາບ້າ; ການຈັບກຸມດັ່ງກ່າວ ມີຂຶ້ນໃນຄັ້ງວັນທີ 25 ພຶດສະພາ 2018 ທີ່ຜ່ານມາ, ຢູ່ເສັ້ນທາງເຂດບ້ານເອີຫຼ້າ ເມືອງສິງ ແຂວງຫຼວງນໍ້າທາ.

ເຈົ້າໜ້າທີ່ ປກສ ເມືອງສິງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ສືບຮູ້ ທ້າວ ໃໝ່ຂັນ ອາຍຸ 60 ປີ ແລະ ທ້າວ ພູມ ອາຍຸ 25 ປີ ພໍ່ລູກກັນຢູ່ບ້ານຫ້ວຍກຸ່ມ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ພົວພັນຊື້-ຂາຍຢາເສບຕິດ. ມາຮອດວັນທີ່ຜູ້ກ່ຽວຖືກກັກຕົວ ໄດ້ຕິດຕໍ່ຊື້-ຂາຍຢາບ້ານໍາຜູ້ທີ່ຮ່ວມຂະບວນການ ຈຶ່ງຈັດກໍາລັງເຈົ້າໜ້າທີ່ວິຊາສະເພາະຕິດຕາມ ພ້ອມທັງຕັ້ງດ່ານສະກັດຢູ່ເສັ້ນທາງທີ່ພວກກ່ຽວຈະຜ່ານເຂດບ້ານເອີຫຼ້າ ເມືອງສິງ. ຮອດເວລາປະມານ 16:00 ໂມງວັນດຽວກັນ, ຈຶ່ງໄດ້ພົບເປົ້າໝາຍຂັບຂີ່ລົດຈັກຄຼິກໄອ ສີແດງ ຈຂ 6236 ຫຼວງນໍ້າທາ ຊ້ອນທ້າຍກັນ ມຸ່ງໜ້າມາຕາມເສັ້ນທາງລະຫວ່າງເມືອງລອງ ຫາ ເມືອງສິງ; ພໍໄປຮອດດ່ານກວດ ຈຶ່ງລັດເພື່ອກວດຄົ້ນ ພົບເຫັນຢາບ້າຊຸກເຊື່ອງໄວ້ໃນຖົງເປ້ ຈໍານວນ 6 ມັດ ເທົ່າກັບ 18.000 ເມັດ, ຈຶ່ງໄດ້ກັກຕົວຜູ້ກ່ຽວໄປດໍາເນີນຄະດີ.

ຜ່ານການສອບສວນ ພວກກ່ຽວສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວໄດ້ໄປຕິດໜີ້ເອົານຳຜູ້ຮ່ວມຂະບວນການຢູ່ປະເທດເພື່ອນບ້ານ ເພື່ອສົ່ງໄປຂາຍໃຫ້ຜູ້ສັ່ງຊື້ຢູ່ເມືອງສິງ ແຕ່ບໍ່ທັນຂາຍເຈົ້າໜ້າທີ່ກັກໄດ້ກ່ອນ. ປັດຈຸບັນ, ຜູ້ຖືກຫາທັງສອງຄົນ ພ້ອມດ້ວຍເຄື່ອງຂອງກາງຈໍານວນດັ່ງກ່າວ ມອບໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ດໍາເນີນການຕໍ່ໄປ.