ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ແລະ ກຳມະການ, ຄະນະກຳມະການ ປກຊ-ປກສ ແຂວງ ໃນວັນທີ 25 ມິຖຸນາ 2018 ໂດຍການເຂົ້າຮ່ວມຂອງ ພົທ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ທັງເປັນຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ພົຕ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ມີເຈົ້າແຂວງຄະນະກອງບັນຊາການ ປກຊ-ປກສ ແຂວງ, ເຈົ້າເມືອງ 5 ຕົວເມືອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ພົຕ ສະຫວ່າງໄຊ ສິນນະວົງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 16/ຄລສພ, ລົງວັນທີ 2 ກຸມພາ 2018 ວ່າດ້ວຍ ການແຕ່ງຕັ້ງເພີ່ມເຕີມປະທານ ແລະ ກຳມະການ, ຄະນະກຳມະການ ປກຊ-ປກສ ແຂວງອັດຕະປື ເຊິ່ງຄະນະເລຂາທິການສູນກາງພັກ ໄດ້ຕົກລົງແຕ່ງຕັ້ງ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງໆອັດຕະປື ເປັນປະທານຄະນະກຳມະການ ປກຊ-ປກສ ແຂວງອັດຕະປື, ແຕ່ງຕັ້ງ ທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ເປັນຮອງປະທານ ແລະ ໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ສະບັບເລກທີ 12/ປຊ-ປສ, ລົງວັນທີ 9 ພຶດສະພາ 2018 ວ່າດ້ວຍ ການແຕ່ງຕັ້ງຜູ້ປະຈຳການຄະນະກຳມະການ ປກຊ-ປກສ ແຂວງອັດຕະປື; ເຊິ່ງຄະນະກໍາມະການ ປກຊ-ປກສ ສູນກາງ ໄດ້ຕົກລົງແຕ່ງຕັ້ງ ພົຈວ ກັນໄຢ ໄຊຍະສິດ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ທັງເປັນຮອງປະທານຄະນະກຳມະການ ປກຊ-ປກສ ແຂວງ ເປັນຜູ້ປະຈຳການຄະນະກຳມະການ ປກຊ-ປກສ ແຂວງອັດຕະປື.

ໃນພິທີ, ພົທ ວິໄລ ຫຼ້າຄໍາຟອງ ຍັງໄດ້ໃຫ້ທິດຊີ້ນໍາຄະນະກຳມະການ ປກຊ-ປກສ ແຂວງ ຕ້ອງເປັນເຈົ້າການໃນການຊີ້ນຳ-ນໍາພາອົງການປົກຄອງທ້ອງຖິ່ນ ເສີມຂະຫຍາຍຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານປ້ອງກັນຂັ້ນບ້ານ ພ້ອມທັງເສີມຂະຫຍາຍການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນຮາກຖານໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ເພື່ອປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອງຂອງສັງຄົມໃຫ້ໄດ້ຕະຫຼອດໄປ.