ໃນວັນທີ 3 ກໍລະກົດ 2018 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ລັດຖະບານ ແລະ ນິຕິກຳທີ່ກ່ຽວຂ້ອງ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳຈາກບັນດາກະຊວງ, ອົງການທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ, ກຳມາທິການສະພາແຫ່ງຊາດ, ຄະນະກົມ, ຫົວໜ້າພະແນກການ ແລະ ເຈົ້າເມືອງພາຍໃນນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້, ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍ ລັດຖະບານ ສະບັບປັບປຸງປີ 2016 ໂດຍຍົກໃຫ້ເຫັນວ່າ: ກົດໝາຍສະບັບດັ່ງກ່າວ ປະກອບມີ VIII ໝວດ 36 ມາດຕາ ທີ່ກຳນົດຫຼັກການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ລະບອບແບບແຜນວິທີເຮັດວຽກຂອງລັດຖະບານ ເພື່ອເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການຄຸ້ມຄອງ, ການນຳໃຊ້ຊັບພະຍາກອນຂອງຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມມີປະສິດທິພາບ ແນໃສ່ຮັບປະກັນການປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການໃຫ້ຖືກຕ້ອງ, ປະກອບສ່ວນເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ພ້ອມດຽວກັນນີ້, ຍັງໄດ້ເຜີຍແຜ່ດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ດຳລັດວ່າດ້ວຍ ການປະສານງານລະຫວ່າງບັນດາກະຊວງ, ອົງການທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ກັບສຳນັກງານນາຍົກລັດຖະມົນຕີ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຊື່ອມຊຶມບັນດາເນື້ອໃນຈິດໃຈຂອງບັນດານິຕິກຳດັ່ງກ່າວ ແລະ ນຳໄປຈັດຕັ້ງຂະຫຍາຍເຂົ້າສູ່ຂົງເຂດວຽກງານ ແລະ ທ້ອງຖິ່ນຂອງຕົນໃຫ້ປະກົດຜົນເປັນຈິງ, ແນໃສ່ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມມີປະສິດທິພາບ, ມີຄວາມເປັນເອກະພາບ, ໄດ້ຮັບປະສິດທິຜົນ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມ ກໍຄືເງື່ອນໄຂຈຸດພິເສດໃນການບໍລິຫານ-ຄຸ້ມຄອງລັດໃນແຕ່ລະໄລຍະ, ທັງເຮັດໃຫ້ການປະສານງານລະຫວ່າງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ກັບບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນມີຄວາມກົມກຽວກັນດີ, ມີຄວາມຄ່ອງແຄ້ວ ແລະ ກາຍເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານນັບມື້ໄດ້ຮັບຜົນດີຂຶ້ນເປັນກ້າວໆ.