6 ເດືອນທ້າຍປີ 2018, ອໍານາດການປົກຄອງບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈະເພີ່ມທະວີປຸກລະດົມປະຊາຊົນພາຍໃນບ້ານເຂົ້າຮ່ວມວຽກງານກັນຊາດ-ປ້ອງກັນຄວາມສະຫງົບ ( ປກຊ-ປກສ ) ເພື່ອຊ່ວຍເປັນຫູ-ເປັນຕາໃຫ້ເຈົ້າໜ້າທີ່ ໂດຍສະເພາະກຳລັງ ປກສ ບ້ານ ໃນການສະກັດກັ້ນ-ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນພາຍໃນບ້ານ.

ທ່ານ ນາງ ມີໄລວອນ ວັນນຸວົງ ນາຍບ້ານໆໂພນສີນວນ ກ່າວໃນກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2018 ຂອງບ້ານໂພນສີນວນ ທີ່ຈັດຂຶ້ນໃນວັນທີ 7 ກໍລະກົດທີ່ຜ່ານມາວ່າ: ເພື່ອຮັບປະກັນໃຫ້ສະພາບພາຍໃນບ້ານມີຄວາມສະຫງົບປອດໄພ, ໃນ 6 ເດືອນຕໍ່ໜ້າ ຄະນະບ້ານຈະປຸກລະດົມປະຊາຊົນປະຕິບັດແນວທາງ ປກຊ-ປກສ ຊ່ວຍເປັນຫູ-ເປັນຕາໃຫ້ກຳລັງ ປກສ ບ້ານ ສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ, ປຸ້ນຈີ້-ຊິງຊັບ, ຂີ້ລັກ-ງັດແງະ. ນອກນັ້ນ, ຍັງຈະເອົາໃຈໃສ່ປັບປຸງຍົກລະດັບທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ແກ່ກຳລັງ ປກສ ບ້ານ ໃຫ້ເຂັ້ມແຂງເພື່ອເປັນກຳລັງຫຼັກໃນການນຳພາແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານໃຫ້ຫຼຸດລົງ.

6 ເດືອນຕົ້ນປີຜ່ານມາ, ອົງການປົກຄອງບ້ານໂພນສີນວນ ໄດ້ປະສານສົມທົບກັບການຈັດຕັ້ງຂັ້ນເທິງ ນຳເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ເອກະສານວັນສຳຄັນຂອງພັກ-ຂອງຊາດ ມາເຜີຍແຜ່ໃຫ້ປະຊາຊົນໄດ້ເຊື່ອມຊຶມ, ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ, ສາມາດສ້າງໃຫ້ປະຊາຊົນພາຍໃນບ້ານມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ຢ່າງຕັ້ງໜ້າ; ພ້ອມທັງສໍາເລັດຝຶກອົບຮົມສິດໜ້າທີ່ຂອງກໍາລັງ ປກສ ບ້ານ 5 ສະຫາຍ.

ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ທ່ານ ນາງ ອານົງໄພ ນຸພາບພະວົງສີ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງສີສັດຕະນາກ ພ້ອມດ້ວຍພໍ່-ແມ່ປະຊາຊົນພາຍໃນບ້ານ.