ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີເຜີຍແຜ່ບັນດາເອກະສານມະຕິ, ຄຳສັ່ງຂອງສູນກາງພັກ ໃນວັນທີ 5 ກໍລະກົດ 2018 ເພື່ອໃຫ້ຄະນະພັກ, ພະນັກງານຫຼັກແຫຼ່ງຮັບຮູ້ເຂົ້າໃຈກ່ຽວກັບມະຕິ, ຄຳສັ່ງ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍໃຫ້ຖືກຕ້ອງ ແລະ ເປັນເອກະພາບພາຍໃນພັກ; ເຜີຍແຜ່ໂດຍ ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ.

ພັອ ບົວພັນ ຍໍລະວົງສາ ເຜີຍແຜ່ໃຫ້ຮູ້ກ່ຽວກັບເອກະສານຄຳສັ່ງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍ ການດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງ ກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄຳແນະນຳຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ ລົງວັນທີ 26 ເມສາ 2016 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 030, 031, 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ມາດຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ.

ໃນໂອກາດດັ່ງກ່າວ, ພັທ ນາງ ບຸນທ່ຽງ ພົມແພງມີ ຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຂຶ້ນຜ່ານຂໍ້ຕົກລົງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ມີດັ່ງນີ້ ຮຕ ຂຶ້ນ ຮທ ມີ 3 ສະຫາຍ ແລະ ສຕ ຂຶ້ນ ສທ ມີ 1 ສະຫາຍ; ເຊິ່ງແມ່ນພະນັກງານ-ນັກຮົບທີ່ມີມາດຖານເງື່ອນໄຂຄົບຖ້ວນ ແລະ ເປັນຜູ້ຫ້າວຫັນປະຕິບັດວຽກງານຈົນມີຜົນສໍາເລັດ.