ອົງການສືບສວນ-ສອບສວນ ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ສສ ຫວຽດນາມ ສາມາດມ້າງຄະດີກຸ່ມຄົນບໍ່ດີຈຳນວນໜຶ່ງ ໃນຂໍ້ຫາຕົ້ມຕຸນຊັບທີ່ມີຜົນເສຍຫາຍມະຫາສານ; ເຊິ່ງຫົວໂປ່ໂຕການໄດ້ປອມເປັນເຈົ້າໜ້າທີ່ທະຫານ ຊັ້ນພົນຈັດຕະວາ (ພົວຈ), ຮ່ວມກັນຈັດຕັ້ງເຄືອຂ່າຍຕົ້ມຕຸນຊັບ ສ້າງຄວາມເສຍຫາຍໃຫ້ປະຊາຊົນຫຼາຍພັນຄົນ.

ເດືອນກຸມພາ 2018 ຜ່ານມາ, ກົມປ້ອງກັນຄວາມສະຫງົບທະຫານ ກະຊວງປ້ອງກັນປະເທດ ໄດ້ຮັບໜັງສືແຈ້ງຄວາມຈາກປະຊາຊົນ ກ່ຽວກັບ ເປົ້າໝາຍຄົນໜຶ່ງທີ່ໃສ່ຊື່ໂຕເອງວ່າ ຮວ້າ ຫີວລັອງ ແນະນຳວ່າຕົນເປັນທະຫານ ຊັ້ນ ພົຈວ ໄດ້ຕົ້ມຕຸນເອົາຊັບສິນປະຊາຊົນ ເຊິ່ງເກີດຜົນເສຍຫາຍຈຳນວນຫຼວງຫຼາຍ ດ້ວຍຮູບແບບການຕົ້ມຕຸນຮັບແລ່ນເອກະສານເອົາຄົນເຂົ້າເປັນກຳລັງທະຫານ ຂອງສະມາຄົມດົ້ງເຢື້ອງ ໂດຍອ້າງວ່າເປັນສະມາຄົມໜຶ່ງທີ່ຂຶ້ນກັບກະຊວງປ້ອງກັນປະເທດ (ລະຫັດແມ່ນ S10).

ຜ່ານການຈັດຕັ້ງກວດກາພົບວ່າ: ບໍ່ມີໃຜທີ່ມີຊື່-ຊັ້ນດັ່ງທີ່ປະຊາຊົນແຈ້ງເຂົ້າມາ ແລະ ກໍບໍ່ມີອົງການໃດ ສະມາຄົມໃດຊື່ດົ້ງເຢື້ອງ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ທີ່ມີລະຫັດ S10. ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຈຶ່ງໄດ້ເຮັດເອກະສານສະເໜີຫາກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ດຳເນີນການສືບສວນ-ສອບສວນ.

ຜ່ານການກວດກາ ແລະ ຕິດຕາມເປົ້າໝາຍຂອງເຈົ້າໜ້າທີ່ໄລຍະໜຶ່ງ. ມາວັນທີ 14 ເມສາ 2018, ອົງການຕຳຫຼວດສືບສວນ-ສອບສວນ ສາມາດຮູ້ໄດ້ ແລະ ຈັບຕົວຜູ້ເຄື່ອນໄຫວແອບອ້າງເປັນເຈົ້າໜ້າທີ່ທະຫານ ດັ່ງກ່າວ; ພ້ອມດ້ວຍພັກພວກອີກ 5 ຄົນ ໂດຍຕັ້ງຂໍ້ຫາຕົ້ມຕຸນຊັບພົນລະເມືອງ, ເຊິ່ງລວມມີ ທ້າວ ຮວ້າຫິວລັອງ ອາຍຸ 54 ປີ ຢູ່ຄຸ້ມບັ໋ກຕື່ລ້ຽມ ຮ່າໂນ້ຍ, ທ້າວ ຫງວຽນມິ້ງເຊິ້ນ ອາຍຸ 47 ປີ ຢູ່ເຂດເກົ່າເຢີຍ ຮ່າໂນ້ຍ, ທ້າວ ແມ້ງຟຸກຫາຍ ອາຍຸ 54 ປີ ຢູ່ເຂດບາດິ່ງ ຮ່າໂນ້ຍ, ນາງ ກ້າວທິກິ້ມ (ເມຍ ທ້າວ ລັອງ ອາຍຸ 48 ປີ ) ແລະ ນາງ ຟຸ່ງທິແທ້ງເຫ ອາຍຸ 40 ປີ ຢູ່ເຂດນາມຕື່ລ້ຽມ ຮ່າໂນ້ຍ.

ຜົນຂອງການສອບສວນເປີດກວ້າງ, ທ້າວ ຮວ້າຫິວລັອງ ໄດ້ອ້າງຕົນວ່າເປັນທະຫານ ຊັ້ນ ພົຈວ ພ້ອມດ້ວຍພັກພວກປອມແປງເອກະສານ ໂດຍນຳໃຊ້ຂໍ້ຕົກລົງ ແລະ ອ້າງຕົນເອງວ່າເປັນພະນັກງານທະຫານ ທີ່ຂຶ້ນກັບຫຼາຍພາກສ່ວນຂອງກະຊວງປ້ອງກັນປະເທດ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ອ້າງໃຫ້ປະຊາຊົນເຊື່ອວ່າ ກະຊວງປ້ອງກັນປະເທດ ກຽມສ້າງສະມາຄົມດົ້ງເຢືອງ S10. ຈາກນັ້ນ, ໄດ້ເວົ້າຍົວະໃຫ້ປະຊາຊົນທີ່ຈະນຳລູກຫຼານມາສະໝັກເຂົ້ານັ້ນ ເອົາເງິນມາລົງທະບຽນເພື່ອກຽມເຂົ້າເຮັດວຽກທີ່ສະຖານທີ່ດັ່ງກ່າວ, ໂດຍແຕ່ລະຄົນທີ່ມາລົງທະບຽນຕ້ອງເອົາເງິນສົດມາຈ່າຍ 50 ຫາ 150 ລ້ານດົ່ງ ອີງຕາມຊັ້ນ ແລະ ໜ້າທີ່ຈະໄດ້ຮັບ ຫຼັງຈາກໄດ້ເຂົ້າເປັນກຳລັງແລ້ວ.

ໄລຍະປີ 2016 ເຖິງ 2018 ໄດ້ມີປະຊາຊົນຫຼາຍພັນຄົນໄດ້ຕົກເປັນເຫຍື່ອ. ນອກຈາກນັ້ນ, ກຸ່ມດັ່ງກ່າວ ຍັງໄດ້ອອກຂ່າວວ່າ ສະມາຄົມດັ່ງກ່າວແມ່ນກຳລັງຢູ່ໃນຂະບວນການປະກອບເອກະສານ ເພື່ອສ້າງຕັ້ງສະມາຄົມ ໃຫ້ທຸກຄົນຟ້າວເອົາເງິນມາລົງທະບຽນໄວ້ ຖ້າຊ້າຈະບໍ່ທັນ.

ທຸກຄັ້ງທີ່ມີການຮັບເອົາເງິນຂອງປະຊາຊົນ ທ້າວ ລັອງ ໄດ້ແນະນຳພັກພວກວ່າ ຖ້າປະຊາຊົນຖາມກ່ຽວກັບສະຖານທີ່ດັ່ງກ່າວແມ່ນໃຫ້ບອກວ່າ ເປັນອົງການປິດລັບຫ້າມເປີດເຜີຍເດັດຂາດ ແລະ ເອົາເຫດຜົນດັ່ງກ່າວເປັນການປະຕິເສດທີ່ຈະຂຽນໃບຮັບເງິນຈາກປະຊາຊົນ. ຈົນມາເຖິງເວລາທີ່ເຈົ້າໜ້າທີ່ກວດພົບຈຶ່ງຮູ້ວ່າພວກກ່ຽວໄດ້ຕົວະເອົາຊັບສິນຂອງປະຊາຊົນມາແລ້ວຫຼາຍກວ່າ 1.000 ຄົນ ທີ່ມາຈາກຫຼາຍເຂດຫຼາຍແຂວງໃນທົ່ວປະເທດ.

ເຈົ້າໜ້າທີ່ເຂົ້າກວດຄົ້ນສະຖານທີ່ພັກເຊົາທີ່ພວກກ່ຽວໃຊ້ເປັນບ່ອນເຄື່ອນໄຫວ ແລະ ຮັບເງິນ ພົບເອກະສານ 1.000 ກວ່າສະບັບ ຂອງຜູ້ເສຍຫາຍທີ່ປະກອບມາໃຫ້ຕາມພວກເຂົາແນະນຳ. ນອກນັ້ນ, ຍັງພົບເຫັນຊຸດເຄື່ອງແບບ, ຊັ້ນຂອງນາຍທະຫານ ພ້ອມດ້ວຍຂໍ້ຕົກລົງຕ່າງໆທີ່ກ່ຽວພັນກັບກະຊວງປ້ອງກັນປະເທດ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ທ້າວ ລັອງ ບໍ່ໄດ້ກ່ຽວຂ້ອງກັບກຳລັງປະກອບອາວຸດແຕ່ຢ່າງໃດ ໂດຍຜູ້ກ່ຽວໄດ້ຮຽນ ຈົບໂຮງຮຽນກໍ່ສ້າງ, ເກີດມີແນວຄິດຕົ້ມຕຸນຊັບ, ຈຶ່ງອ້າງຕົນເປັນເຈົ້າໜ້າທີ່ທະຫານ ຊັ້ນ ພົຈວ ມີຕຳແໜ່ງໃນກະຊວງປ້ອງກັນປະເທດ. ຜົນເສຍຫາຍທີ່ຜູ້ກ່ຽວໄດ້ສ້າງຂຶ້ນແມ່ນຫຼາຍສິບຕື້ດົ່ງ; ປັດຈຸບັນ ເຈົ້າໜ້າທີ່ກຳລັງສືບສວນຂະຫຍາຍຜົນ ແລະ ກຽມສົ່ງສຳນວນຄະດີ ສົ່ງຟ້ອງສານຕັດສິນລົງໂທດຕາມຂັ້ນຕອນຂອງກົດໝາຍ.