ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍຊາວໜຸ່ມຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດ 2018 ໂດຍມີ ພັທ ແຫວນເພັດ ໂພມະຫາລາດ ຄະນະພັກກອງບັນຊາການ ເລຂາ ຄະນະພັກຮາກຖານ ຫົວໜ້າຫ້ອງຕຳຫຼວດ, ມີແຂກຮັບເຊີນ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນຫ້ອງຕຳຫຼວດ ເຂົ້າຮ່ວມ.

ພັຕ ກ່ຳ ດວງປັນຍາ ເລຂາໜ່ວຍຊາວໜຸ່ມຫ້ອງຕຳຫຼວດ ປກສ ແຂວງ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ທັງສອງພາກຕໍ່ກອງປະຊຸມໃຫຍ່ ຄັ້ງທີ V ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 5 ປີຜ່ານມາ, ໜ່ວຍ ຊາວໜຸ່ມຫ້ອງຕຳຫຼວດ ໄດ້ຍົກສູງຄວາມຮັບຜິດຊອບເປັນເຈົ້າການເຄື່ອນໄຫວສຶກສາອົບຮົມການເມືອງ-ນຳພາແນວຄິດໃນຖັນແຖວພະນັກງານສະມາຊິກຊາວໜຸ່ມເປັນປະຈຳ ແລະ ເປັນປົກກະຕິ ເຮັດໃຫ້ພະນັກງານສະມາຊິກຊາວໜຸ່ມມີແນວຄິດການເມືອງທີ່ໜັກແໜ້ນເຂັ້ມແຂງ ສາມາດເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ລະບຽບຂອງຊາວໜຸ່ມໄດ້ເປັນຢ່າງດີ ຈຳແນກໄດ້ມິດ, ສັດຕູຢ່າງຈະແຈ້ງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ຕັ້ງໜ້າປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ພ້ອມກັນນັ້ນ, ກໍໄດ້ປະຕິບັດຂໍ້ແຂ່ງຂັນ 4 ບຸກຢ່າງຕັ້ງໜ້າ.

ໜ່ວຍຊາວໜຸ່ມຫ້ອງຕຳຫຼວດ ປກສ ແຂວງ ຈະສືບຕໍ່ປະຕິບັດຕາມພາລະບົດບາດຈັດຕັ້ງເຄື່ອນໄຫວວຽກງານວິຊາສະ ເພາະ ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາໃນການຄົ້ນຄວ້າປັບປຸງກໍ່ສ້າງຈັດຕັ້ງສັບຊ້ອນຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕ່າງໆຕໍ່ກຳລັງປ້ອງກັນຄວາມສະຫງົບ ຕາມການຕົກລົງຂອງຂັ້ນເທິງ ແນໃສ່ເຮັດໃຫ້ກົງຈັກການຈັດຕັ້ງຂອງກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງວຽງຈັນ ມີຄວາມໜັກແໜ້ນເຂັ້ມແຂງ.

ກອງປະຊຸມຍັງໄດ້ດຳເນີນການປ່ອນບັດເລືອກເອົາຄະນະບໍລິຫານງານໜ່ວຍຊາວໜຸ່ມຊຸດໃໝ່ ເຊິ່ງມີຜູ້ເຂົ້າສະໝັກ ເລືອກຕັ້ງ 7 ສະຫາຍ ເລືອກເອົາ 5 ສະຫາຍ ໂດຍໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ພັຕ ບຸນສີ ແກ້ວພະນົມໄຊ ເປັນເລຂາໜ່ວຍຊາວໜຸ່ມ, ພັຕ ນາງ ຄອນສະຫວັນ ບົວລະພັນ ເປັນຮອງເລຂາ, ພັຕ ຈັນພະລາ ພົມມະວົງ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ອີກ 2 ສະຫາຍ ເປັນຄະນະ ເພື່ອຊີ້ນຳ-ນຳພາສະມາຊິກຊາວໜຸ່ມຫ້ອງຕຳຫຼວດ ເຮັດໜ້າທີ່ວຽກງານໃຫ້ສຳເລັດຜົນ ແລະ ມີຜົນງານໃຫຍ່ຫຼວງກວ່າເກົ່າ.