ວັນທີ 10 ກໍລະກົດ 2018, ສະຫະພັນແມ່ຍິງ ປກສ ແຂວງຄຳມ່ວນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງ ການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955- 2018) ໂດຍມີ ພັທ ນາງ ທອງຂານ ພົງສະຫວັນ ຄະນະບໍລິຫານສະຫະພັນແມ່ຍິງ ປກສ ແຂວງ, ບັນດາສະມາຊິກແມ່ຍິງ, ແຂກຮັບເຊີນເຂົ້າຮ່ວມຮັບຟັງ.

ພັທ ຄຳສີງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໃຫ້ຮູ້ວ່າ: ໃນວັນທີ 20 ກໍລະກົດ ຂອງທຸກໆປີ ສະຫະພັນແມ່ຍິງແຕ່ລະຂັ້ນ, ສະມາຊິກສະຫະພັນແມ່ຍິງ ຕະຫຼອດແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ໄດ້ພ້ອມໃຈກັນເຂົ້າຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວຢ່າງເປັນຂະບວນການຟົດຟື້ນ.

ອົງການຈັດຕັ້ງສະຫະພັນແມ່ຍິງລາວ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງໃນລະບົບການເມືອງຂອງລະບອບປະຊາທິ ປະໄຕ ປະຊາຊົນ ໂດຍເຮັດໜ້າທີ່ໃນການເປັນຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ພ້ອມທັງເຕົ້າໂຮມຄວາມສາມັກຄີແມ່ຍິງລາວບັນດາເຜົ່າ ເພື່ອປະກອບສ່ວນເຂົ້າໃນການສ້າງສາ ພັດທະນາເສດຖະກິດ-ສັງຄົມ ກໍຄືການພັດທະນາແມ່ຍິງເພື່ອປົກປັກຮັກສາມູນເຊື້ອທີ່ເປັນເອກະລັກຂອງແມ່ຍິງລາວໃນໄລຍະໃໝ່; ພ້ອມທັງຊຸກຍູ້ສົ່ງເສີມການປະຕິບັດສິດສະເໝີພາບບົດບາດລະຫວ່າງຍິງ-ຊາຍໃນຄອບຄົວ ແລະ ສັງຄົມຢ່າງຕໍ່ເນື່ອງ.

ສະເພາະສະຫະພັນແມ່ຍິງ ປກສ ແຂວງຄຳມ່ວນ ຍັງໄດ້ຮັບແຈ້ງການຈາກສູນກາງສະຫະພັນແມ່ຍິງລາວ ໃນການເພີ່ມທະວີທາງດ້ານວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ບັນດາສະມາຊິກສະຫະພັນແມ່ຍິງແຕ່ລະຂັ້ນທີ່ຕົນຮັບຜິດຊອບໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ການພັດທະນາແມ່ຍິງ ພ້ອມທັງປະກອບສ່ວນສຸມທຸກສະຕິປັນຍາຂອງ ຕົນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ຕາມວິໄສທັດພັດທະນາແມ່ຍິງລາວແຕ່ນີ້ຮອດປີ 2030, ແຜນຍຸດທະສາດພັດທະນາແມ່ຍິງລາວຮອດປີ 2025, ແຜນພັດທະນາແມ່ຍິງລາວ ໄລຍະແຕ່ປີ 2016-2020 ຕາມເປົ້າໝາຍການພັດທະນາແມ່ຍິງແບບຍືນຍົງ ພ້ອມທັງເພີ່ມທະວີຄວາມຮັບຜິດຊອບຂອງຄະນະນຳ ແລະ ສະມາຊິກສະຫະພັນແມ່ຍິງລາວ ເພື່ອຈັດຕັ້ງປະຕິບັດຕາມຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໂດຍຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງດ້ວຍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເພື່ອແນໃສ່ການສ້າງຄອບຄົວ ແລະ ບ້ານແມ່ຍິງສະຫະພັນ 3 ດີ ຕິດພັນກັບການສ້າງບ້ານພັດທະນາໃຫ້ເປັນ ຂະບວນການຢ່າງກວ້າງຂວາງ ແລະ ເຂົ້າສູ່ຊີວິດຕົວຈິງນັບມື້ເພີ່ມຂຶ້ນໄປເລື້ອຍໆ.