ຄະນະພັກຮາກຖານຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີເຊື່ອມຊຶມເອກະສານບັ້ນດຳເນີນຊິວິດການເມືອງ ກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ປະຈຳປີ 2018 ໃນວັນທີ 7 ກໍລະກົດ 2018 ໂດຍການເຜີຍແຜ່ຂອງ ສະຫາຍ ພັທ ຄຳພອນ ສີກຸມພົນ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີບັນດາຮອງເລຂາຄະນະພັກຮາກຖານ, ຮອງເລຂາໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງພາຍໃນຫ້ອງດັ່ງກ່າວເຂົ້າຮ່ວມ.

ສະຫາຍ ພັທ ຄຳພອນ ສີກຸມພົນ ໄດ້ເຜີຍແຜ່ເອກະສານສຳຄັນຕ່າງໆ ເປັນຕົ້ນແມ່ນເອກະສານປັບປຸງຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ; ມະຕິຕົກລົງສະບັບເລກທີ 103/ກມສພ, ລົງວັນທີ 15 ພະຈິກ 2006 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່; ເອກະສານຄຳສັ່ງເລກທີ 44/ປກສ, ລົງວັນທີ 10 ມັງກອນ 2018 ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕິດພັນກັບການຕ້ານການສໍ້ລາດບັງຫຼວງໃນກຳລັງປ້ອງກັນຄວາມສະຫງົບ; ຄຳສັ່ງສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ຂອງກົມໃຫຍ່ການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄຳສັ່ງແນະນຳເລກທີ 291/ຄຈສມ; ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມໃຫຍ່ການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເປັນການຍົກສູງຄຸນນະພາບຂອງການຈັດຕັ້ງຮາກຖານພັກ, ກົມກອງ, ສະມາຊິກພັກ ແລະ ພະນັກງານ-ນັກຮົບ ເພີ່ມທະວີບົດບາດຄວາມສາມາດໃນການຊີ້ນຳໆພາ-ບັນຊາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕໍ່ກັບ ໜ້າທີ່ວຽກງານ ແລະ ພະນັກງານ-ນັກຮົບໃນກຳລັງປ້ອງກັນຄວາມສະຫງົບ ທີ່ຕົນຮັບຜິດຊອບໃຫ້ມີບາດກ້າວທ່ວງທ່າອັນໃໝ່ ແລະ ປະຕິບັດຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ກົດລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບໃຫ້ເຂັ້ມງວດ ເພື່ອສ້າງກົມກອງໃຫ້ກາຍເປັນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ແລະ ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດ, ແບບແຜນວິທີນຳພາ-ວິທີເຮັດວຽກໃຫ້ມີປະສິດທິຜົນສູງ ເພື່ອຊອກຫາສາເຫດທີ່ພາໃຫ້ມີຈຸດດີ-ຈຸດອ່ອນ.

ໃນພິທີ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອຮັບປະກັນໃນການກໍ່ສ້າງກົມກອງ, ກໍ່ສ້າງພັກ ແລະ ກໍ່ສ້າງພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ຖືກຕ້ອງ ແນໃສ່ຊຸກຍູ້ຂະບວນການດ້ານຕ່າງໆຢູ່ໃນກົມກອງຕົນເອງ ຮັບຜິດຊອບໃຫ້ຂະຫຍາຍຕົວຟົດຟື້ນກວ້າງຂວາງ ເພື່ອສ້າງໃຫ້ແຕ່ລະພາກສ່ວນທີ່ກຽ່ວຂ້ອງນັ້ນມີການແຂ່ງຂັນກັນ ພ້ອມກັນຕັດສິນໃຈເຮັດສຳເລັດໜ້າທີ່ວຽກງານຕາມການມອບໝາຍຈາກຂັ້ນເທິງ ເພື່ອເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ປ້ອງກັນຄວາມສະຫງົບແຂວງຄຳມ່ວນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.