ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເຜີຍແຜ່ແນະນໍາການຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃນລະຫວ່າງວັນທີ 16-17 ກໍລະກົດ 2018 ທີ່ຫໍປະຊຸມແຫ່ງຊາດ; ເປັນປະທານ ແລະ ເຜີຍແຜ່ໂດຍທ່ານ ປອ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງ, ຫ້ອງການອ້ອມຂ້າງກະຊວງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ປອ ລຽນ ທິແກ້ວ ກ່າວວ່າ: ການເຜີຍແຜ່ໃນຄັ້ງນີ້ ເພື່ອໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນຮັບຮູ້, ເຂົ້າໃຈເປັນເອກະພາບ ແລະ ດໍາເນີນການຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດໜ້າທີ່ຂອງຕົນ ເຮັດໃຫ້ບັນດາເປົ້າໝາຍຈັດຕັ້ງປະຕິບັດນັບແຕ່ບັນດາຂະແໜງການ ອົງການທຽບເທົ່າຂັ້ນສູນກາງ, ມີບ່ອນອີງສໍາລັບປັບປຸງມາດຕະຖານຂອງຕົນ, ບັນດາທ້ອງຖິ່ນ ແລະ ຮາກຖານ, ມີເນື້ອໃນພື້ນຖານເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງທ້ອງຖິ່ນ.

ດໍາລັດ 348/ລບ ວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ປະກອບມີ 6 ໝວດ 19 ມາດຕາ. ໃນນີ້, ບັນຫາທີ່ເປັນໃຈກາງກວ່າໝູ່ແມ່ນໝວດທີ 3 ການກໍານົດມາດຕະຖານພັດທະນາ ມາດຕາທີ 7 ໄດ້ກໍານົດມາດຕະຖານຄອບຄົວພັດທະນາ ປະກອບມີ 5 ເງື່ອນໄຂ ມາດຕາທີ 8 ມາດຕະຖານ ບ້ານພັດທະນາ ປະກອບດ້ວຍ 11 ເງື່ອນໄຂ ມາດຕາ 9 ມາດຕະຖານ ເມືອງເຂັ້ມແຂງຮອບດ້ານ ປະກອບດ້ວຍ 10 ເງື່ອນໄຂ ມາດຕາທີ 10 ມາດຕະຖານບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ປະກອບດ້ວຍ 14 ເງື່ອນໄຂ. ຈຸດປະສົງດໍາລັດສະບັບນີ້ແມ່ນກໍານົດມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ເພື່ອເປັນພື້ນຖານໃຫ້ແກ່ການກໍານົດເປົ້າໝາຍ.

ໃນພິທີ, ຍັງໄດ້ສະເໜີບາດກ້າວການຈັດຕັ້ງປະຕິບັດ ດໍາລັດເລກທີ 348/ລບ ວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ແລະ ບົດແນະນໍາ ເລກທີ 0830/ກປ ກ່ຽວກັບມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂັ້ນຄອບຄົວ ແລະ ບ້ານ.