ໃນວັນທີ 16 ກໍລະກົດ 2018, ຫ້ອງການກາແດງ ແຂວງຄໍາມ່ວນ ໄດ້ລົງຢ້ຽມຢາມໂຮງຮຽນ ປກສ ຊັ້ນຕົ້ນ ເລກ 5 ແຂວງຄໍາມ່ວນ ເພື່ອປຸກລະດົມນັກສຶກສາຢູ່ໂຮງຮຽນດັ່ງກ່າວ ເຂົ້າຮ່ວມບໍລິຈາກເລືອດ ເພື່ອຊ່ວຍເຫຼືອຄົນທີ່ໄດ້ຮັບບາດເຈັບຈາກການເກີດອຸບັດຕິເຫດ ຫຼື ພະຍາດອື່ນໆທີ່ຕ້ອງການເລືອດ ແລະ ເພື່ອຊ່ວຍເຫຼືອສັງຄົມ, ເຂົ້າຮ່ວມໂດຍ ພັທ ຄຳພອນ ສີກຸມພົນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ, ມີ ທ່ານ ຄໍາດີ ອາດຈະເລີນສຸກ ຮອງເຈົ້າເມືອງໆມະຫາໄຊ, ທ່ານ ດຣ ວິລິດ ພະສະຫວັດ ຮອງຫົວໜ້າອົງການກາ ແດງແຂວງຄຳມ່ວນ, ມີບັນດາອຳນວຍການໂຮງຮຽນພະນັກງານ, ຄູ-ອາຈານ, ນັກສຶກສາຈາກໂຮງຮຽນດັ່ງກ່າວເຂົ້າຮ່ວມ 300 ກວ່າຄົນ.

ການຈັດກິດຈະກຳປຸກລະດົມບໍລິຈາກເລືອດຄັ້ງນີ້, ແມ່ນເພື່ອດຳເນີນຕາມແຜນການຂອງອົງການກາແດງລາວ ກໍ ຄືຫ້ອງການກາແດງແຂວງຄຳມ່ວນ ທີ່ໄດ້ກຳນົດໄວ້ໃນປີ 2018 ທັງເປັນການສ້າງຈິດສຳນຶກໃຫ້ຊັ້ນຄົນຕ່າງໆໃນສັງຄົມ ເຫັນໄດ້ເຖິງຄວາມຈຳເປັນຂອງວຽກງານບໍລິຈາກເລືອດ ເພື່ອນຳໄປຊ່ວຍເຫຼືອກອບກູ້ເອົາຊີວິດຄົນເຈັບທີ່ກຳລັງນອນປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ ທີ່ຕ້ອງການເລືອດພາຍໃນແຂວງ ແລະ ຂອບເຂດທົ່ວປະເທດ ພ້ອມທັງ ແນໃສ່ປະຕິບັດຕາມ 3 ຄຳຂວັນ ຄື: ໃຫ້ມີເລືອດພຽງພໍ, ປອດໄພ, ທ່ວງທັນກັບຄວາມຕ້ອງການຂອງຄົນເຈັບ.

ສະເພາະກິດຈະກຳບໍລິຈາກເລືອດໃນຄັ້ງນີ້, ມີຜູ້ບໍລິຈາກເລືອດທັງໝົດ ຈຳນວນ 97 ຖົງ ໃນນັ້ນ, ປກສ ແຂວງຄໍາມ່ວນ ບໍລິຈາກ 1 ຖົງ. ສໍາລັບປີ 2018 ຫ້ອງການກາແດງແຂວງ ຈະປະຕິບັດການປຸກລະດົມບໍລິຈາກເລືອດໃຫ້ໄດ້ 1.800 ຖົງ ຕາມການວາງຄາດໝາຍຂອງອົງການກາແດງລາວ.