ຕາມການລາຍງານຂອງເຈົ້າໜ້າທີ່ສະກັດກັ້ນ ແລະ ປາບປາມຢາເສບຕິດ ປະເທດລັດເຊຍ ໃຫ້ຮູ້ວ່າ: ໃນໄລຍະການແຂ່ງຂັນເຕະບານຊີງແຊັມໂລກທີ່ຫາກໍຜ່ານໄປ, ກໍເກີດມີກຸ່ມຄົນບໍ່ດີສວຍໃຊ້ໂອກາດເຄື່ອນໄຫວນີ້ຄ້າຢາເສບຕິດ ປະເພດໂຄເຄນ ເພື່ອກົດໜ່ວງລາຄາແພງຂຶ້ນເປັນສອງເທົ່າ ເມື່ອທຽບໃສ່ລາຄາປົກກະຕິ.

ເຈົ້າໜ້າທີ່ຕຳຫຼວດປະເທດລັດເຊຍ (FSB) ສາມາດມ້າງໄດ້ຄະດີຄ້າຢາເສບຕິດປະເພດໂຄເຄນລາຍໃຫຍ່ ລວມມູນຄ່າປະມານ 35 ລ້ານໂດລາສະຫະລັດ ເຊິ່ງຢູ່ໃນຂັ້ນຕອນການກະກຽມນຳເຂົ້າຈຳໜ່າຍໃນໄລຍະການແຂ່ງຂັນເຕະບານໂລກ 2018 ຜ່ານມາ, ຢາເສບຕິດດັ່ງກ່າວຖືກເຈົ້າໜ້າທີ່ຕຳຫຼວດສືບຮູ້ກ່ອນ ໂດຍໄດ້ຮັບການລາຍງານຂ່າວຈາກພະນັກງານສືບຂ່າວວ່າ: ມີຢາເສບຕິດຈຳນວນມະຫາສານຊຸກເຊື່ອງໄວ້ໃນຕຶກສະຖານທູດລັດເຊຍ ທີ່ນະຄອນຫຼວງ Buenos Aires ປະເທດອາກຊັງຕິນ ແລະ ກຳລັງກຽມສົ່ງຢາເສບຕິດທັງໝົດເຂົ້າຈຳໜ່າຍໃນລັດເຊຍ ເຊິ່ງພວກເຂົາໄດ້ຫຍັດໃສ່ກະເປົາເດີນທາງ ຈຳນວນ 16 ໜ່ວຍ ມີຢາເສບຕິດປະເພດໂຄເຄນ ປະມານ 385 ກິໂລກຼາມ.

ກ່ອນໜ້ານີ້, ທ່ານ Viktor Koronelli ຫົວໜ້າອົງການຜູ້ຕາງໜ້າການຕ່າງປະເທດລັດເຊຍ ແລະ ນັກສືບຂ່າວລັບ 3 ຄົນ ຂອງ FSB ໄດ້ລາຍງານຂ່າວໃຫ້ທ່ານຫົວໜ້າກະຊວງປ້ອງກັນຄວາມສະຫງົບ ປະເທດອາກຊັງຕິນ ຮູ້ວ່າ: ມີຢາເສບຕິດຈຳນວນຫຼາຍຊຸກເຊື່ອງໄວ້ໃນຕຶກເຮັດວຽກຂອງສະຖານທູດລັດເຊຍ ທີ່ນະຄອນຫຼວງ Buenos Aires.

ສື່ຂ່າວ Vzglyad ໄດ້ວິເຄາະວ່າ: ຫຼັກຖານທີ່ຈະແຈ້ງທີ່ສຸດໃນຄະດີດັ່ງກ່າວ ແມ່ນສຽງທີ່ຖືກບັນທຶກຈາກການສົນທະນາຜ່ານໂທລະສັບ ລະຫວ່າງກຸ່ມເຄື່ອນໄຫວນຳກັນ ເຊິ່ງພວກເຂົາໄດ້ປຶກສາກັນເລື່ອງນຳສົ່ງຢາເສບຕິດດັ່ງກ່າວເຂົ້າປະເທດລັດເຊຍ, ເຊິ່ງລວມທັງເສັ້ນທາງການຕ່າງປະເທດ. ນອກນັ້ນ, ພວກເຂົາຍັງເສຍລັບໃຫ້ເຈົ້າໜ້າທີ່ອີກຫຼາຍຢ່າງ.

ນີ້ແມ່ນວຽກສືບສວນ-ສອບສວນທີ່ພົບຄວາມຫຍຸ້ງຍາກຕະຫຼອດ 16 ເດືອນ ກ່ອນໜ້າຈະເປີດການແຂ່ງຂັນບານໂລກ 2018 ເຊິ່ງເປັນສະພາບການທີ່ໜ້າເປັນຫ່ວງຂອງ 2 ປະເທດລັດເຊຍ ແລະ ອາກຊັງຕິນ ໂດຍການຊີ້ນຳໂດຍກົງຂອງ ທ່ານ Nikolai Patrushev ຜູ້ຊີ້ນຳ FSB.

ມາຮອດເດືອນມິຖຸນາ 2018, ຕຳຫຼວດປະເທດອາກຊັງຕິນ ກໍມ້າງໄດ້ຄະດີຢາເສບຕິດ ເຊິ່ງກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດໄດ້ຊຸກເຊື່ອງໄວ້ໃນຂັນແຊັມບານໂລກຈຳລອງທີ່ສ້າງຂຶ້ນມາ ເປັນຢາເສບຕິດປະເພດໂຄເຄນ ໜັກຫຼາຍກິໂລກຼາມ ທີ່ນະຄອນຫຼວງ Buenos Aires ປະເທດອາກຊັງຕິນ, ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຢາເສບຕິດຈຳນວນດັ່ງກ່າວ ອາດເປັນຈຳນວນຍ່ອຍທີ່ຈຳໜ່າຍໃນທ້ອງຖິ່ນເທົ່ານັ້ນ.

ວັນທີ 22 ມິຖຸນາ 2018, ຕຳຫຼວດປະຈຳສະໜາມບິນສາກົນ El Dorado ນະຄອນຫຼວງ Bogota ປະເທດໂກລົມບີ ກໍສາມາດກວດພົບ ແລະ ຈັບກຸມເປົ້າໝາຍພ້ອມຂອງກາງໂຄເຄນ ໜັກ 70 ກິໂລກຼາມ ເຊິ່ງພວກເຂົາໄດ້ອອກແບບປະສົມໃສ່ໃນເສື້ອກິລາຂອງປະເທດຕົນເອງ.

ຈຳນວນຢາເສບຕິດ ມູນຄ່າ 3,7 ລ້ານໂດລາສະຫະລັດ ຖືກຈັບໄດ້ທີ່ກາງຕົວເມືອງ, ເມື່ອເຈົ້າໜ້າທີ່ກວດກາອຸປະກອນເຄື່ອງຂອງເດີນທາງສ່ວນຕົວບຸກຄົນທີ່ກຽມອອກນອກສະໜາມບິນ ເຊິ່ງມີເປົ້າໝາຍເດີນທາງໄປນະຄອນ Groningen ປະເທດໂຮນລັງ, ເຈົ້າໜ້າທີ່ຕຳຫຼວດປາບປາມຢາເສບຕິດ ປະເທດໂກໂລມບີ ກວດພົບແກັດເຄື່ອງກິລາທີມຊາດຕົນ ຈຳນວນ 14 ຜືນ ເຊິ່ງສົງໄສວ່າຖືກກຸ່ມດັ່ງກ່າວຍ້ອມຢາເສບຕິດປະເພດ hydrochloride cocaine ເຊິ່ງເປັນຮູບແບບການເຄື່ອນໄຫວໃໝ່ແນບນຽນທີ່ສຸດ ເພື່ອຫວັງຕົບຕາເຈົ້າໜ້າທີ່ຕຳຫຼວດ; ຮູບແບບການເຮັດ ພວກກ່ຽວແມ່ນຍ້ອມຢາເສບຕິດລົງໃສ່ແພເສື້ອ-ໂສ້ງ ເມື່ອສຳເລັດນ້ຳໜັກຂອງເຄື່ອງນຸ່ງຈະໜັກຂຶ້ນປະມານ 15%.

ການຍ້ອມຢາເສບຕິດຂອງພວກກ່ຽວ ອາດເຮັດໃຫ້ຫ້ອງທົດລອງທີ່ບໍ່ມີອາກາດປະປົນ ເພາະຈະເຮັດໃຫ້ນ້ຳໜັກຂອງໂຄເຄນບໍ່ສູນເສຍຈັກກຼາມ. ທ່ານ Coronel Wilson Liza Ramirez ຜູ້ຊີ້ນຳວຽກງານປາບປາມຢາເສບຕິດທີ່ສະໜາມບິນສາກົນ El Dorado ໃຫ້ຮູ້ວ່າ: ບັນດາກຸ່ມເຄື່ອນໄຫວຄ້າຂາຍເຖື່ອນ ໂດຍສະເພາະແມ່ນຄ້າຂາຍຢາເສບຕິດໄດ້ສວຍໂອກາດໄລຍະແຂ່ງຂັນເຕະບານໂລກ 2018 ເປັນເຄື່ອງມືໃນການ ເຄື່ອນໄຫວ. ທ່ານເວົ້າຕື່ມວ່າ: ກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດແມ່ນຈະບໍ່ຢຸດເຊົາ ແຕ່ຫາກຫາທຸກວິທີທາງທີ່ເຈົ້າໜ້າທີ່ເຮົາອາດບໍ່ຄາດຄິດໃນຮູບແບບການແອບແຝງຂອງພວກເຂົາ ຈະມາໃນຮູບແບບຕ່າງໆໃນໄລຍະເຕະບານໂລກນີ້ ເຊັ່ນຕົວຢ່າງພວກເຂົາໄດ້ຍ້ອມໃສ່ໃນຊຸດເຄື່ອງກິລາທີມຊາດ ເຊິ່ງຫຼາຍຄົນຄິດວ່າເປັນເຄື່ອງທີ່ເປັນເອກະລັກ ແລະ ຕ້ອງການຊື້ມານຸ່ງ ເພື່ອເປັນການຊົມການເຊຍທີມເຕະບານຊາດຂອງຕົນ; ດັ່ງນັ້ນ, ພວກເຂົາໄດ້ໃຊ້ໂອກາດນີ້ເປັນການລັກຍ້ອມຢາເສບຕິດ ແລ້ວນຳສົ່ງອອກເພື່ອບໍ່ໃຫ້ເປັນການຖືກລະແວງສົງໄສຈາກເຈົ້າໜ້າທີ່.

ນອກຈາກນີ້, ນັກກິລາບາງຄົນກໍໄດ້ມີພຶດຕິກຳບໍ່ເໝາະສົມ ໂດຍມີການພົວພັນການກະທຳຜິດ ໂດຍໃຊ້ຊື່ສຽງຂອງຕົນພົວພັນກັບ ກຸ່ມເຄື່ອນໄຫວຄ້າຢາເສບຕິດໃນປະເທດໂກໂລມບີ ເພື່ອຜະລິດໂສ້ງ-ເສື້ອ ແລະ ອຸປະກອນອື່ນໆກ່ຽວກັບຕົນເອງອອກມາຂາຍ; ເຊິ່ງພຶດຕິກຳແບບນີ້ແມ່ນເກີດມີມາ ແຕ່ປີ 1980 ເປັນຕົ້ນມາ ເຊິ່ງໃນປີນັ້ນ ເປັນປີທີ່ມີການເຄື່ອນໄຫວໃນລັກສະນະສວຍໃຊ້ຊື່ສຽງຂອງນັກເຕະບານດັງ ເຂົ້າຮ່ວມເຄື່ອນໄຫວຄ້າຂາຍຢາເສບຕິດຂອງ 2 ກຸ່ມ ຄື Medellin ແລະ Cali Cartel ເຊິ່ງທັງ 2 ກຸ່ມນີ້ແມ່ນໄດ້ຮັບການສະໜັບສະໜູນຈາກຫຼາຍສະໂມສອນເຕະບານ ໃນປະເທດໂກໂລມບີ; ດັ່ງນັ້ນ, ຈຶ່ງເປັນໂອກາດດີຂອງພວກເຂົາທີ່ຈະນຳໃຊ້ຂະບວນການນີ້ ເພື່ອເປັນການຟອກເງິນທີ່ໄດ້ມາຈາກການຄ້າຢາເສບຕິດໃນຮູບແບບຕ່າງໆ.

ບັນດາແຟນບານເຕະທີ່ມີຊື່ສຽງທີ່ສຸດຂອງທີມຊາດອາກຊັງຕິນ ເອີ້ນວ່າ: “barras bravas” ເຊິ່ງທີມນີ້ແມ່ນໄດ້ມີການພົວພັນກັບກຸ່ມກໍ່ອາຊະຍາກຳຄ້າຂາຍຢາເສບຕິດມາແຕ່ດົນນານແລ້ວ, ເຊິ່ງມີບຸກຄົນໜຶ່ງໃນກຸ່ມເຄີຍຖືກຂໍ້ຫາພົວພັນຄ້າຂາຍຢາເສບຕິດ ແລະ ທາດເຄມີຫວງຫ້າມຮ່ວມກຸ່ມທາງນອກມາແລ້ວ.

ນອກຈາກການສວຍໃຊ້ສິນຄ້າທີ່ກ່ຽວຂ້ອງກັບກິລາແລ້ວ, ບາງຫົວໂປ່ຄ້າຂາຍເຖື່ອນຍັງໃຊ້ນັກກິລາເຕະບານ ເພື່ອເຮັດເປັນຜູ້ຮັບປະກັນໃຫ້ຕົນເອງໄດ້ພົວພັນກັບ ເຄືອຂ່າຍການຄ້າຂາຍເຖື່ອນໃນລະດັບສາກົນນຳອີກ. ເຈົ້າໜ້າທີ່ກໍເຊື່ອວ່າງານແຂ່ງຂັນກິລາເຕະບານໂລກ ແມ່ນເປັນບ່ອນທີ່ສ້າງໂອກາດໃຫ້ກຸ່ມເຫຼົ່ານີ້ມາພົບ ແລະ ປຶກສາຫາລືກັນຢ່າງແນ່ນອນ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ