ປະເທດ Mozambique ຈັດວ່າເປັນປະເທດທີ່ມີການນຳສົ່ງຢາເສບຕິດອອກນອກປະເທດ ໃຫຍ່ອັນດັບ 2 ຂອງໂລກ ຕາມຜົນສະຫຼຸບແມ່ນແຕ່ລະປີມີຢາເສບຕິດ ປະເພດເຮໂຣອິນ ໜັກ 40 ໂຕນ ເຊິ່ງມີການລັກລອບສົ່ງອອກເຂດຊາຍແດນໄປຫາບັນດາປະເທດໃກ້ຄຽງ. ທ່ານ Joseph Hanlon ອະດີດນັກຂ່າວ ແລະ ນັກວິເຄາະທີ່ວິທະຍາໄລເສດຖະກິດ ທີ່ລອນດອນ ປະເທດອັງກິດ ໃຫ້ຮູ້ວ່າ: ກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດນີ້ແມ່ນໄດ້ນຳໃຊ້ເຄື່ອງນຳໃຊ້ເອເລັກໂຕຼນິກທີ່ທັນສະໄໝ ໂດຍໃຊ້ແອັບພີເຄຊັນ ວັອດແອັບ ເປັນເຄື່ອງມືຕິດຕໍ່ສື່ສານໃນການເຄື່ອນໄຫວ.

ປັດຈຸບັນປະເທດດັ່ງກ່າວກຳລັງເປັນສູນລວມທີ່ສຳຄັນຂອງກຸ່ມກໍ່ອາຊະຍາກຳ ໂດຍສະເພາະກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ເຊິ່ງນຳສິນຄ້າຜິດກົດໝາຍທັງໝົດລວມທັງຢາເສບຕິດ ປະເພດເຮໂຣອິນ ແມ່ນຖືກກວດພົບວ່າ ຖືກປະກົດຕົວອອກຈາກອັບການິສະຖານ ເຄື່ອນຍ້າຍເຂົ້າມາອ່າວທະເລທາງທິດຕາເວັນຕົກຂອງປະເທດປະກິດສະຖານ. ຈາກນັ້ນ, ແມ່ນຖືກນຳສົ່ງຕໍ່ດ້ວຍ dhow (ເຮືອນໍາສົ່ງໃນຮູບແບບອາຣັບ), ເມື່ອຖືກນຳສົ່ງດ້ວຍຮູບແບບດັ່ງກ່າວເຖິງທະເລທິດເໜືອຂອງປະເທດ Mozambique ເຮືອ dhow ແມ່ນຈະສົ່ງເຮໂຣອິນເຂົ້າເຮືອຂະໜາດນ້ອຍກວ່າ ເພື່ອສົ່ງຕໍ່ເຂົ້າແຄມຝັ່ງທະເລ ແລະ ຈະມີລົດບັນທຸກຂະໜາດນ້ອຍກຽມຮັບເອົາຢາເສບຕິດເຫຼົ່ານັ້ນ ສົ່ງຕໍ່ເຂົ້າສາງຂອງພວກເຂົາ.

ຈາກນັ້ນ, ລົດບັນທຸກທີ່ໄປຮັບເອົາຢາເສບຕິດ ຈະເດີນທາງໄປໄກອີກ 3.000 ກິໂລແມັດ ຈົນເຖິງນະຄອນ Johannesburg ຂອງອາຟຼິກກາໃຕ້, ສຸດທ້າຍ ເຮໂຣອິນ ຈະຖືກຂົນຂຶ້ນເຮືອ ເພື່ອນຳສົ່ງໄປຕໍ່ທີ່ທະວີບເອີຣົບ. ເຮືອ dhow ທຸກລຳ 1 ຖ້ຽວ ຈະສາມາດຂົນເຮໂຣອິນໄດ້ 1 ໂຕນ. ນອກນັ້ນ, ກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ຍັງໄດ້ນຳໃຊ້ການຂົນສົ່ງຜ່ານທາງຕູ້ຄອນເທັນເນີ ເຊິ່ງຈະນຳໃຊ້ 2 ທ່າເຮືອ ຄື: ທ່າເຮືອ Nacala ແລະ Beira ຂອງປະເທດ Mozambique; ຈາກນັ້ນ, ຈະນຳຢາເສບຕິດທີ່ສາມາດລັກລອບໄດ້ສຳເລັດ ສັບປົນໃສ່ກັບສິນຄ້າປະເພດອື່ນໆ ແລ້ວຫາທາງທະຍອຍສົ່ງອອກໃຫ້ເບິ່ງຄືວ່າ ເຮັດຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ. ເວົ້າລວມແລ້ວ ຢ່າງໜ້ອຍ 1 ປີ ກຸ່ມເຄື່ອນໄຫວຄ້າຢາເສບຕິດທີ່ແອບແຝງໃນຫຼາຍຮູບແບບ ໄດ້ນຳສົ່ງຢາເສບຕິດປະເພດເຮໂຣອິນ ອອກປະເທດ Mozambique ບໍ່ຕ່ຳກວ່າ 40 ໂຕນ ແລະ ມູນຄ່າຂອງຢາເສບຕິດ 1 ໂຕນ ແມ່ນ 20 ລ້ານໂດລາສະຫະລັດ.

ເມື່ອຫວນຄືນຫຼັງປົດປ່ອຍແລ້ວ ໃນປີ 1992 ປະເທດ Mozambique ໄດ້ກາຍເປັນຈຸດສູນລວມໃນການເຄື່ອນໄຫວຄ້າຂາຍຢາເສບຕິດ. ຕາມການລາຍງານຂອງອົງການຈັດຕັ້ງ Chatham House ວ່າ: ຈຸດພິເສດ ແລະ ທີ່ຕັ້ງຂອງປະເທດນີ້ ແມ່ນໄດ້ສ້າງຄວາມສະດວກຫຼາຍດ້ານໃຫ້ກັບກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ເພາະວ່າເປັນປະເທດທີ່ຖືກອ້ອມຮອບດ້ວຍທະເລ, ມີເສັ້ນທາງເດີນທະເລຍາວຫຼາຍພັນກິໂລແມັດ ແລະ ເປັນປະເທດທີ່ມີເສັ້ນທາງຜ່ານຂອງຂະບວນການຄ້າຂາຍເຖື່ອນລາຍໃຫຍ່ທີ່ຖືກບັນຊາຈາກກຸ່ມມີອຳນາດມືດ.

ເຮໂຣອິນ ຖືກພວກເຂົາເບິ່ງວ່າ ເປັນສິນຄ້າສົ່ງອອກທີ່ຫາຜົນກຳໄລໃຫ້ພວກເຂົາໄດ້ສູງທີ່ສຸດ ເຊິ່ງຮອງຈາກຖ່ານຫີນ ແລະ ອາລູມີນຽມ, ເງິນທີ່ໄດ້ມາຈາກການຄ້າຂາຍຢາເສບຕິດ ຫຼັງຈາກຖືກຜ່ານຂະບວນການຟອກເງິນ ແມ່ນຈະເຂົ້າສູ່ການໝູນໃຊ້ເຂົ້າໃນລະບົບບໍລິການໂຮງແຮມຕາມເຂດແຄມທະເລ ກໍຄືໃນສູນການຄ້າໃນໃຈກາງນະຄອນຫຼວງ Maputo ຂອງປະເທດ Mozambique. ນອກນັ້ນ, ທ່ານ Joseph Hanlon ຍັງໃຫ້ຮູ້ອີກວ່າ: ເງິນທີ່ບໍ່ຖືກຕ້ອງບາງສ່ວນ ຍັງຖືກນຳໃຊ້ເຂົ້າໃນການດຳເນີນກິດຈະການທາງເສດຖະກິດ ນຳອີກ.

ໃນສະພາບການປັດຈຸບັນ, ເຄື່ອງມືອີເລັກໂຕຼນິກທີ່ທັນສະໄໝ ໄດ້ເປັນແມ່ແຮງຊຸກຍູ້ໃຫ້ປະເທດ Mozambique ເຂົ້າໃນຂະບວນການຄ້າຂາຍເຖື່ອນ, ລະບົບການຂົນສົ່ງ ແລະ ຈຳໜ່າຍເຮໂຣອິນແບບບູຮານ ແມ່ນຖືກປ່ຽນມາໃຊ້ໃນຮູບແບບວັອດແອັບ ແລະ ລະບົບການສົ່ງຂໍ້ຄວາມອື່ນ ແລະ ນັບຈາກນັ້ນມາ ມັນໄດ້ສ້າງເງື່ອນໄຂອັນສະດວກໃຫ້ກັບພວກເຂົາໃນການທຳມາຫາກິນຕໍ່ກັບກຸ່ມເຄື່ອນໄຫວຫາກິນແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ປັດຈຸບັນແມ່ນນັບມື້ນັບສູງຂຶ້ນບໍ່ວ່າຈະຢູ່ປະເທດດັ່ງກ່າວ ກໍຄືທົ່ວໂລກ.

ພື້ນຖານຂອງແອັບພີເຄຊັນທີ່ສາມາດມີລະຫັດບັງຄັບ ເພື່ອລັອກຂໍ້ມູນສ່ວນຕົວບໍ່ໃຫ້ຮົ່ວໄຫຼ ຫຼື ຖືກແຮັກໄດ້ ງ່າຍ ມັນໄດ້ສ້າງຄວາມສະດວກຢ່າງຍິ່ງໃຫ້ກັບກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ເຊິ່ງພວກເຂົານຳມາໃຊ້ເປັນເຄື່ອງມືສື່ສານໃຫ້ທັງປະຊາຊົນທຳມະດາ ແລະ ບັນດາຜູ້ເຮັດອາຊີບຂັບລົດ ມີວິທີຫາເງິນໄດ້ແບບງ່າຍດາຍ ດ້ວຍວິທີການພົວພັນກັບບັນດານັກເຄື່ອນໄຫວ ຫຼື ເຈົ້າພໍ່ທີ່ນະຄອນດູໄບ ຫຼື ປະເທດຣາຊະອານາຈັກອາຣັບເອມິເຣດ (UAE) ແລະ ຜ່ານລະບົບການປ້ອງກັນການສື່ສານແບບມີລະຫັດບັງຄັບ ເຊັ່ນ: Telegram, Viber ຫຼື Signal, ເຊິ່ງຜູ້ຊື້-ຂາຍນຳກັນສາມາດຖ່າຍຮູບສົ່ງໃຫ້ກັນເບິ່ງກ່ອນຕົກລົງຊື້ສິນຄ້າ ແລະ ທັງນີ້ກໍເປັນອີກຮູບແບບໜຶ່ງທີ່ເຮັດໃຫ້ການຄ້າຂອງພວກເຂົາໄດ້ຮັບຄວາມເຊື່ອໝັ້ນເຊິ່ງກັນແລະກັນ.

ເວົ້າລວມແລ້ວ, ຕໍ່ກັບບຸກຄົນໃດໃນກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ເມື່ອຕ້ອງການສັ່ງຊື້ເຮໂຣອິນ ໜັກ 20 ກິໂລກຼາມ ກໍຈະບໍ່ເປັນເລື່ອງຫຍຸ້ງຍາກ ພຽງແຕ່ຂຽນຂໍ້ຄວາມຜ່ານສື່ອອນລາຍເທົ່ານັ້ນ ເຊິ່ງບໍ່ຕ່າງຫຍັງກັບຢືນເອີ້ນລົດແທັກຊີແຄມທາງ ແຕ່ທີ່ສຳຄັນແມ່ນສາມາດປິດລັບໄດ້ແບບສະໜິດ. ປັດຈຸບັນ, ແອັບພີເຄຊັນວັອດແອັບ ໄດ້ກາຍເປັນສື່ສານໃນການພົວພັນຄ້າຂາຍເຖື່ອນໃນເອີຣົບ ກໍຄືໃນທົ່ວໂລກກຳລັງນິຍົມໃຊ້ຫຼາຍທີ່ສຸດ. ຍ້ອນແນວນັ້ນ, ຈາກຈຸດຂົນສົ່ງນ້ອຍໆໃນປະເທດ ໄດ້ເຮັດໃຫ້ປະເທດ Mozambique ກາຍເປັນສະຖານທີ່ທີ່ມີການຈຳໜ່າຍເຮໂຣອິນທີ່ໄວທີ່ສຸດໃນໂລກ.

ທ່ານ Inacio Dina ໂຄສົກຂອງກຳລັງຕຳຫຼວດປະເທດ Mozambique ໃຫ້ຮູ້ວ່າ: ການຈັດຕັ້ງກຳລັງສະກັດກັ້ນ ແລະ ປາບປາມຢາເສບຕິດໃນປະເທດ ກຳລັງປະເຊີນກັບຄວາມທ້າທາຍອັນໃຫຍ່ຫຼວງ, ພວກເຮົາຕ້ອງເຂົ້າໃຈວ່າ ສະຖານທີ່ປະເທດ Mozambique ແມ່ນເປັນປະເທດທີ່ມີຊາຍແດນຕິດຈອດກັບທະເລຫຼາຍພັນກິໂລແມັດ ເຊິ່ງມັນເປັນຊ່ອງວ່າງໃຫ້ກັບກຸ່ມກໍ່ອາຊະຍາກຳຄ້າຂາຍຢາເສບຕິດສວຍໃຊ້ຕະຫຼອດມາ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ