ສານປະຊາຊົນສູງສຸດ ໄດ້ຈັດຕັ້ງເຜີຍແຜ່ດໍາລັດຂອງລັດຖະບານ ເລກທີ 294/ລບ ລົງວັນທີ 4 ກັນຍາ 2017 ວ່າດ້ວຍ ການຝຶກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ ແລະ ດໍາລັດເລກທີ 300/ລບ ລົງວັນທີ 13 ກັນຍາ 2017 ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃນວັນທີ 23 ກໍລະກົດ 2018 ເພື່ອເຮັດໃຫ້ພະນັກງານຮັບຮູ້ເຂົ້າໃຈກ່ຽວກັບດໍາລັດດັ່ງກ່າວ, ໂດຍການເຜີຍແຜ່ຂອງ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີ ກະຊວງພາຍໃນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ, ມີຄະນະພັກ-ຄະນະນໍາ ແລະ ພະນັກງານສານ ເຂົ້າຮ່ວມ.

ທ່ານ ວິໄຊ ພັນດານຸວົງ ກ່າວວ່າ: ດໍາລັດເລກທີ 294/ລບ ໄດ້ກໍານົດຫຼັກການ, ລະບຽບການຝຶກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີການດໍາເນີນເປັນລະບົບ, ຖືກຕ້ອງ, ສອດຄ່ອງກັບແນວທາງ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ແນໃສ່ເພີ່ມຄວາມຮູ້-ຄວາມສາມາດໃຫ້ ພະນັກງານ-ລັດຖະກອນທີ່ສັງກັດອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະ ຫາຊົນຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນການປະຕິບັດໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງສາມາດຕອບສະໜອງກັບຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ດໍາລັດເລກທີ 300/ລບ ໄດ້ກໍານົດຫຼັກການ, ລະບຽບການກ່ຽວກັບການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວດໍາເນີນຢ່າງເປັນລະບົບ, ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ ແນໃສ່ເຮັດໃຫ້ວຽກງານປະເມີນຜົນ ແລະ ຄຸ້ມຄອງການປະຕິບັດວຽກງານຂອງພະນັກງານລັດຖະກອນທີ່ສັງກັດອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນໃນການປະຕິບັດໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງ; ການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແມ່ນວິທີການຕີລາຄາ ແລະ ປະເມີນຜົນຕາມມາດຕະຖານວັດແທກ ກໍຄືດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ.