ໃນວັນທີ 23 ກໍລະກົດ 2018, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ ສະບັບເລກທີ 291/ປປທ ລົງວັນທີ 13 ທັນວາ 2017, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ໂດຍ ທ່ານ ຈັນສອນ ແສນບຸດຕະລາດ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີທ່ານ ພັນທອງ ມິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍບັນດາຕາງໜ້າຈາກສະຖານທູດ, ບັນດາບໍລິສັດ ແລະ ພາກລັດອ້ອມຂ້າງກະຊວງເຂົ້າຮ່ວມ.

ທ່ານຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້, ເພື່ອເຜີຍແຜ່ ແລະ ເຊື່ອມຊຶມກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ ໂດຍກົດໝາຍສະບັບນີ້ປະກອບມີ 15 ພາກ 136 ມາດຕາ ຄື: ບົດບັນຍັດທົ່ວໄປ, ແຜນພັດທະນາແຮ່ທາດ, ແຮ່ທາດ, ກິດຈະການກ່ຽວກັບແຮ່ທາດ, ທຸລະກິດແຮ່ທາດ, ທຸລະກິດກ່ຽວກັບບໍ່ແຮ່, ທຸລະກິດກ່ຽວກັບແຮ່ທາດສະເພາະ, ຄວາມປອດໄພສຸຂະພາບ ແລະ ສິ່ງແວດລ້ອມ, ສິດ ແລະ ພັນທະຂອງຜູ້ດໍາເນີນທຸລະກິດກ່ຽວກັບແຮ່ທາດ, ຮຸ້ນຂອງລັດຖະບານ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ການຄຸ້ມຄອງ ແລະ ກວດກາວຽກງານແຮ່ທາດ, ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ, ບົດບັນຍັດສຸດທ້າຍ.

ກົດໝາຍສະບັບດັ່ງກ່າວຍັງໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາການປົກປັກຮັກສາ, ການຊື້-ຂາຍ, ການດໍາເນີນທຸລະກິດກ່ຽວກັບແຮ່ທາດ, ການນໍາໃຊ້ແຮ່ທາດ ແລະ ຊັບພະຍາກອນແຮ່ທາດເພື່ອເຮັດໃຫ້ການຊອກຄົ້ນ, ການສໍາຫຼວດ, ການຂຸດຄົ້ນ, ການປຸງແຕ່ງແຮ່ທາດເປັນລະບົບ, ມີປະສິດທິພາບສູງ ແລະ ມີຄວາມໂປ່ງໃສ. ເປັນການຮັບປະກັນການປ້ອງກັນສຸຂະພາບ, ຊີວິດ, ຄວາມປອດໄພຂອງຜູ້ອອກແຮງງານ, ຊຸມຊົນທີ່ໄດ້ຮັບຜົນກະທົບ ແລະ ການປົກປັກຮັກສາສິ່ງແວດລ້ອມ-ສັງຄົມ; ແນໃສ່ພັດທະນາເຂດບໍ່ແຮ່ຢ່າງມີແຜນການໄປຕາມທິດປະຢັດ, ສີຂຽວ ແລະ ຍືນຍົງ, ເປັນມິດຕໍ່ສິ່ງແວດລ້ອມ, ສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ, ຫັນເປັນອຸດສາຫະກໍາທັນສະໄໝເທື່ອລະກ້າວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນເລື້ອຍໆ.