ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ວຕ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຄະນະບໍລິຫານງານສູນກາງພັກ ແລະ ຄໍາສັ່ງຄະນະເລຂາທິການສູນກາງພັກ ໃນວັນທີ 31 ກໍລະກົດ 2018 ໂດຍການເຜີຍແຜ່ຂອງ ສະຫາຍ ສຈ ປອ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາຄະນະພັກກະຊວງ, ກົມ, ຕະຫຼອດຮອດສະມະຊິກພັກ ອ້ອມຂ້າງກະຊວງເຂົ້າຮ່ວມ.

ເອກະສານທີ່ມາເຜີຍແຜ່ຄັ້ງນີ້ປະກອບມີ ມະຕິຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍ ການຍົກສູງປະສິດທິພາບຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ເຊິ່ງເນື້ອໃນຂອງເອກະສານນີ້ແນ່ໃສ່ຍົກສູງປະສິດທິພາບ-ເພີ່ມປະສິດທິຜົນໃນການບໍລິຫານງານຂອງລັດ, ຕັ້ງໜ້າບຸກທະລຸທາງດ້ານຈິນຕະນາການ, ປັບປຸງປ່ຽນແປງແບບແຜນນໍາພາ-ການຄຸ້ມຄອງບໍລິຫານງານລັດຕາມກົນໄກແບບເກົ່າ ຫັນໄປສູ່ການຄຸ້ມຄອງບໍລິຫານລັດແບບວິທະຍາສາດ.

ນອກນີ້, ຍັງມີຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ

ເພື່ອເປັນການກໍານົດທິດທາງ, ຄາດໝາຍສູ້ຊົນແຕ່ລະດ້ານຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມໃນ 5 ປີຕໍ່ໜ້າ ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ແລະ ຍັງເປັນການປັບປຸງພາຍໃນພັກໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເພື່ອຍົກສູງຄວາມຮູ້ຄວາມສາມາດ, ຮັບປະກັນການຄົ້ນຄວ້າເລືອກເຟັ້ນບຸກຄະລາກອນປະກອບເຂົ້າໃນຄະນະພັກແຕ່ລະຂັ້ນ ໃຫ້ຖືກຕ້ອງຕາມມາດຕະຖານ ແລະ ເງື່ອນໄຂທີ່ໄດ້ກໍານົດໄວ້.