ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ ໃນວັນທີ 2 ສິງຫາ 2018 ໃຫ້ການຕ້ອນຮັບໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະ.

ທ່ານ ໂອໄດ ສຸດາພອນ ໄດ້ລາຍງານສະພາບນໍ້າຖ້ວມຢູ່ບັນດາເມືອງຂອງແຂວງຄຳມ່ວນ ເຊິ່ງເລີ່ມແຕ່ກາງເດືອນກໍລະກົດເປັນຕົ້ນມາ ຝົນຕົກຕິດຕໍ່ກັນຫຼາຍວັນຈົນຮອດທ້າຍເດືອນກໍລະກົດ ເຮັດໃຫ້ນໍ້າເຊບັ້ງໄຟມີລະດັບສູງຂຶ້ນຈົນລົ້ນຝັ່ງແລ້ວໄຫຼເຂົ້າຖ້ວມທີ່ຢູ່ອາໄສ, ເນື້ອທີ່ທໍາການຜະລິດຂອງບັນດາເມືອງພາຍໃນແຂວງຄຳມ່ວນ ເຊິ່ງມີບ້ານທີ່ຖືກນໍ້າຖ້ວມ 337 ບ້ານ; ໃນນັ້ນ, ມີບ້ານທີ່ຖືກກະທົບຫຼາຍທີ່ສຸດຈົນໄດ້ຍົກຍ້າຍປະຊາຊົນອອກມາເຊົາຢູ່ຈຸດພັກຊົ່ວຄາວມີ 34 ບ້ານ, ມີພົນລະເມືອງ 7.300 ຄົນ; ສຳລັບເນື້ອທີ່ການຜະລິດນາປີແຜນການປັກດຳເນື້ອທີ່ທັງໝົດ 84.300 ເຮັກຕາ, ປັກດຳຕົວຈິງ 76.687 ເຮັກຕາ, ຖືກນໍ້າຖ້ວມ 33.341 ເຮັກຕາ; ພ້ອມນີ້, ຍັງມີສັດລ້ຽງປະເພດ ງົວ, ຄວາຍ, ແບ້, ໝູ, ສັດປີກ, ໜອງປາ, ສຸກສາລາ, ໂຮງຮຽນ ໄດ້ຮັບຜົນເສຍຫາຍ. ຕໍ່ກັບສະພາບການດັ່ງກ່າວ, ຄະນະນໍາຂັ້ນແຂວງໄດ້ວາງມາດຕະການຕິດຕາມ, ປ້ອງກັນ, ຊ່ວຍເຫຼືອຜົນກະທົບເບື້ອງຕົ້ນ ໂດຍມີການວາງແຜນແກ້ໄຂເປັນ 2 ໄລຍະຄື: ການແກ້ໄຂໃນປັດຈຸບັນ ແລະ ແກ້ໄຂໃນໄລຍະຍາວ.

ທ່ານ ທອງລຸນ ສີສຸລິດ ໄດ້ມອບເງິນຈຳນວນ 300.000.000 ກີບ ໃຫ້ການນຳແຂວງຄຳມ່ວນ ເພື່ອນຳໄປຊ່ວຍເຫຼືອປະຊາຊົນໃນເຂດບ້ານຂອງບັນດາເມືອງຕ່າງໆ ພາຍໃນແຂວງຄຳມ່ວນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ; ພ້ອມທັງໄດ້ເນັ້ນໃຫ້ຄະນະນໍາແຂວງເອົາໃຈໃສ່ດ້ານລາຍຮັບຂອງທ້ອງຖິ່ນ, ກະກຽມຄວາມພ້ອມ ແລະ ມາດຕະການແກ້ໄຂໃນດ້ານຕ່າງໆ ເພື່ອຮັບມືກັບໄພພິບັດໃນຕໍ່ໜ້າ, ເອົາໃຈໃສ່ຟື້ນຟູຜົນເສຍຫາຍທີ່ເກີດຂຶ້ນພາຍຫຼັງນໍ້າບົກຄືນສູ່ສະພາບເດີມ, ປ້ອງກັນພະຍາດຕ່າງໆທີ່ມາກັບນໍ້າຖ້ວມ, ຕິດຕາມຂ່າວສານທາງດ້ານສື່ອອນລາຍ ແລະ ພິຈາລະນາແຫຼ່ງຂ່າວທີ່ມີມູນຄວາມຈິງ, ເອົາໃຈໃສ່ກວດກາ ແລະ ຕິດຕາມລາຄາສິນຄ້າປະເພດຕ່າງໆໃນທ້ອງຕະຫຼາດ ບໍ່ໃຫ້ມີການຂຶ້ນ-ລົງຕາມໃຈຂອງພໍ່ຄ້າ, ແມ່ຄ້າທີ່ເອົາລັດ-ເອົາປຽບຜູ້ບໍລິໂພກ ແລະ ເພື່ອເປັນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ນອກຈາກນີ້, ທ່ານຍັງໄດ້ເນັ້ນສະພາປະຊາຊົນແຂວງ ໃຫ້ມີການພິຈາລະນາບາງໂຄງການທີ່ລັດໄດ້ອະນຸມັດໄປແລ້ວ ເພື່ອຫັນມາແກ້ໄຂຄວາມຈຳເປັນສະເພາະໜ້າຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ເຄື່ອນໄຫວຢ້ຽມຢາມປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ບ້ານນາໂຊກ ທີ່ໄດ້ຍ້າຍມາຢູ່ສູນພັກເຊົາຊົ່ວຄາວທີ່ໂຮງຮຽນໂພນເຢັນ ເມືອງຍົມມະລາດ ແລະ ໄດ້ມອບເຄື່ອງຊ່ວຍເຫຼືອປະເພດເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ພໍ່-ແມ່ປະຊາຊົນ.