ພາຍຫຼັງສໍາເລັດການຕິດຕາມຊຸກຍູ້ການແກ້ໄຂບັນຫາອຸທົກກະໄພ ທີ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃນວັນທີ 2 ສິງຫາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປຕິດຕາມໄພນໍ້າຖ້ວມຢູ່ພື້ນທີ່ຕົວຈິງເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍການນຳຂອງແຂວງ, ການເມືອງ ແລະ ປະຊາຊົນ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງໆຄໍາມ່ວນ ໄດ້ລາຍງານກ່ຽວກັບສະພາບນໍ້າຖ້ວມພາຍໃນແຂວງ ວ່າ: ນັບແຕ່ຕົ້ນເດືອນກໍລະກົດ 2018 ເປັນຕົ້ນມາ, ຝົນໄດ້ຕົກໜັກຢ່າງຕໍ່ເນື່ອງຕິດຕໍ່ກັນ ແລະ ຕົກເປັນວົງກວ້າງໃນທົ່ວແຂວງ ເຮັດໃຫ້ບາງພື້ນທີ່ຂອງແຂວງ ເກີດມີນໍ້າຖ້ວມຂັງ ເຊິ່ງມີຜົນເສຍຫາຍພໍສົມຄວນ ເປັນຕົ້ນ: ທົ່ວແຂວງມີບ້ານທີ່ຖືກນໍ້າຖ້ວມທີ່ຢູ່ອາໄສ ຈໍານວນ 337 ບ້ານ; ໃນນີ້, ມີຈໍານວນບ້ານທີ່ຖືກກະທົບແຮງ ແລະ ຍົກຍ້າຍປະຊາຊົນອອກໄປຢູ່ຕາມຈຸດພັກຊົ່ວຄາວ ມີ 34 ບ້ານ, ພົນລະເມືອງໄດ້ຮັບຜົນກະທົບ 7.300 ຄົນ; ສໍາລັບເນື້ອທີ່ນາປີປັກດໍາຕົວຈິງ ຈໍານວນ 76.687 ເຮັກຕາ, ນໍ້າຖ້ວມ 33.341 ເຮັກຕາ; ນອກນີ້, ຍັງມີຜົນເສຍຫາຍສັດລ້ຽງປະເພດຕ່າງໆ, ໜອງປາ, ໂຮງຮຽນ, ຖະໜົນຫົນທາງບາງເສັ້ນ ເຊິ່ງປັດຈຸບັນຍັງບໍ່ສາມາດປະເມີນຄ່າເສຍຫາຍໄດ້ ເນື່ອງຈາກວ່າການເກັບກໍາຂໍ້ມູນຕົວຈິງ ຍັງບໍ່ທັນລະອຽດ.

ສໍາລັບແຜນການໃນຕໍ່ໜ້າ, ທາງແຂວງໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍຄະນະປະຈໍາພັກແຂວງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຕິດຕາມ, ກວດກາ, ຊຸກຍູ້ຊ່ວຍເຫຼືອບັນດາເມືອງ ໂດຍສະເພາະແມ່ນການວາງແຜນຊ່ວຍເຫຼືອປະຊາຊົນ ເພື່ອບໍ່ໃຫ້ເກີດມີບັນຫາການສູນເສຍຊີວິດຂອງປະຊາຊົນ ລວມທັງແຜນຍ້າຍຄົນ, ຍ້າຍສັດລ້ຽງ, ເກັບມ້ຽນ, ພາຫະນະວັດຖຸອຸປະກອນ, ເຄື່ອງຮັບໃຊ້, ເຂົ້າເປືອກ, ບັນຫາສຸຂະພາບ ແລະ ນໍາເອົາເຄື່ອງບັນເທົາທຸກໄປມອບໃຫ້ຜູ້ທີ່ໄດ້ຮັບຜົນກະທົບຕົວຈິງ; ໄດ້ຄົ້ນຄວ້າແກ້ງົບປະມານຈໍານວນໜຶ່ງໃຫ້ເມືອງ ເພື່ອແກ້ໄຂວຽກງານດັ່ງກ່າວ; ແຕ່ງຕັ້ງກອງເລຂາຂັ້ນແຂວງປະຈໍາການ ເພື່ອຕິດຕາມ, ເກັບກໍາລາຍງານສະພາບຢູ່ແຕ່ລະເມືອງຕະຫຼອດ 24 ຊົ່ວໂມງ; ພາຍຫຼັງນໍ້າບົກແຫ້ງ ແຂວງຈະເລັ່ງໃສ່ເກັບກໍາຂໍ້ມູນຜົນເສຍຫາຍຈາກຜົນກະທົບໃນຄັ້ງນີ້ ເພື່ອຄິດໄລ່ປະເມີນມູນຄ່າຜົນເສຍຫາຍ, ວາງແຜນຟື້ນຟູປັບປຸງພື້ນຖານໂຄງລ່າງ, ປັບປຸງປົວແປງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ພາຍຫຼັງໄດ້ຮັບຟັງການລາຍງານ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ການນຳແຂວງ ແລະ ທຸກພາກສ່ວນພາຍໃນແຂວງ ເອົາໃຈໃສ່ໃຫ້ເຝົ້າລະວັງພະຍາດຕິດຕໍ່, ພະຍາດຕິດແປດ ແລະ ພະຍາດຕ່າງໆທີ່ຈະເກີດຂຶ້ນຕາມພາຍຫຼັງ; ສືບຕໍ່ມີສະຕິລະວັງຕົວໃນການຕິດຕາມເຝົ້າລະວັງສະພາບດິນຟ້າອາກາດໃຫ້ເປັນປົກກະຕິ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອບໍ່ໃຫ້ມີປະກົດການຂີ້ລັກງັດແງະ, ປະຊາຊົນຊ່ວຍເປັນຫູ-ເປັນຕາ ເພື່ອພ້ອມກັນແກ້ໄຂດ່ວນ ແລະ ທັນການ; ມອບໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ສຸມໃສ່ຊື້ແນວພັນ ແລະ ຕິດຕາມຢ່າງໃກ້ຊິດເພື່ອວາງແຜນຄວາມພ້ອມໃນການຟື້ນຟູການປູກຂອງປະຊາຊົນ; ສ່ວນປະຊາຊົນທີ່ສາມາດອົບພະຍົບ ເຂົາເຈົ້າມາໄດ້ແລ້ວໃຫ້ສືບຕໍ່ເບິ່ງເຂົາເຈົ້າກ່ອນ ເພື່ອໃຫ້ເຂົາເຈົ້າກັບເມືອບ້ານ, ກັບເມືອງຂອງເຂົາເຈົ້າດ້ວຍຄວາມປອດໄພ.

ໃນໂອກາດທີ່ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄປຕິດຕາມສະພາບນໍ້າຖ້ວມຢູ່ເມືອງຍົມມະລາດ ແຂວງຄໍາມ່ວນ ໃນເທື່ອນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມສູນອົບພະຍົບປະຊາຊົນຢູ່ບ້ານທ່າພະ, ເມືອງຍົມມະລາດ ແລະ ຖືໂອກາດນີ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ແລະ ເງິນຈໍານວນໜຶ່ງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຕື່ມອີກ.