ແຂວງຫົວພັນ ໄດ້ຈັດພິທີລະດົມທຶນ ແລະ ຕັກບາດ ເພື່ອຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 4 ສິງຫາ 2018 ເປັນປະທານໂດຍ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ມີຄະນະພັກ-ຄະນະນໍາແຂວງ, ພະນັກງານຫຼັກແຫຼ່ງ.

ທ່ານ ວັນໄຊ ແພງຊຸມມາ ກ່າວວ່າ: ພວກເຮົາຊຸມນຸມກັນມື້ນີ້ ກໍເພື່ອລະດົມທຶນໄປຊ່ວຍບັນດາແຂວງຂອງ ສປປ ລາວ ທີ່ຖືກຜົນກະທົບໄພນ້ຳຖ້ວມ ໂດຍສະເພາະແມ່ນເມືອງສະໜາມໄຊ ແຂວງອັດຕະປື ທີ່ເປັນເຫດການອັນຮ້າຍແຮງໃນປະຫວັດສາດຂອງຊາດລາວເຮົາ; ເຊິ່ງເຮັດໃຫ້ຊີວິດ, ຊັບສິນວັດຖຸ, ເງິນ-ຄຳເສຍຫາຍຢ່າງມະຫາສານ ຕໍ່ກັບບັນຫາດັ່ງກ່າວພັກ-ລັດຖະບານໄດ້ປຸກລະດົມນ້ຳໃຈຂອງຊາວລາວທັງຊາດ ແລະ ອົງການຈັດຕັ້ງເພື່ອນມິດສາກົນ ເພື່ອລະດົມທຶນໄປຊ່ວຍຜູ້ຖືກເຄາະຮ້າຍໃນຄັ້ງນີ້ໃຫ້ກັບສູ່ສະພາບປົກກະຕິ; ສຳລັບແຂວງຫົວພັນ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບລະດົມທຶນ ໂດຍແມ່ນທ່ານຮອງເລຂາພັກເປັນຫົວໜ້າ ແລະ ທຸກພະແນກການ, ກົມກອງເປັນຄະນະ ໄດ້ກຳນົດເອົາ 2 ຮູບແບບ ໃນການລະດົມທຶນ ຄື: ຮັບການບໍລິຈາກເປັນເງິນ, ວັດຖຸ ແລະ ຕັກບາດຍາດນ້ຳສົ່ງບຸນກຸສົນໄປຍັງຜູ້ທີ່ເສຍຊີວິດໃນເຫດການນ້ຳຖ້ວມ; ເຊິ່ງການລະດົມທຶນຄັ້ງນີ້ ໄດ້ມີພາກສ່ວນຕ່າງໆມາບໍລິຈາກເງິນ ແລະ ວັດຖຸເປັນຈຳນວນຫຼວງຫຼາຍ ສາມາດລະດົມໄດ້ເງິນທັງໝົດ 240 ລ້ານກວ່າກີບ. ໃນນີ້, ເງິນທີ່ໄດ້ມາຈາກການລະດົມມີ 113 ລ້ານກວ່າກີບ ແລະ ເງິນໃສ່ບາດມີ 27 ລ້ານກວ່າກີບ, ຍັງມີເຄື່ອງບໍລິໂພກປະເພດໝີ່ 84 ເປົາ ແລະ ປ໋ອງປາ 13 ເປົາ ສ່ວນເງິນ ແລະ ວັດຖຸທີ່ໄດ້ຈາກການລະດົມໃນຄັ້ງນີ້ ແມ່ນຈະໄດ້ນຳໄປມອບໃຫ້ຜູ້ປະສົບໄພນ້ຳຖ້ວມ.

ໃນນີ້, ກອງບັນຊາການ ປກສ ແຂວງຫົວພັນ ກໍໄດ້ລະດົມທຶນນາຍ ແລະ ພົນຕຳຫຼວດ ໃນທົ່ວກຳລັງປ້ອງກັນຄວາມສະຫງົບແຂວງຫົວພັນ ໄດ້ເງິນທັງໝົດ 10.000.000 ກີບ ກ່າວມອບໂດຍ ພັອ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ແລະ ກ່າວຮັບໂດຍທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.