ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໃນວັນທີ 7 ສິງຫາຜ່ານມາ, ໃຫ້ການຕ້ອນຮັບຂອງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະ, ມີບັນດາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄໍາມ່ວນ ທັງເປັນປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ໄດ້ລາຍງາຍສະພາບການນໍ້າຖ້ວມ ວ່າ: ໃນໄລຍະຜ່ານມາ, ເຊິ່ງເລີ່ມແຕ່ຕົ້ນເດືອນກໍລະກົດຫາທ້າຍເດືອນກໍລະກົດ 2018 ໄດ້ມີຝົນຕົກຕິດຕໍ່ກັນຫຼາຍວັນເຮັດໃຫ້ນໍ້າເຊບັ້ງໄຟ ແລະ ສາຂານໍ້າສາຍຕ່າງໆໄດ້ເພີ່ມປະລິມານຫຼາຍຂຶ້ນແລ້ວໄຫຼເຂົ້າຖ້ວມເຮືອນຊານ-ບ້ານຊ່ອງ, ຖ້ວມເນື້ອທີ່ນາຂອງປະຊາຊົນ. ເຊິ່ງໃນທົ່ວແຂວງຖືກນໍ້າຖ້ວມເນື້ອທີ່ຜະລິດກະສິກຳຈຳນວນ 10 ເມືອງ, ມີ 400 ບ້ານ, 31.020 ຄອບຄົວ, ເນື້ອທີ່ນາປີຖືກນໍ້າຖ້ວມທັງໝົດ 31.187 ເຮັກຕາ, ສຳລັບບ້ານທີ່ໄດ້ຮັບຜົນກະທົບໜັກ ແລະ ໄດ້ຍົກຍ້າຍປະຊາຊົນໄປຢູ່ຈຸດທີ່ພັກຊົ່ວຄາວມີ 4 ເມືອງ, 34 ບ້ານ, ມີ 1.718 ຄອບຄົວ, ພົນລະເມືອງທັງໝົດ 8.138 ຄົນ. ສັດລ້ຽງຕາຍມີປະເພດ ຄວາຍ 51 ໂຕ, ງົວ 182 ໂຕ, ແບ້ 140 ໂຕ, ໝູ 180 ໂຕ, ສັດປີກ 7.498 ໂຕ ແລະ ໜອງປາ 413 ໜອງ ເສຍຫາຍ 330 ໜອງ, ຊົນລະປະທານ 129 ແຫ່ງ ທີ່ຖືກນໍ້າຖ້ວມ; ນອກນັ້ນ, ຍັງມີວັດ 36 ແຫ່ງ, ໂຮງຮຽນ 109 ແຫ່ງ, ສຸກສາລາ 16 ແຫ່ງ ແລະອື່ນໆອີກຈຳນວນໜຶ່ງ.

ດ້ານວຽກງານປຸກລະດົມໃນການຊ່ວຍເຫຼືອຜູ້ທີ່ປະສົບໄພນໍ້າຖ້ວມນໍາພາກສ່ວນຕ່າງໆ ມາຮອດປັດຈຸບັນສັງລວມທັງໝົດຄິດເປັນມູນຄ່າ 4,295 ຕື້ລ້ານກວ່າກີບ. ໃນນີ້, ເປັນປະເພດສິ່ງຂອງອຸປະໂພກ-ບໍລິໂພກ ຈຳນວນ 3,104 ຕື້ລ້ານກວ່າກີບ, ເປັນເງິນສົດ 1,39 ຕື້ລ້ານກວ່າກີບ, ເງິນບາດ 463.800 ບາດ. ຈາກນັ້ນ, ທ່ານ ບຸນປອນ ບຸດຕະນະວົງ ກໍໄດ້ນຳເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 100 ລ້ານກີບ ມອບໃຫ້ຫ້ອງວ່າການແຂວງຄຳມ່ວນ ເພື່ອສົ່ງຕໍ່ນຳໄປບັນເທົາທຸກຊ່ວຍເຫຼືອພໍ່-ແມ່ປະຊາຊົນອ້ອມຂ້າງແຂວງຄຳມ່ວນ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຄັ້ງນີ້.

ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ກໍໄດ້ລົງພົບປະໂອ້ລົມກັບບັນດາການນຳຂັ້ນເມືອງຢູ່ເມືອງເຊບັ້ງໄຟ ເຊິ່ງ ທ່ານ ບຸນສີ ພົມມະໄຊ ເຈົ້າເມືອງໆເຊບັ້ງໄຟ ໄດ້ລາຍງານສະພາບການນ້ຳຖ້ວມໂດຍຫຍໍ້ໃຫ້ຮູ້ວ່າ: ໃນວັນທີ 7 ສີງຫາຜ່ານມາ, ລະດັບນ້ຳເຊ ແທກໄດ້ 21,21 ແມັດ ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມບ້ານເຮືອນ, ສັດສາວາສິ່ງ ແລະ ວັດຖຸສິ່ງຂອງປະຊາຊົນ; ໃນນັ້ນ, ນ້ຳຖ້ວມເນື້ອທີ່ທຳການຜະລິດມີ 39 ບ້ານ, ມີ 4.860 ຄອບຄົວ ມີພົນລະເມືອງທັງໝົດ 29.739 ຄົນ, ມີເນື້ອທີ່ນາປັກດຳຕົວຈິງ 7.523 ເຮັກຕາ ຖືກນ້ຳຖ້ວມນາ 4.134 ເຮັກຕາ, ບ້ານເຮືອນ ແລະ ປະຊາຊົນທີ່ຖືກຍົກຍ້າຍຈຳນວນ 10 ບ້ານ, ມີຈຳນວນຄອບຄົວທັງໝົດ 1.717 ຄອບຄົວ ມີພົນລະເມືອງ 10.149 ຄົນ, ຈຳນວນພົນລະເມືອງທີ່ຖືກຍົກຍ້າຍ 613 ຄອບຄົວ, ພົນລະເມືອງ 3.202 ຄົນ ແລະ ມີເສັ້ນທາງທີ່ຖືກນ້ຳຖ້ວມຕັດຂາດທາງດ້ານການສັນຈອນຈຳນວນໜຶ່ງ.

ຈາກນັ້ນ, ທ່ານ ບຸນປອນ ບຸດຕະນະວົງ ກໍໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ການນຳຂອງເມືອງ ເພື່ອນຳໄປຊ່ວຍເຫຼືອປະຊາຊົນພາຍໃນເມືອງເຊບັ້ງໄຟ ທີ່ຖືກໄພນ້ຳຖ້ວມ ແລະ ກໍໄດ້ລົງກວດກາຕິດຕາມພື້ນທີ່ທີ່ຖືກນ້ຳຖ້ວມ ແລະ ຢ້ຽມຢາມພໍ່-ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດດັ່ງກ່າວ.