ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນສົມທົບກັບ ປກສ ກຸ່ມບ້ານ ເຂົ້າຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດຢູ່ບ້ານທ່ານາແລ້ງ ໄດ້ 1 ຄົນ;

ແລ້ວຂະຫຍາຍຜົນຫາຜູ້ຮ່ວມຂະບວນການອີກ 3 ຄົນ ລວມຂອງກາງຢາບ້າ 25.000 ກວ່າເມັດ ໃນທ້າຍເດືອນກໍລະກົດ 2018.

ຜູ້ຖືກຫາທັງ 4 ຄົນ ຊື່ທ້າວ ສຸກິນດາ ຫຼື ເໝັ້ນ ອາຍຸ 19 ປີ, ທ້າວ ດວງຕາວັນ ຫຼື ປີ້ ອາຍຸ 27 ປີ ທັງສອງຢູ່ບ້ານທ່ານາແລ້ງ ເມືອງຫາດຊາຍຟອງ,

ທ້າວ ກັນຕັນຍູ ຫຼື ຍຶດ ອາຍຸ 24 ປີ ບ້ານດອງວັງໂພ ແລະ ທ້າວ ຂຽດ ອາຍຸ 37 ປີ ບ້ານໂດນ ທັງສອງຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ຈາກນັ້ນ, ເຈົ້າໜ້າທີ່ໄດ້ຕິດຕາມຈັບຕົວຜູ້ຮ່ວມຂະບວນການນຳອີກ ຄື ທ້າວ ກັນຕັນຍູ ຫຼື ຍຶດ ພ້ອມຢາບ້າ 407 ເມັດ ແລະ ທ້າວ ຂຽດ ພ້ອມຢາບ້າ 432 ເມັດ ຕາມການຊັດຖອດຂອງ ທ້າວ ດວງຕາເວັນ ຫຼື ປີ້ ລວມຂອງກາງຢາບ້າທີ່ຢຶດໄດ້ທັງໝົດ 25.613 ເມັດ.