ໃນ 6 ເດືອນທ້າຍປີ 2018 ນີ້, ຄະນະພັກ-ຄະນະນໍາຫ້ອງພະລາທິການ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຈະສືບຕໍ່ສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດພະນັກງານ-ນັກຮົບ ເພື່ອແນ່ໃສ່ສ້າງໃຫ້ໄດ້ພະນັກງານ-ນັກຮົບທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ສຸມໃສ່ເຮັດໜ້າທີ່ການເມືອງຕາມການມອບໝາຍໃຫ້ສໍາເລັດເທື່ອລະກ້າວ.

ພັທ ຈັນເພັງ ຫຼ້າວິໄລ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ກ່າວໃນກອງປະ ຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2018 ວ່າ: ສໍາລັບແຜນການຈັດຕັ້ງປະຕິບັດວຽກງານຂອງຫ້ອງພະລາທິການ ແມ່ນໄດ້ມີການຄົ້ນຄວ້າ ແລະ ວາງແຜນການຫຼາຍວຽກງານພໍສົມຄວນ ທີ່ຈະໄດ້ຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດ ແລະ ສໍາເລັດໄປຕາມລະດັບຄາດໝາຍທີ່ວາງໄວ້. ໃນນັ້ນ, ກ່ອນອື່ນ ຄະນະພັກ-ຄະນະນໍາຫ້ອງ ຈະເລັ່ງໃສ່ຈັດຕັ້ງປະຕິບັດກ່ອນໝູ່ ແມ່ນວຽກງານການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ເປັນລະບົບ, ຕໍ່ເນື່ອງລຽນຕິດ ເພື່ອແນໃສ່ເຮັດໃຫ້ພະນັກງານ-ນັກຮົບມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ປະຕິບັດນະໂຍບາຍດ້ານຕ່າງໆ, ມີຄວາມສາມັກຄີພາຍໃນ-ພາຍນອກ ແລະ ເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງສໍາເລັດ. ວຽກງານດັ່ງກ່າວນີ້, ຄະນະພັກ-ຄະນະນໍາຫ້ອງພະລາທິການ ຈະນໍາເອົາບັນດາເອກະສານສໍາຄັນຂອງພັກ, ຂອງຊາດ ມາຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃຫ້ພະນັກງານ-ນັກຮົບເຂົ້າໃຈ ຕິດພັນກັບການສຶກສາອົບຮົມ, ຕິດຕາມກວດກາການເຄື່ອນໄຫວຂອງພະນັກງານ-ນັກຮົບແຕ່ລະສະຫາຍຢ່າງໃກ້ຊິດຕິດແທດ ແລະ ທົ່ວເຖິງ, ສ່ອງແສງລາຍງານປະຈໍາອາທິດ, ປະຈໍາເດືອນ ເພື່ອຕໍານິກໍ່ສ້າງເຊິ່ງກັນແລະກັນ, ແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງຂອງແຕ່ລະຄົນ.

ໃນໄລຍະ 6 ເດືອນຕົ້ນປີ 2018, ຄະນະພັກ-ຄະນະນໍາຫ້ອງພະລາທິການ ໄດ້ເຮັດວຽກງານສຶກສາອົບຮົມການ ເມືອງ-ແນວຄິດພະນັກງານນັກຮົບຢ່າງຕໍ່ເນື່ອງດ້ວຍຫຼາຍຮູບແບບ, ຫຼາຍວິທີການ ຕິດພັນກັບການຊີ້ນຳ-ນໍາພາພະ ນັກງານ-ນັກຮົບເຄື່ອນໄຫວເຮັດໜ້າທີ່ວຽກງານດ້ານຕ່າງໆ, ສາມາດຍາດໄດ້ຜົນງານຫຼາຍດ້ານເຊັ່ນ: ຮັບເງິນຄ່າທໍາ ນຽມຕ່າງໆ 347.432.000 ກີບ, ຮັບເງິນຄ່າບໍລິການ 480.352.000 ກີບ, ຮັບເງິນເດືອນ ແລະ ເງິນອຸດໜູນ 21.739.600.000 ກີບ, ຮັບເງິນນະໂຍບາຍຊ່ວຍອຸດໜູນ 1.832.936.000 ກີບ, ເງິນບໍລິຫານປົກກະຕິ 1.201.630.000 ກີບ, ຮັບເງິນດັດສົມສົ່ງເສີມ 82.000.000 ກີບ, ກວດກາແຜນລາຍຮັບບໍລິຫານຕ່າງໆ 21 ສະບັບ, ຈໍານວນ 517.400.000 ກີບ, ກວດກາແຜນລາຍຈ່າຍ 890 ສະບັບ ຈໍານວນເງິນ 21.107.557.810 ກີບ, ສະຫຼຸບສັງລວມລາຍຮັບ-ລາຍຈ່າຍ ໄລຍະ 6 ເດືອນຜ່ານມາ ມີລາຍຮັບທັງໝົດ 30.386.863.700 ກີບ, ເງິນບາດ 20.247 ບາດ, 3.670 ໂດລາ, 2.000.000 ດົງ, ລາຍຈ່າຍທັງໝົດ 29.971.369.208 ກີບ, ຮັບເຂົ້າອັດຕາກິນພະນັກງານ-ນັກຮົບ 132.210 ກິໂລກຼາມ, ຮັບເຄື່ອງນຸ່ງເບີກຈ່າຍໃຫ້ພະນັກງານ-ນັກຮົບ 48 ລາຍການ, ຈ່າຍແລ້ວຈໍານວນ 41 ລາຍການ, ຂັບລົດຮັບໃຊ້ການນໍາ, ບໍລິຫານວຽກນະໂຍບາຍຕ່າງ 135 ຄັ້ງ, ຂຶ້ນແຜນຂໍເງິນນໍ້າມັນໄປວຽກບໍລິຫານ ແລະ ວຽກງານວິຊາສະເພາະຕ່າງໆ ຈໍານວນ 181.216.000 ກີບ, ຂຶ້ນແຜນສ້ອມແປງພາຫະນະໄດ້ 23 ຄັ້ງ, ຂຶ້ນແຜນກໍ່ສ້າງຄ້າຍຄຸມຂັງໜອງດົງ, ຫ້ອງການກອງບັນຊາການ ປກສ ເມືອງທ່າພະບາດ ຫຼັງໃໝ່ ແລະ ຕຶກ 3 ຊັ້ນ ຫ້ອງການກອງບັນຊາການ ປກສ ແຂວງ ຢູ່ຄ້າຍເກົ່າ, ຖອນອັດຕາກິນຄົນເຈັບນອນໂຮງໝໍໄດ້ 8.980.000 ກີບ, ກວດສຸຂະພາບໃຫ້ພະນັກງານ-ນັກຮົບ ແລະ ນັກໂທດ-ຖືກຫາ ໄດ້ 1.557 ຄົນ, ສ້ອມແປງໂຮງໝໍ 10 ຕຽງໄດ້ສໍາເລັດ, ສ້ອມແປງຫ້ອງນໍ້ຳຄ້າຍໃໝ່ ຈໍານວນ 9.500.000 ກີບ, ຊໍາລະຄ່າ ກະແສໄຟຟ້າ ປີ 2017 ມູນຄ່າ 261. 000.000 ກີບ, ຊຳລະຄ່ານໍ້າປະປາ ມູນຄ່າ 47.215.000 ກີບ, ອອກແຮງງານລວມໄດ້ 19 ຄັ້ງ, ປະກອບສ່ວນເຂົ້າໃນຂະບວນການກິລາວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ໄດ້ 6 ຄັ້ງ, ສະເໜີເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ໄດ້ 8 ສະຫາຍ, ເອົາພະນັກງານ-ນັກຮົບ ໄປຝຶກອົບຮົມວິຊາສະເພາະ ໄລຍະສັ້ນ 15 ວັນ ໄດ້ 1 ຄັ້ງ, ມີ 19 ສະຫາຍ, ໄປບໍາລຸງທິດສະດີ 45 ວັນ ຈໍານວນ 5 ສະຫາຍ ຍິງ 3 ສະຫາຍ.

ສະຫຼຸບແລ້ວ: ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບຢູ່ບັນດາກົມກອງ, ກອງບັນຊາ ການຕ່າງໆ ຖືໄດ້ວ່າເປັນວຽກງານທີ່ສໍາຄັນຫຼາຍ ແລະ ຈໍາເປັນທີ່ສຸດທີ່ທຸກພາກສ່ວນຈະຕ້ອງໄດ້ເຮັດ ແລະ ຕ້ອງ ເຮັດໃຫ້ໄດ້ຢ່າງເຂັ້ມແຂງ, ຕໍ່ເນື່ອງ ແລະ ເຮັດໃຫ້ໄດ້ຮັບໝາກຜົນທີ່ສຸດ ເພາະວຽກງານການເມືອງ-ແນວຄິດຂອງພະນັກງານ-ນັກຮົບແມ່ນວຽກງານໜຶ່ງທີ່ຈະເຮັດໃຫ້ການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍມີຜົນສໍາ ເລັດໄດ້ຢ່າງມີປະສິດທິຜົນສູງ, ວຽກງານການເມືອງ-ແນວຄິດ ນີ້ແມ່ນວຽກງານໜຶ່ງທີ່ຈະເຮັດໃຫ້ພະນັກງານ-ນັກ ຮົບມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ຮູ້ເຄົາລົບລະບຽບກົດໝາຍ, ເຊື່ອຖືຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ກາຍເປັນບຸກຄົນທີ່ມີຄວາມເສຍສະລະ ເພື່ອຮັບໃຊ້ຊາດຢ່າງແທ້ຈິງ.