ນັບແຕ່ມື້ເກີດເຫດການໄພພິບັດຄັ້ງຮ້າຍແຮງ ທີ່ເມືອງສະໜາມໄຊ ແຂວງອັດຕະປື, ທາງເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ພາສີປະຈຳຢູ່ດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ໄດ້ເອົາໃຈໃສ່ອຳນວຍຄວາມສະດວກທຸກຢ່າງໃຫ້ທຸກພາກສ່ວນທີ່ເຂົ້າມາຊ່ວຍເຫຼືອຄັ້ງນີ້; ເປັນຕົ້ນຍົກເວັ້ນຄ່າທຳນຽມເຄື່ອງ, ພາຫະນະ ແລະ ບຸກຄົນທີ່ເຂົ້າມາຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊ ແຂວງ ອັດຕຕະປື ມີ 200 ກວ່າທີມງານ ແລະ 2.000 ກວ່າຄົນ.

ພັຕ ຄຳໝານ ໃຊກອງພັນ ຫົວໜ້າດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ປກສ ໃນວັນທີ 12 ສິງຫາ ນີ້ວ່າ: ຫຼັງເກີດອຸບັດຕິເຫດນໍ້າຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື ກໍໄດ້ມີໜ່ວຍກູ້ໄພ ແລະ ພາກສ່ວນຕ່າງໆຂອງປະເທດເພື່ອນບ້ານ ໂດຍສະເພາະແມ່ນຜູ້ໃຈບຸນ ຈາກຣາຊະອານາຈັກໄທ ໄດ້ນຳເອົາວັດຖຸສິ່ງຂອງ, ແຮງງານຄົນເຂົ້າມາຊ່ວຍເຫຼືອ; ໃນເບື້ອງຕົ້ນຄືໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2018 ທາງເຈົ້າໜ້າທີ່ປະຈຳຢູ່ດ່ານແມ່ນ ໄດ້ເຄື່ອນໄຫວຕາມປົກກະຕິຂອງລະບຽບຫຼັກການການເຂົ້າ-ອອກເມືອງຂອງ ສປປ ລາວ; ແຕ່ພາຍຫຼັງຮູ້ວ່າມີຫຼາຍພາກສ່ວນທີ່ຈະເຂົ້າໄປຊ່ວຍເຫຼືອໄພນໍ້າຖ້ວມທາງເຈົ້າໜ້າທີ່ຈຶ່ງໄດ້ຂໍຄຳເຫັນຈາກຂັ້ນເທິງຕາມຂັ້ນຕອນ. ພໍຮອດ ຕອນບ່າຍຂອງວັນດຽວກັນ ຈຶ່ງໄດ້ຮັບແຈ້ງການ ແລະ ການຊີ້ນຳຂອງທ່ານເຈົ້າແຂວງໆຈຳປາສັກ; ຫຼັງຈາກນັ້ນ, ທາງເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ພາສີປະຈຳຢູ່ດ່ານກໍໄດ້ເປັນເອກະພາບກັນຍົກເວັ້ນການເກັບເງິນຄ່າທຳນຽມຕ່າງໆຈາກຜູ້ທີ່ມາຊ່ວຍເຫຼືອ ພ້ອມທັງອຳນວຍຄວາມສະດວກທຸກຢ່າງໃຫ້ຜູ້ທີ່ຈະໄປຊ່ວຍເຫຼືອຜູ້ ປະສົບຢູ່ແຂວງອັດຕະປື ໂດຍໄດ້ອອກໜັງສືລົດ ແລະ ເອກະສານຢັ້ງຢືນເຄື່ອງ ເພື່ອໃຫ້ນຳເອົາໄປຢັ້ງຢືນຕໍ່ພາກສ່ວນຕ່າງໆຕາມເສັ້ນທາງໄປຫາອັດຕະປື ຍົກເວັ້ນການເກັບຄ່າຜ່ານທາງ ແລະ ອຳນວຍຄວາມສະດວກໃຫ້. ເຊິ່ງໃນນັ້ນ, ໄດ້ຍົກເວັ້ນການເກັບຄ່າທຳນຽມຕ່າງໆ ແລະ ອຳນວຍຄວາມສະດວກໃຫ້ພາກສ່ວນທີ່ເດີນທາງໄປຊ່ວຍຜູ້ປະສົບໄພຢູ່ອັດຕະປື ຈຳນວນ 207 ທີມງານມີ 2.367 ຄົນ ຍິງ 579 ຄົນ, ພາຫະນະຈຳນວນ 518 ຄັນ. ນອກນັ້ນ, ຍັງມີຄະນະກຳມະການຄຸ້ມຄອງການຊ່ວຍເຫຼືອປະຈຳຢູ່ດ່ານລໍຖ້າຮັບເອົາເຄື່ອງຊ່ວຍ ເຫຼືອຈາກຜູ້ທີ່ບໍ່ມີເງື່ອນໄຂທີ່ຈະໄປມອບດ້ວຍຕົນເອງເຊິ່ງມີ 613 ຄະນະມາບໍລິຈາກຢູ່ໜ້າສູນຮັບບໍລິຈາກປະຈຳດ່ານ.

ສ່ວນຫາງສຽງວິພາກວິຈານການເກັບຄ່າທຳນຽມຕ່າງໆນັ້ນ ແມ່ນໃນໄລຍະທີ່ທາງເຈົ້າໜ້າທີ່ກຳລັງຂໍຄຳເຫັນນຳຂັ້ນເທິງພິຈາລະນາການແກ້ໄຂສະພາບທີ່ເກີດຂຶ້ນ. ສ່ວນອີກຝ່າຍໜຶ່ງແມ່ນຜູ້ໃຈບຸນໃຈສັດທາ, ສ່ວນອີກດ້ານແມ່ນລະບຽບຫຼັກການ, ລະບຽບກົດໝາຍລະຫວ່າງຊາດ, ຄວາມປອດໄພ, ການອຳນວຍຄວາມສະດວກ ຂອງເຈົ້າພາບຕໍ່ແຂກຕ່າງຊາດ. ທັງໝົດນີ້ແມ່ນໜ້າທີ່ຂອງເຈົ້າໜ້າທີ່ດ່ານຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຕໍ່ກັບຫາງສຽງວິພາກວິຈານດັ່ງກ່າວ ແມ່ນພວກເຂົາອາດບໍ່ທັນເຂົ້າໃຈຂັ້ນຕອນຂອງການປະຕິບັດໜ້າທີ່ວິຊາສະເພາະ ແລ້ວອາໄສຊ່ອງວ່າງນັ້ນວິພາກວິຈານ ເຮັດໃຫ້ບາງຄົນອາດເຂົ້າໃຈຜິດ.

ພັຕ ຄຳໝານ ໃຊກອງພັນ ໃຫ້ຮູ້ອີກວ່າ: ໃນໄລຍະເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນວັງເຕົ່າ-ຊ່ອງເມັກ ທຸກສະຫາຍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ສະພາບການ ເຂົ້າ-ອອກຂອງພາຫະນະກໍຄື ບຸກຄົນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບ-ປອດໄພ; ແຕ່ພາຍຫຼັງເກີດເຫດນໍ້າຖ້ວມຢູ່ ເມືອງສະໜາມໄຊ ສະພາບການເຂົ້າ-ອອກທັງພາຫະນະ ແລະ ບຸກຄົນ ແມ່ນເພີ່ມຂຶ້ນຫຼາຍກວ່າປົກກະຕິ; ເຈົ້າໜ້າທີ່ຈຶ່ງໄດ້ແຍກອອກເປັນ 2 ພາກສ່ວນ ຄື: ຜູ້ທີ່ເດີນທາງຜ່ານດ່ານປົກກະຕິ ແມ່ນໄດ້ເກັບເງິນຄ່າທຳນຽມຕ່າງໆຕາມລະບຽບການເປັນປົກກະຕິ ແລະ ພາກສ່ວນທີສອງຄື: ພາກສ່ວນທີ່ມາຊ່ວຍເຫຼືອ ເຈົ້າໜ້າທີ່ໄດ້ບໍລິການເປັນພິເສດ; ໂດຍການຍົກເວັ້ນການເກັບຄ່າທຳນຽມ ແລະ ການຮັບເຄື່ອງຊ່ວຍເຫຼືອປະຈຳຢູ່ດ່ານ ແມ່ນຍັງດຳເນີນຕໍ່ໄປຈົນກວ່າຈະມີແຈ້ງການຈາກຂັ້ນເທິງ. ພ້ອມ ດຽວກັນນັ້ນ, ພັຕ ຄຳໝານ ໃຊກອງພັນ ໄດ້ສະແດງຄວາມຂອບໃຈຕໍ່ຜູ້ທີ່ໃຫ້ການຊ່ວຍເຫຼືອທຸກພາກສ່ວນ ເຊິ່ງສະແດງໃຫ້ເຫັນເຖິງນໍ້າໃຈ ແລະ ຄວາມຮັກແພງ ຂອງປະຊາຊົນທັງສອງປະເທດ.