ກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ສະຫຼຸບປະເມີນຜົນການຮຽນຂອງນັກຮຽນ 3 ຮຸ່ນ ຄື: ນັກຮຽນຈົບ ມ4 ໂຮງຮຽນວັດທະນະທໍາຊົນເຜົ່າ-ເດັກກຳພ້າ ຫຼັກ 67 ທີ່ຈະໄປຮຽນຕໍ່ຢູ່ໂຮງຮຽນວັດທະນະທໍາເລກ 1 ກະຊວງຕໍາຫຼວດຫວຽດນາມ, ນັກຮຽນຈົບ ມ7 ຈາກໂຮງຮຽນວັດທະນະທຳ ເລກ 1 ແລະ ນັກຮຽນກຽມພາສາຫວຽດນາມ ທີ່ຈະໄປສຶກສາຕໍ່ວິຊາສະເພາະປະລິນຍາຕີຢູ່ ສສ ຫວຽດນາມ, ໃນວັນທີ 9 ສິງຫາ 2018 ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ພົຈວ ອາລູວາ ລີຊື ຫົວໜ້າກົມໃຫຍ່ການເມືອງ, ມີຄະນະພັກ-ຄະນະບັນຊາ, ຄະນະກົມກໍ່ສ້າງກຳລັງ, ຄະນະຮັບຜິດຊອບຕະຫຼອດເຖິງພໍ່-ແມ່ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມ.

ພັທ ບຸນມີ ມັກຂະວານ ຮອງກົມກໍ່ສ້າງກໍາລັງ ໄດ້ສະຫຼຸບຜົນການຮຽນໂດຍຫຍໍ້ວ່າ: ນັກຮຽນທັງ 3 ຮຸ່ນ ມີຈຳນວນພົນທັງໝົດ 184 ຄົນ ຍິງ 67 ຄົນ, ໃນນີ້ ນັກຮຽນຈົບ ມ4 ພິເສດຈາກໂຮງຮຽນວັດທະນະທໍາຊົນເຜົ່າ-ເດັກກໍາພ້າ ຫຼັກ 67 ມີ 100 ຄົນ ຍິງ 38 ຄົນ, ນັກຮຽນຈົບ ມ7 ຈາກໂຮງຮຽນວັດທະນະທຳເລກ 1 ກະຊວງຕຳຫຼວດຫວຽດນາມ ມີ 58 ຄົນ ຍິງ 24 ຄົນ ແລະ ນັກຮຽນກຽມພາສາຫວຽດນາມຢູ່ ສະໜາມມ້າ ມີ 26 ຄົນ ຍິງ 5 ຄົນ; ຜ່ານການຮຽນຂອງນັກຮຽນ 3 ຮຸ່ນ ເຫັນວ່າ: ມີຄວາມພ້ອມ 100% ທີ່ຈະໄປສຶກສາຕໍ່ທີ່ ສສ ຫວຽດນາມ, ມີຄວາມຫ້າວຫັນ ແລະ ຕັ້ງໃຈຮ່ຳຮຽນຖືເອົາວຽກງານ ຄົ້ນຄວ້າຮໍ່າຮຽນເປັນໜ້າທີ່ສຳຄັນຕົ້ນຕໍ ແລະ ເປັນເຈົ້າການໃນການຊອກຮູ້ຮ່ຳຮຽນ ສະແດງອອກຄື: ນັກຮຽນຈົບ ມ4 ໄດ້ຄະແນນ 7 ຂຶ້ນໄປ ມີ 18 ຄົນ ຍິງ 5 ຄົນ ກວມ 16,22%, ໄດ້ຄະແນນຄາດໝາຍ 5,00 ຂຶ້ນໄປມີ 104 ຄົນ ຍິງ 40 ຄົນ ກວມເອົາ 93,69%; ນັກຮຽນຈົບ ມ7 ມີນັກຮຽນເກັ່ງ 7 ຄົນ ຍິງ 5 ຄົນ ກວມ 12,06%, ດີພໍໃຊ້ ມີ 50 ຄົນ ຍິງ 19 ຄົນ ກວມ 86,20%; ນັກຮຽນກຽມພາສາຫວຽດນາມມີນັກຮຽນ ເກັ່ງ 3 ຄົນ ກວມ 11,38%, ປານກາງ 18 ຄົນ ຍິງ 5 ຄົນ ກວມ 69,23%, ພໍໃຊ້ 5 ຄົນ ກວມ 19,23%.

ຄະນະຮັບຜິດຊອບໄດ້ປະເມີນວ່າ: ນັກຮຽນທັງ 3 ຮຸ່ນມີ ຄວາມພ້ອມ 100% ທາງດ້ານຮ່າງກາຍ, ຈິດໃຈ ແລະ ຄວາມຮູ້ທາງດ້ານພາສາຫວຽດນາມ ທີ່ຈະໄປສຶກສາຕໍ່ມັດທະຍົມປາຍ ແລະ ວິຊາສະເພາະຢູ່ ສສ ຫວຽດນາມ ເພື່ອຈະເປັນກໍາລັງແຮງທີ່ເຂັ້ມແຂງຂອງກໍາລັງປ້ອງກັນຄວາມສະຫງົບລາວໃນອະນາຄົດ.

ພົຈວ ອາລູ ວາລີຊື ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນການຮຽນທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມກັນເນັ້ນໃຫ້ນັກຮຽນທັງ 3 ຮຸ່ນ ທີ່ມີຄວາມພ້ອມ 100% ທີ່ຈະໄປສຶກສາຕໍ່ທີ່ ສສ ຫວຽດນາມ ໃຫ້ສືບຕໍ່ຮັກມູນເຊື້ອອັນດີງາມນີ້ຕໍ່ໄປ, ຍົກສູງສະຕິໃນການຊອກຮູ້ຮໍ່າຮຽນນາຄູອາຈານ, ໝູ່ຄູ່ ແລະ ຮຽນດ້ວຍຕົນເອງ, ເອົາໃຈໃສ່ພັດທະນາຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ສິນທໍາປະຕິວັດ ແລະ ຮູ້ນໍາເອົາຄວາມຮູ້ທີ່ຕົນເອງໄດ້ສຶກສາຮໍ່າຮຽນມານຳໃຊ້ ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ໃຫ້ມີຜົນສໍາເລັດ ແລະ ນໍາເອົາມາຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານປ້ອງກັນຄວາມສະຫງົບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ.