ໃນວັນທີ 13 ສິງຫາ 2018, ໜ່ວຍກູ້ໄພ 1623 ຂອງມູນລະນິທິຊ່ວຍເຫຼືອຄົນທຸກຍາກ ສປປ ລາວ ໄດ້ມອບເຄື່ອງໃຊ້ຊີວິດປະຈຳວັນ ໃຫ້ສູນກາງສະຫະພັນແມ່ຍິງລາວ ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄຟນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ລວມມູນຄ່າ 16.000.000 ກີບ ຕາງໜ້າຮັບໂດຍ ທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ.

ທ່ານ ວຽງປະຈິດ ສີພັນໄຊ ຕາງໜ້າໜ່ວຍກູ້ໄພ 1623 ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີເຄື່ອງໃຊ້ໃນຊີວິດປະຈໍາວັນ ເປັນຕົ້ນແມ່ນຊຸດປ້ອງກັນຄະປູ ຫຼື ນໍ້າເປື້ອນ, ຜ້າເຊັດໜ້າ, ເກີບ, ແຟັບ, ສະບູ, ຢາຖູແຂ້ວ, ຢາກັນຍຸງ ແລະອື່ນໆ ລວມມູນຄ່າ 16.000.000 ກີບ.

ເຊິ່ງເຄື່ອງໃຊ້ຈໍານວນດັ່ງກ່າວ ແມ່ນເປັນການລະດົມທຶນຈາກພໍ່-ແມ່ປະຊາຊົນ ແລະ ບໍລິສັດຫ້າງຮ້ານ ຜູ້ທີ່ມີຈິດໃຈໃສສັດທາ ທີ່ມີຄວາມເປັນຫ່ວງເປັນໄຍປະຊາຊົນ ເມືອງສະໜາມໄຊ ກໍຄືຜູ້ທີ່ໄດ້ຮັບຜົນກະທົບຈາກຄູກັ້ນນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກໃນໄລຍະຜ່ານມາ ເພື່ອເປັນການແບ່ງເບົາພາລະອັນໜັກໜ່ວງ, ຄວາມຄວາມສູນເສຍ ແລະ ເຮັດໃຫ້ຜູ້ທີ່ຖືກຜົນກະທົບຈາກໄພພິບັດຄັ້ງນີ້, ກໍຄືຄອບຄົວຂອງຜູ້ເສຍຊີວິດມີກໍາລັງໃຈໃນການດໍາລົງຊີວິດຕໍ່ໄປ.

ໃນວັນດຽວກັນ, ທ່ານຮອງນາຍົກເທດສະມົນຕີ ເທດສະບານເມືອງໜອງຄາຍ ແຂວງໜອງຄາຍ ປະເທດໄທ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງນຸ່ງຈໍານວນ 320 ຖົງ, ນໍ້າດື່ມ 130 ແກັດ, ຢາປົວພະຍາດ 3 ກັບໃຫຍ່, ເກີບ 50 ຄູ່, ເຂົ້າ 28 ເປົ່າ ແລະອື່ນໆ.

ພ້ອມທັງ, ເງິນສົດຈໍານວນ 30,000 ບາດ ໃຫ້ແກ່ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ.