ຫ້ອງການສາທາລະນະສຸກ ເມືອງສະໜາມໄຊ ຮ່ວມກັບ ພະແນກສາທາລະນະສຸກ ແຂວງອັດຕະປື ແລະ ກະຊວງສາທາລະນະສຸກ, ພ້ອມກັບທີມແພດຈາກປະເທດເພື່ອນບ້ານ ແລະ ເພື່ອນມິດສາກົນ ເປັນຕົ້ນແມ່ນທີມແພດ ຈາກ ສ ເກົາຫຼີ ໄດ້ພ້ອມກັນເຝົ້າຕິດຕາມ ແລະ ກຽມຄວາມພ້ອມສະກັດກັ້ນ ແລະ ກັນພະຍາດທີ່ອາດຈະລະບາດໃນສູນອົບພະຍົບຊົ່ວຄາວ ຕໍ່ຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ເປັນຕົ້ນພະຍາດໄຂ້ຍຸງລາຍ, ຖອກທ້ອງ ແລະ ພະຍາດອື່ນໆທີ່ມາກັບນ້ຳ.

ທ່ານ ດຣ ຄຳອິນ ກອງກະສັນ ຮອງຫົວໜ້າຫ້ອງການສາທາລະນະສຸກ ເມືອງສະໜາມໄຊ ທັງເປັນຄະນະປະສານງານສຸກເສີນດ້ານສາທາລະນະສຸກ ໄດ້ໃຫ້ສຳພາດໃນວັນທີ 14 ສິງຫາຜ່ານ ມາວ່າ: ເພື່ອເປັນການກ້ຽມພ້ອມສະກັດກັ້ນ ແລະ ກັນພະຍາດບໍ່ໃຫ້ເກີດລະບາດໃນແຕ່ລະຈຸດພັກເຊົາຂອງຜູ້ປະສົບໄພ ແລະ ຂອບເຂດເມືອງສະໜາມໄຊ ເນື່ອງຈາກປະຊາຊົນທີ່ໄດ້ຮັບຜົນກະທົບທີ່ຍ້າຍເຂົ້າມາຈຸດພັກເຊົາແຕ່ລະຈຸດ ແມ່ນມີຈຳນວນຫຼາຍ, ການບໍລິໂພກອາຫານແມ່ນຍັງບໍ່ຖືກສຸຂະອະນາໄມ, ປະລິມານຂີ້ເຫຍື້ອມີຈຳນວນເພີ່ມຂຶ້ນ ແລະ ປະກອບກັບມີຝົນຕົກເປັນປະຈຳ ພະຍາດກໍສາມາດເກີດຂຶ້ນ ແລະ ຕິດຕໍ່ກັນໄດ້.

ດັ່ງນັ້ນ, ພາກສ່ວນສາທາລະນະສຸກ ຈຶ່ງຖືເອົາວຽກງານເບິ່ງແຍງສຸຂະພາບຂອງຜູ້ປະສົບໄພເປັນບັນຫາສຳຄັນທີ່ສຸດ ໂດຍໄດ້ເອົາໃຈໃສ່ຕິດຕາມເຝົ້າລະວັງພະຍາດຕ່າງໆທີ່ອາດຈະລະບາດ ໂດຍສະເພາະແມ່ນພະຍາດໄຂ້ຫວັດ, ພະຍາດຖອກທ້ອງ, ພະຍາດວັນນະໂລກ ແລະ ພະຍາດຕິດຕໍ່ອື່ນໆ; ແຕ່ລະສູນພັກເຊົາໄດ້ມີທີມແພດປະຈຳຢູ່ບໍ່ຂາດ ໂດຍແຕ່ລະມື້ໄດ້ມີການປະເມີນຄວາມສ່ຽງການລະບາດຂອງພະຍາດຢູ່ແຕ່ລະສູນພັກເຊົາ, ມີການຊີດຢາຂ້າເຊື້ອແຕ່ລະຈຸດທີ່ເຫັນວ່າອາດເປັນບ່ອນກໍ່ໃຫ້ເກີດພະຍາດ, ເລັ່ງກວດຜູ້ທີ່ສົງໄສເປັນພະຍາດວັນນະໂລກ, ແນະນຳການຮັກສາຄວາມສະອາດ ແລະ ການປ້ອງກັນພະຍາດໃຫ້ຜູ້ປະສົບໄພ, ກວດຫາເດັກຂາດສານອາຫານແຕ່ບໍ່ພົບ, ສະໜອງນ້ຳສະອາດ ແລະ ວິດຖ່າຍ ລວມທັງເຮັດໂຄສະນາສຸຂະສຶກສາ; ພ້ອມທັງຄັດເລືອກເອົາຜູ້ປະສົບໄພທີ່ມີຄວາມສາມາດມາເປັນອາສາສະໜັກ ແລະ ຝຶກອົບຮົມເຂົາເຈົ້າເພື່ອໃຫ້ຮູ້ ແລະ ເຂົ້າໃຈຕໍ່ການອະນາໄມສິ່ງແວດລ້ອມ ເປັນຕົ້ນແມ່ນການກຳຈັດຂີ້ເຫຍື້ອ, ການເຮັດອະນາໄມ 3 ສະອາດ ໃຫ້ອາສາສະໝັກ ເພື່ອໃຫ້ເຂົາເຈົ້າສາມາດນຳພາປະຊາຊົນຢູ່ຕາມສູນອົບພະຍົບປະຕິບັດຫຼັກການຮັກສາສະພາບແວດລ້ອມໄດ້.

ນອກນັ້ນ, ກໍໄດ້ຕິດຕາມກວດກາບັນຫາສຸຂະພາບຈິດຂອງຜູ້ປະສົບໄພ ເພື່ອຊ່ວຍເຫຼືອ ແລະ ປິ່ວປົວໃຫ້ທັນເວລາ; ເຊິ່ງການບໍລິການດ້ານສາທາລະນະສຸກສໍາລັບຜູ້ປະສົບໄພ ແມ່ນບໍ່ໄດ້ເສຍຄ່າ. ນັບແຕ່ວັນທີ 24 ກໍລະກົດ-14 ສິງຫາ 2018 ກວດສຸຂະພາບໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດໄດ້ 2.492 ຄົນ, ເດັກນ້ອຍ ອາຍຸ 5 ປີ ລົງມາ 265 ຄົນ, ກວດສຸຂະພາບຈິດ 114 ຄົນ ໃນນີ້ຍັງສືບຕໍ່ຕິດຕາມອາການ ແລະ ກິນຢາມີ 13 ຄົນ.

ໃນຂະນະດຽວກັນ, ທ່ານໝໍ ນາງ ເພັດສີດອນ ຍືນພະນົມ ຄະນະອຳນວຍການໂຮງໝໍເມືອງສະໜາມໄຊ ໃຫ້ຮູ້ວ່າ: ນັບແຕ່ວັນທີ 24 ກໍລະກົດເປັນຕົ້ນມາ, ທຸກພາກສ່ວນກໍໄດ້ກຽມຄວາມພ້ອມຮັບມືກັບສະພາບການ ໂດຍສະເພາະແມ່ນໄດ້ຕໍ່ເຕີມອາຄານຄືຕໍ່ກັນຊາດອອກມາເພື່ອໃຊ້ເປັນບ່ອນຮອງຮັບຄົນເຈັບຈາກເຫດການນໍ້າຖ້ວມ; ເຊິ່ງໄລຍະທຳອິດການບໍລິການ ແມ່ນພົບກັບຄວາມສັບສົນພໍສົມຄວນ ແຕ່ຫຼັງຈາກນັ້ນກໍມີການນຳຈາກກະຊວງສາທາລະນະສຸກ ລົງມາຊີ້ນຳຈຶ່ງເຮັດໃຫ້ການບໍລິການເຂົ້າສູ້ລະບົບ ແລະ ເປັນລະບຽບ ໂດຍໄດ້ແຍກຄົນເຈັບທົ່ວໄປ ແລະ ຄົນເຈັບມາຈາກໄພພິບັດອອກຈາກກັນ. ຄົນເຈັບທີ່ຖືກຜົນກະທົບໄພນໍ້າຖ້ວມໃນໄລຍະທຳອິດສ່ວນຫຼາຍ ແມ່ນມີບາດແຜຕາມແຂນ, ຂາ ແລະ ມີຮອຍຊໍ້າຂຽວບໍ່ຮ້າຍແຮງ. ນັບແຕ່ວັນທີ 24 ກໍລະກົດ ມາຮອດປັດຈຸບັນ ມີຄົນເຈັບເຂົ້າມາບໍລິການທັງໝົດ ປະມານ 3.086 ຄົນ, ໃນນີ້ຄົນເຈັບທີ່ເປັນຜູ້ປະສົບໄພ 959 ຄົນ; ພະຍາດທີ່ກວດພົບຫຼາຍກວ່າໝູ່ແມ່ນໄຂ້ຫວັດ, ຄໍແດງ ແລະ ຖອກທ້ອງ.