ວັນທີ 15 ສິງຫານີ້, ທີ່ເມືອງສະໜາມໄຊ ແຂວງອັດຕະປື ມີຝົນຕົກໜັກແຮງຢ່າງຕໍ່ເນື່ອງ ຍ້ອນໄດ້ຮັບຜົນກະທົບຈາກອິດທິພົນຂອງພາຍຸ ເບີບິນກາ ສົ່ງຜົນໃຫ້ນໍ້າຖ້ວມເທດສະບານເມືອງສະໜາມໄຊ ເຮັດໃຫ້ການສັນຈອນໄປ-ມາ ມີຄວາມລຳບາກ ແລະ ເຮັດໃຫ້ພາລະກິດການຊອກຄົ້ນຫາຜູ້ສູນຫາຍ ກໍມີຄວາມຫຍຸ້ງຍາກ ຕ້ອງໄດ້ຢຸດການປະຕິບັດພາລະກິດການຊອກຫາຜູ້ສູນຫາຍຊົ່ວຄາວ.

ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງໆສະໜາມໄຊ ໄດ້ຖະແຫຼງຄວາມຄືບໜ້າການປະຕິບັດພາລະກິດການຊອກຫາຜູ້ສູນຫາຍ ໃຫ້ຮູ້ວ່າ: ຜ່ານການປະຕິບັດວຽກງານຕົວຈິງ ມາຮອດວັນທີ 15 ສິງຫານີ້ ສາມາດຄົ້ນພົບຜູ້ເສຍຊີວິດຈຳນວນ 39 ສົບ. ໃນນັ້ນ, 34 ສົບ ແມ່ນເກັບກູ້ຢູ່ພາກສະໜາມ, ສ່ວນອີກ 5 ສົບ ແມ່ນເສຍຊີວິດຢູ່ໂຮງໝໍ, ເຊິ່ງປັດຈຸບັນນີ້ ມີສະພາບຝົນຕົກແຮງຢ່າງຕິດຕໍ່ກັນຫຼາຍວັນ ຈົນແມ່ນໍ້າເຊກອງ ແລະ ຫ້ວຍຮ່ອງຕ່າງໆທີ່ປ່ອງໃສ່ແມ່ນໍ້າເຊກອງ ເພີ່ມລະດັບສູງຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ນໍ້າໄຫຼຖ້ວມເທດສະບານເມືອງສະໜາມໄຊ ໃນບາງຈຸດ.

ເສັ້ນທາງການສັນຈອນຈາກແຂວງຫາຕົວເມືອງມະຫາໄຊ ຖືກຕັດຂາດ 3 ຈຸດ ເຊັ່ນ: ຈຸດຫ້ວຍຫຼັກດານ, ຈຸດຫ້ວຍກະເສນ ແລະ ອີກຈຸດໜຶ່ງ ຄືຂົວຂ້າມຫ້ວຍເບກ ຫັກຂາດການເດີນທາງເຂົ້າ-ອອກເມືອງ ຈຶ່ງພົບຄວາມຫຍຸ້ງຍາກ ໂດຍໃຊ້ເຮືອຈັກນ້ອຍຂອງປະຊາຊົນຂົນສົ່ງຄົນທີ່ຂ້າມໄປ-ມາ, ສ່ວນພາຫະນະອື່ນໆແມ່ນບໍ່ສາມາດເດີນທາງໄດ້, ເຮັດໃຫ້ການຂົນສົ່ງເຄື່ອງຊ່ວຍເຫຼືອຕ່າງໆໄປຫາຜູ້ປະສົບໄພພົບຄວາມຫຍຸ້ງຍາກ.

ສ່ວນພາລະກິດການຊອກຄົ້ນຫາຜູ້ສູນຫາຍ ແມ່ນໄດ້ຢຸດຊົ່ວຄາວຈົນກວ່າລະດັບນໍ້າຈະຫຼຸດລົງ. ນອກນັ້ນ, ທາງຄະນະຮັບຜິດຊອບກໍໄດ້ກຽມຄວາມພ້ອມ ເພື່ອຮັບມືກັບສະພາບນໍ້າຖ້ວມ ເນື່ອງຈາກມີແຈ້ງການຈາກເຂື່ອນໄຟຟ້າເຊກະໝານ 1 ຈະປ່ອຍນໍ້າໃນເວລາ 14:00 ໂມງຂອງວັນທີ 16 ສິງຫານີ້, ໂດຍຄະນະຮັບຜິດຊອບໄດ້ແຈ້ງການໃຫ້ປະຊາຊົນທີ່ຢູ່ລຽມຕາມແຄມແມ່ນໍ້າເຊກອງ, ເຊກະໝານເກັບມ້ຽມວັດຖຸສິ່ງຂອງມີຄ່າ ແລະ ສັດລ້ຽງຂຶ້ນບ່ອນສູງ, ກະກຽມເຮືອເພື່ອກຽມອົບພະຍົບປະຊາຊົນທີ່ຢູ່ຈຸດສ່ຽງທີ່ຈະຖືກນໍ້າຖ້ວມ.

ນອກນັ້ນ, ເສັ້ນທາງຈາກບ້ານມິດສຳພັນ ຂ້າມຫ້ວຍກັນຈານ ໄປຫາ ບ້ານຫາດຍາວ ໄປສູ່ສູນອົບພະຍົບຊົ່ວຄາວຂອງຜູ້ປະສົບໄພ ທີ່ຢູ່ຈຸດຄຸ້ມດອນບົກ, ບ້ານປິນດົງ ແລະ ບ້ານຕະມໍຢອດ ຖືກນໍ້າຖ້ວມຢ່າງຮ້າຍແຮງ ເຈົ້າໜ້າທີ່ທະຫານຈຶ່ງໃຊ້ເຮືອເຂົ້າຊ່ວຍເຫຼືອໃນການຂົນສົ່ງຄົນຂ້າມໄປ-ມາ ເຮັດໃຫ້ການລຳລຽງຂົນສົ່ງສະບຽງອາຫານ, ອຸປະກອນຕ່າງໆໄປຫາພາກສະໜາມພົບຄວາມຫຍຸ້ງຍາກຫຼາຍຂຶ້ນກວ່າເກົ່າ.