ທ່ານ ໂຢຊິຮິເດະ ສຶກະ ເລຂາທິການລັດຖະມົນຕີ ຍີ່ປຸ່ນ ກ່າວໃນວັນທີ 21 ສິງຫາ ທີ່ຜ່ານມາວ່າ: ຈຳນວນນັກທ່ອງທ່ຽວທີ່ເດີນທາງເຂົ້າ ຍີ່ປຸ່ນ ໄດ້ເພີ່ມຂຶ້ນເຖິງ 20 ລ້ານຄົນແລ້ວ ໃນວັນທີ 15 ສິງຫາ ທີ່ຜ່ານມາ ໂດຍມີຊາວຈີນເປັນນັກທ່ອງທ່ຽວກຸ່ມໃຫຍ່ທີ່ສຸດ.

ທ່ານ ສຶກະ ຍັງເປີດເຜີຍອີກວ່າ: ປີທີ່ຜ່ານມາ, ຕົວເລກນັກທ່ອງທ່ຽວເພີ່ມຂຶ້ນເຖິງ 20 ລ້ານຄົນ ໃນເດືອນກັນຍາ ຂະນະທີ່ນັກທ່ອງທ່ຽວຕະຫຼອດທັງປີຜ່ານມາ ຢູ່ທີ່ລະດັບ 28,7 ລ້ານຄົນ; ດ້ານອົງການທ່ອງທ່ຽວ ຍີ່ປຸ່ນ ລະບຸວ່າ: ຖ້າຫາກທ່າອ່ຽງນັກທ່ອງທ່ຽວ ຍັງຄົງເພີ່ມຂຶ້ນຕໍ່ໄປ ມີຄວາມເປັນໄປໄດ້ທີ່ຈຳນວນນັກທ່ອງທ່ຽວຕະຫຼອດປີນີ້ ຈະເພີ່ມຂຶ້ນເຖິງລະດັບ 30 ລ້ານຄົນ ເປັນຄັ້ງທຳອີດໃນປະຫວັດສາດ.

ທັ້ງນີ້, ຍີ່ປຸ່ນ ຕັ້ງເປົ້າຈຳນວນນັກທ່ອງທ່ຽວ 40 ລ້ານຄົນ ໃນປີ 2020 ເຊິ່ງເປັນປີທີ່ ຍີ່ປຸ່ນ ເປັນເຈົ້າພາບຈັດການແຂ່ງຂັນກິລາ ໂອລິມປິກ.