1. ສະໝອງເສື່ອມ
ພຽງແຕ່ດື່ມນ້ຳໜ້ອຍ ກໍ່ສ່ຽງຕໍ່ການເປັນພະຍາດສະໝອງເສື່ອມໄດ້ ເພາະຮ່າງກາຍຂອງເຮົາຂາດນ້ຳ ປະລິມານນ້ຳຂອງຮ່າງກາຍບໍ່ພຽງພໍໃນການເປັນສ່ວນໜຶ່ງຂອງເລືອດທີ່ສູບສີດໄປທົ່ວຮ່າງກາຍ ເມື່ອເລືອດມີຄວາມຂຸ້ນຫຼາຍຂຶ້ນຈະເຮັດໃຫ້ຫົວໃຈບໍ່ສາມາດສູບສີດເລືອດໄປລ້ຽງສະໝອງບໍ່ພຽງພໍ ຈຶ່ງເປັນເຫດການສະໝອງເສື່ອມ.


2. ລີດສີດວງທະວານ
ແນ່ນອນທີ່ສຸດຖ້າຫາກຮ່າງກາຍໄດ້ຮັບນ້ຳບໍ່ພຽງພໍ ສົ່ງຜົນໄປເຖິງລະບົບການຍ່ອຍຂອງກະເພາະອາຫານ ທີ່ເຮັດວຽກລຳບາກຂຶ້ນ ແລະ ລຳໄສ້ແຫ້ງ ອາດເຮັດໃຫ້ເຮົາບໍ່ສາມາດຂັບຖ່າຍອຸດຈະຫຼະອອກມາໄດ້ ເພາະອາຈົມອາດແຫ້ງເກີນໄປ ເມື່ອຂອງເສຍສະສົມຢູ່ໃນລຳໄສ້ ລຳໄສ້ກໍຈະດູດຂອງເສຍນັ້ນກັບເຂົ້າສູ້ຮ່າງກາຍໄປອີກ ຍິ່ງເຮັດໃຫ້ເລືອດມີຄວາມສ່ຽງ ແລະ ຂຸ້ນກວ່າເກົ່າ, ອາຈົມກໍແຂງ ແລະ ແຫ້ງກວ່າເກົ່າ ຈົນເກີດອາການທ້ອງຜູກ ສຸດທ້າຍກໍເກີດພະຍາດລີດສີດວງທະວານ.


3. ປວດຂໍ້
ກະດູກອ່ອນໃນຫຼາຍໆສ່ວນຂອງຮ່າງກາຍ ລວມໄປເຖິງໝອນຮອງກະດູກ ເຊິ່ງເປັນສ່ວນທີ່ສຳຄັນ ແລະເກີດອາການຜິດປົກກະຕິໄດ້ງ່າຍ ມີສ່ວນປະກອບເປັນນ້ຳຫຼາຍເຖິ່ງ 80%. ດັ່ງນັ້ນ, ຖ້າຫາກວ່າຂໍ້ຕໍ່ ຫຼື ໝອນຮອງກະດູດແຫ້ງ ອາດເຮັດໃຫ້ຂໍ້ຕ່າງໆໃນຮ່ງກາຍດຶງດູດແຮງເຮັດໃຫ້ມີການກະທົບ ຈົນເກີດອາການບາດເຈັບໄດ້ງ່າຍ ຫຼື ອາດເກີດອັກເສບໄດ້ງ່າຍ.


4. ລະບົບຂັບຍ່ຽວອັກເສບ
ເມື່ອເຮົາມີອາການປວດຍ່ຽວ ແຕ່ບໍ່ມີນໍ້າຍ່ຽວໄຫຼອອກມາ ຫຼື ໄຫຼອອກໜ້ອຍ ອາດມີຄວາມສ່ຽງຕໍ່ການເປັນພະຍາດທາງລະບົບຂັບຍ່ຽວອັກເສບ ຫຼື ກະເພາະຍ່ຽວອັກເສບ ເນື່ອງຈາກວ່າດື່ມນ້ຳບໍ່ພຽງພໍ ແລະ ເນື່ອງຈາກການກັ້ນຍ່ຽວດົນ.


5. ຈະຕຸ້ຍ
ຖ້າຫາກດື່ມນ້ຳໜ່ອຍ ເປັນສາເຫດທີ່ນຳໄປສູ້ພະຍາດຕຸ້ຍ ຫຼື ອ້ວນໄດ້. ຖ້າດື່ມນ້ຳຢ່າງພຽງພໍໃນຕອນເຊົ້າ ຫຼື ຕອນແລງ ກ່ອນອາຫານຈະພົບວ່າ ອີ່ມງ່າຍອີ່ມໄວກ່ອນການບໍ່ດື່ມນ້ຳ. ແຕ່ຖ້າຫາກວ່າເປັນຄົນມັກກິນແບບເລັກໆນ້ອຍໆແລ້ວ ແລະ ບໍ່ມັກດື່ມນຳອີກ ຈະເຮັດໃຫ້ນ້ຳໜັກຂຶ້ນໄດ້ງ່າຍ.


6. ປະຈຳເດືອນມາບໍ່ສະໝ່ຳສະເໝີ
ປະຈຳເດືອນສຳລັບແມ່ຍິງເປັນຕົວບົ່ງບອກເຖິງສຸຂະພາບໄດ້ດີອີກຢ່າງໜຶ່ງ ຖ້າຫາກພົບວ່າ ມີປະຈຳເດືອນ ມາບໍ່ສະໝ່ຳສະໝີ ຂາດໆຫາຍໆ, ມີນໍ້າຫຼາຍເກີນໄປ, ມີສີເຂັ່ມຫຼາຍເກີນໄປ ຫຼື ລວມທັງປວດທ້ອງຫຼາຍເກີນໄປສາເຫດສຳຄັນອາດມາຈາກການດື່ມນ້ຳໜ້ອຍກໍເປັນໄດ້ ເມື່ອນ້ຳໃນຮ່າງກາຍບໍ່ພຽງພໍ ຈຶ່ງບໍ່ສາມາດນຳນ້ຳໄປສ້າງປະຈຳເດືອນນັ້ນໄດ້.

ສັນຍານຂອງການດື່ມນ້ຳໜ່ອຍ
– ຖ່າຍເບົາບໍ່ເຖິງ 4-7 ຄັ້ງຕໍ່ວັນ
– ຖ່າຍເບົາມີສີເຫຼືອງເຂັ້ມເກືອບທຸກຄັ້ງ
– ຖ່າຍເບົາມີກິ່ນເໝັ່ນຫຼາຍ.