ສຳນັກງານຄະນະລັດຖະມົນຕີ ຍີ່ປຸ່ນ ເປີດເຜີຍໃນວັນທີ 10 ກັນຍານີ້ວ່າ: ຜະລິດຕະພັນລວມພາຍໃນປະເທດ (GDP) ໄຕມາດ 2 ປີ 2018 ຂະຫຍາຍຕົວ 3% ເມື່ອທຽບເປັນລາຍປີ ເຊິ່ງສູງກວ່າຕົວເລກຄາດຄະເນເບື້ອງຕົ້ນ ທີ່ລະດັບ 1,9% ໂດຍໄດ້ແຮງສະໜັບສະໜູນຈາກ ການໃຊ້ຈ່າຍພາກເອກະຊົນທີ່ເພີ່ມຂຶ້ນຢ່າງເຂັ້ມແຂງ.

ຖ້າຫາກທຽບເປັນລາຍໄຕມາດ ຈີດີພີໄຕມາດ 2 ຂອງຍີ່ປຸ່ນ ເຊິ່ງມີລະບົບເສດຖະກິດໃຫຍ່ເປັນອັນດັບ 3 ຂອງໂລກນັ້ນ ຂະຫຍາຍຕົວ 0,7% ເຊິ່ງຂໍ້ມູນນີ້ສະທ້ອນໃຫ້ເຫັນວ່າ ຈີດີພີຍີ່ປຸ່ນ ເລີ່ມຟື້ນຕົວຂຶ້ນໃນໄຕມາດ 2 ຫຼັງຈາກທີ່ຫຼຸດຕົວລົງ 0,6% ໃນໄຕມາດທຳອິດ ເມື່ອທຽບເປັນລາຍປີ.

ສ່ວນລາຍໄດ້ເບື້ອງຕົ້ນ ເຊິ່ງລວມເຖິງລາຍໄດ້ຈາກການລົງທຶນໃນຕ່າງປະເທດ ມີຍອດເກີນດຸນມູນຄ່າ 2,35 ລ້ານໆເຢນ ໂດຍປັດຈຸບັນທີ່ເຮັດໃ ຍີ່ປຸ່ນ ມີຍອດເກີນດຸນບັນຊີເງິນກະແສລາຍວັນ ຕິດຕໍ່ກັນດົນຍານນັ້ນ ມາຈາກລາຍໄດ້ທີ່ເຂັ້ມແຂງຈາກການລົງທຶນໃນຕ່າງປະເທດ.

ນອກຈາກນີ້, ລາຍງານຂອງ ກະຊວງການເງິນ ຍັງລະບຸວ່າ: ຍີ່ປຸ່ນ ມີຍອດຂາດດຸນການຄ້າສິນຄ້າ ໃນເດືອນກໍລະກົດ ທີ່ລະດັບ 1 ພັນລ້ານເຢນ ແລະ ຂາດດຸນການຄ້າດ້ານການບໍລິການ ທີ່ລະດັບເກືອບ 1,8 ແສນລ້ານເຢນ.