ທ່ານ ຊິນໂຊ ອາເບະ ຢ້ຽມຢາມ ຜູ້ປະສົບໄພ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກັນຍານີ້ວ່າ: ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ເດີນທາງຢ້ຽມຢາມພື້ນທີ່ປະສົບໄພພິບັດ ແຜ່ນດິນໄຫວ ໃນແຂວງຮັອກໄກໂດ ທາງພາກເໜືອຂອງປະເທດ ໃນວັນທີ 9 ກັນຍາ ທີ່ຜ່ານມາ ໃນຂະນະທີ່ຍອດຜູ້ເສຍຊີວິດຢ່າງເປັນທາງການ ຈາກຫາຍະນະຄັ້ງນີ້ເພີ່ມຂຶ້ນເປັນ 42 ຄົນແລ້ວ.

ການປະຕິບັດການຄົ້ນຫາຜູ້ຫາຍສາບສູນ

ເຫດການແຜ່ນດິນໄຫວລະດັບ 6,7 ຣິກເຕີ ທີ່ເກີດຂຶ້ນໃນວັນທີ 6 ກັນຍາ ທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍແກ່ບ້ານເຮືອນ ແລະ ຖະໜົນຫົນທາງເປັນວົງກວ້າງ ໂດຍທ່ານ ອາເບະ ເດີນທາງໄປຍັງເມືອງຊັບໂປໂລ ເມືອງເອກຂອງແຂວງຮັອກໄກໂດ ແລະ ເມືອງອັດສຶມະ ເຊິ່ງມີຜູ້ເສຍຊີວິດຫຼາຍທີ່ສຸດ ຫຼັງຈາກທີ່ເກີດດິນເຈື່ອນຂະໜາດໃຫຍ່ທັບຖົມບ້ານເຮືອນປະຊາຊົນ.

ການດຳເນີນງານຂອງທີມງານກູ້ໄພ

ພາຍຫຼັງທີ່ ທ່ານ ອາເບະ ເຂົ້າພົບນັກການເມືອງທ້ອງຖິ່ນ ແລະ ປະຊາຊົນທີ່ອາໄສຢູ່ໃນສູນຫຼົບໄພຊົ່ວຄາວແລ້ວ ທ່ານກໍຮີບເດີນທາງກັບນະຄອນຫຼວງໂຕກຽວ ທັນທີ ເພື່ອຈັດກອງປະຊຸມຄະນະລັດຖະມົນຕີ ແລະ ກຽມຈັດສັນງົບປະມານຈຳນວນ 540 ລ້ານເຢນ ເພື່ອໃຊ້ບັນເທົາໄພພິບັດຄັ້ງນີ້; ທ່ານ ໄດ້ກ່າວຢືນຢັນວ່າ: ຈຳນວນຜູ້ເສຍຊີວິດຕອນນີ້ ເພີ່ມຂຶ້ນເປັນ 42 ຄົນແລ້ວ ສ່ວນທາງດ້ານທ່ານ ໂຢຊິຮິເດະ ສຸກະ ເລຂາທິການຄະນະລັດຖະມົນຕີຍີ່ປຸ່ນ ລະບຸວ່າ ຍັງມີຫາຍສາບສູນອີກ 1 ຄົນ.

ແຮງສັ່ນສະເທືອນຂອງແຜ່ນດິນໄຫວ ເຮັດໃຫ້ທັດສະນີຍະພາບປ່ຽນໄປ

ທັ້ງນີ້, ເຫດການແຜ່ນດິນໄຫວ ຍັງເຮັດໃຫ້ປະຊາຊົນຫຼາຍກວ່າ 3 ລ້ານຄົວເຮືອນ ໃນແຂງຮັອກໄກໂດ ບໍ່ມີໄຟຟ້າໃຊ້ ແຕ່ຫຼ້າສຸດ ເຈົ້າໜ້າທີ່ສາມາດກູ້ຄືນລະບົບໄຟຟ້າໄດ້ເກືອບທັງໝົດແລ້ວ ແຕ່ຍັງເຕືອນປະຊາຊົນໃຫ້ໃຊ້ໄຟຟ້າຢ່າງປະຫຍັດ ເນື່ອງຈາກລະບົບຍົງບໍ່ສະຖຽນ.