ການຮ່ວມມືດ້ານວຽກງານຊາຍແດນຂອງ ລາວ-ຫວຽດນາມ

ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກອງບັນຊາການປ້ອງກັນຊາຍແດນ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຮ່ວມມືຮັກສາຄວາມສະຫງົບຊາຍແດນ ລາວ-ຫວຽດນາມ ຄັ້ງທີ III ຂຶ້ນໃນວັນທີ 12 ກັນຍາ 2018 ຢູ່ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ແລະ ພົຕ ຮ່ວງ ຊວນ ຈຽນ ຫົວໜ້າກອງບັນຊາການປ້ອງກັນຊາຍແດນ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ເຂົ້າຮ່ວມ.

ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ
ກອງປະຊຸມຮ່ວມມືຮັກສາຄວາມສະຫງົບຊາຍແດນ ລາວ-ຫວຽດນາມ ຄັ້ງທີ III

ພົຈວ ບຸນມີ ແສງຄໍາຢອງ ກ່າວວ່າ:

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລືກັນໃນຫຼາຍໜ້າວຽກ ເປັນຕົ້ນແມ່ນ ຕີລາຄາຢ່າງຮອບດ້ານ ແລະ ພາວະວິໄສກ່ຽວກັບ ສະພາບການຜົນການຮ່ວມມືລະຫວ່າງສອງຝ່າຍ ໃນ 2 ປີຜ່ານມາ ຕາມເນື້ອໃນບົດບັນທຶກຊ່ວຍຈໍາກອງປະຊຸມຮ່ວມມືຮັກສາຄວາມສະຫງົບຊາຍແດນ ລາວ-ຫວຽດນາມ ຄັ້ງທີ II ເພື່ອ ຊອກຫາບັນດາຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ, ມາດຕະການ ແລະ ຮູບການຮ່ວມມືໃນຕໍ່ໜ້າ.

ການເຊັນບົດບັນທຶກຊ່ວຍຈໍາ

ແລກປ່ຽນຂໍ້ມູນແຫຼ່ງຂ່າວກັບການເຄື່ອນໄຫວຂອງພວກກໍ່ການຮ້າຍ, ເປົ້າໝາຍຂົນສົ່ງຄ້າ-ຂາຍ ແລະ ນຳໃຊ້ອາວຸດທີ່ຜິດຕໍ່ລະບຽບກົດໝາຍ, ຄ້າຂາຍຢາເສບຕິດ, ຄ້າມະນຸດ, ລັກຂຸດຄົ້ນຊັບພະຍາກອນທໍາມະຊາດຢູ່ໃນຂອບເຂດຊາຍແດນຂອງສອງປະເທດ; ວຽກງານປະສານສົມທົບກັນສ້າງລາຍຄະດີສະເພາະ, ດໍາເນີນແຜນການວິຊາສະເພາະຕໍ່ສູ້ກັບພວກເປົ້າໝາຍລະເມີດຄວາມສະຫງົບ ດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມ ຂອບເຂດຊາຍແດນຂອງສອງປະເທດ; ບັນຫາການເຂົ້າ-ອອກເມືອງຜິດຕໍ່ລະບຽບກົດໝາຍ, ການຍົກຍ້າຍຕັ້ງພູມລໍາເນົາແບບເສລີ, ການຄຸ້ມຄອງການກວດກາດ່ານ, ການຜ່ານຊາຍແດນ, ການມອບ-ຮັບຜູ້ກະທໍາຜິດຢູ່ດ່ານ ແລະ ບັນຫາອື່ນໆອີກ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

…..

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ຮ່ວມກັນເຊັນບົດບັນທຶກຊ່ວຍຈໍາ ຕາງໜ້າຝ່າຍລາວ ໂດຍ ພົຈວ ບຸນມີ ແສງຄໍາຢອງ, ຝ່າຍຫວຽດນາມ ພົຕ ຮ່ວງ ຊວນ ຈຽນ ເພື່ອເປັນຂໍ້ມູນຫຼັກຖານໃນການຮ່ວມມືກັນຮັກສາຄວາມສະຫງົບ ຢູ່ບໍລິເວນຊາຍແດນຂອງສອງປະເທດ.

ການເຊັນບົດບັນທຶກຊ່ວຍຈໍາ