ຫ້ອງສັນຕິບານ ປກສ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ, ໃນ ອາທິດທີ່ຜ່ານມາ, ເຂົ້າຮ່ວມໂດຍ ພັທ ສຸກັນ ໄຕໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຈຳປາສັກ, ມີຄະນະພັກ, ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດພະນັກງານ-ນັກຮົບຫ້ອງສັນຕິບານ.

ພັທ ຄຳຜອງ ສິງສັກເມືອງ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ ກ່າວວ່າ: ໃນ 6 ເດືອນຜ່ານ ມາ, ຫ້ອງສັນຕິບານ ປກສ ແຂວງຈຳປາສັກ ໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວ ຄິດໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບ ຢ່າງເປັນປະຈຳ ຕິດພັນກັບການຊີ້ນຳໆພາວຽກງານ ວິຊາສະເພາະຕາມສາຍຕັ້ງໃນການເຮັດວຽກງານຮັກສາຄວາມສະຫງົບ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານ ວິຊາສະເພາະ ສາມາດກວດກາຄົນເຂົ້າເມືອງມີ 345.490 ຄົນ ຍິງ 162.880 ຄົນ, ກວດກາຄົນ ອອກເມືອງມີ 375.912 ຄົນ ຍິງ 178.570 ຄົນ, ນອກນັ້ນ ຍັງກວດກາພາຫະນະເຂົ້າມີ 46.645 ຄັນ, ກວດກາພາຫະນະອອກມີ 48.480 ຄັນ, ຕໍ່ ກັບວຽກງານດັ່ງກ່າວ ຍັງໄດ້ເອົາໃຈໃສ່ປະກອບປຶ້ມຜ່ານແດນໃຫ້ພົນລະເມືອງໄດ້ທັງໝົດ 12.490 ຫົວ, ປະກອບໃບຜ່ານແດນມີ 274 ໃບ, ໄດ້ສຸມ ໃສ່ເຮັດວຽກງານຄຸ້ມຄອງ ແລະ ກວດກາຄົນຕ່າງ ປະເທດມີທັງໝົດ 963 ຄົນ ຍິງ 262 ຄົນ, ມີ 16 ສັນຊາດ, ໄດ້ຄົ້ນຄວ້າປະກອບເອກະສານຂໍແຕ່ງ ດອງລະຫວ່າງພົນລະເມືອງລາວກັບພົນລະເມືອງຕ່າງປະເທດມີ 44 ຄົນ ຍິງ 03 ຄົນ, ມີ 11 ສັນຊາດ, ປະ ກອບເອກະສານຄົນຕ່າງປະເທດຂໍຢູ່ລາວຖາວອນ ມີ 2 ລະບົບ, ມີ 6 ຄົນ ຍິງ 4 ຄົນ, ມີ 1 ສັນຊາດ, ກວດກາຄົນຕ່າງປະເທດນຳໃຊ້ເອກະສານຖືກຕ້ອງ ມີ 318 ຄົນ ຍິງ 98 ຄົນ, ມີ 11 ສັນຊາດ, ເອກະສານບໍ່ຖືກຕ້ອງມີ 645 ຄົນ ຍິງ 164 ຄົນ, ມີ 11 ສັນຊາດ, ພ້ອມກັນນັ້ນ ຍັງໄດ້ເອົາໃຈໃສ່ກ່ຽວກັບວຽກງານຕຳຫຼວດທ່ອງທ່ຽວ ເຊິ່ງຜ່ານມາໄດ້ຮັບການແຈ້ງ ຄວາມຈາກນັກທ່ອງທ່ຽວມີທັງໝົດ 30 ຄັ້ງ, ໄດ້ເກັບ ກຳຂຶ້ນສະຖິຕິເປົ້າໝາຍຄົນຕ່າງປະເທດທີ່ມາເຄື່ອນ ໄຫວບໍ່ດີມີທັງໝົດ 137 ຄົນ ຍິງ 64 ຄົນ, ມີ 14 ສັນຊາດ, ໄດ້ດຳເນີນຄະດີຄົນຕ່າງປະເທດມີ 46 ເລື່ອງ, ມີ 56 ຄົນ ຍິງ 4 ຄົນ, ມີ 11 ສັນຊາດ, ໃນນັ້ນ ແກ້ແລ້ວ 30 ເລື່ອງ, ມີ 39 ຄົນ ຍິງ 3 ຄົນ, ພວມດຳ ເນີນມີ 16 ເລື່ອງ, ມີ 17 ຄົນ ຍິງ 1 ຄົນ.

ໃນກອງປະຊຸມ, ພັທ ສຸກັນ ໄຕໄຊຍະວົງ ໄດ້ເນັ້ນໃຫ້ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນຫ້ອງສັນຕິບານ ຈົ່ງພ້ອມກັນເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບໃຫ້ສູງໃນການປະຕິບັດໜ້າ ທີ່ວຽກງານວິຊາສະເພາະ ເປັນຕົ້ນແມ່ນການກວດກາຄົນເຂົ້າ-ອອກຢູ່ຕາມດ່ານ, ການຄຸ້ມຄອງ ແລະ ກວດກາຄົນຕ່າງປະເທດ ຕ້ອງມີລັກສະນະຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ, ທັງນີ້ກໍເພື່ອແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ.