ໃນອາທິດຜ່ານມາ, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ເປີດກອງປະຊຸມສະຫຼຸບວຽກງານວິຊາສະເພາະໃນ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ; ເປັນປະທານໂດຍ ພັທ ສຸກັນ ໄຕໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ແລະ ພັທ ບຸນຖອງ ວົງສະກຸນ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີພະນັກງານ-ນັກຮົບພາຍໃນພະແນກ ເຂົ້າຮ່ວມ.
ພັທ ສີວອນ ວົງຫາຈັກ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກ່າວວ່າ: ໃນ 6 ເດືອນຕົ້ນປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ສຶກສາອົບຮົມການເມືອງ-ແນວຄິດ-ນຳພາພະນັກງານ-ນັກຮົບ ດ້ານວິຊາສະເພາະສາມາດເຄື່ອນໄຫວເຮັດໜ້າທີ່ຕາມພາລະບົດບາດ ເຊິ່ງໄດ້ປະສານສົມທົບກັບ ປກສ ເມືອງ 9 ເມືອງ ແລະ 1 ນະຄອນ ເພື່ອກວດກາຕິດຕາມການເຮັດໜ້າທີ່ຂອງກຳລັງ ປກສ ກຸ່ມ-ປກສ ບ້ານຢູ່ພື້ນຖານແຕ່ລະເມືອງ ຕິດພັນກັບການລົງກໍ່ສ້າງຮາກຖານເຮັດໜ້າທີ່ບໍລິການຮັບໃຊ້ປະຊາຊົນໃນການຄຸ້ມຄອງສຳມະໂນຄົວ, ຄຸ້ມຄອງອາຊີບພິເສດ, ພາຫະນະພິເສດ, ກໍ່ສ້າງປັບປຸງກຳລັງ ປກສ ບໍລິການປະຊາຊົນ, ປກສ ບ້ານ ແລະ ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ຂັ້ນຮາກຖານ; ໄດ້ເອົາໃຈໃສ່ຄຸ້ມຄອງສຳມະໂນຄົວ ແລະ ຍົກຍ້າຍຖິ່ນຖານ, ທົ່ວແຂວງຈຳປາສັກ ມີຈຳນວນຄອບຄົວທັງໝົດ 123.914 ຄອບຄົວ, ມີ 121.918 ຫຼັງຄາເຮືອນ, ໃນນັ້ນ ຄອບຄົວຄົນລາວ ມີ 123.025 ຄອບຄົວ, ມີ 120.993 ຫຼັງຄາ, ມີ ຈຳນວນພົນທັງໝົດ 701.147 ຄົນ, ຍິງ 345.971 ຄົນ, ຄອບຄົວຕ່າງດ້າວມີ 889 ຄອບຄົວ, ມີ 925 ຫຼັງຄາ, ມີຈຳນວນພົນທັງໝົດ 2.551 ຄົນ ຍິງ 1.355 ຄົນ, ໃນຈຳນວນດັ່ງກ່າວນີ້ແມ່ນໄດ້ຂຶ້ນທະບຽນສຳມະໂນຄົວທັງໝົດແລ້ວ 100%, ນອກນັ້ນ ຍັງໄດ້ປັບປຸງປຶ້ມສຳມະໂນຄົວ 4.276 ຄອບຄົວ, ປ່ຽນປຶ້ ສຳມະໂນຄົວ 3.020 ຄອບຄົວ, ດັດແກ້ສຳມະໂນຄົວ 682 ຄອບຄົວ, ຈຳນວນຍ້າຍມາບໍ່ຖືກຕ້ອງມີ 90 ຄອບຄົວ, ອອກບັດປະຈຳຕົວປະຊາຊົນ 11.768 ຄົນ ຍິງ 5.839 ຄົນ, ພ້ອມນັ້ນຍັງໄດ້ເກັບກຳການເໜັງຕີງຂອງພົນລະເມືອງ ເຊິ່ງຈຳນວນຄົນເພີ່ມທັງໝົດ 537 ຄົນ ຍິງ 282 ຄົນ, ຈຳນວນຄົນຫຼຸດທັງໝົດ 227 ຄົນ ຍິງ 93 ຄົນ.

ນອກນັ້ນ, ຍັງສາມາດເກັບກຳສະຖິຕິແຂກເຂົ້າພັກໂຮງແຮມທີ່ແຂວງຄຸ້ມຄອງມີ 26.561 ຄົນ ຍິງ 8.808 ຄົນ, ຂຶ້ນສະຖິຕິບັນດາໂຮງແຮມມີ 51 ແຫ່ງ, ເຮືອນພັກ 191 ຫຼັງ, ເຮືອນໃຫ້ເຊົ່າ 260 ຫຼັງ, ຮ້ານກິນດື່ມບັນເທີງ 22 ແຫ່ງ ແລະ ບັນດາຫ້າງຮ້ານອີກຈຳນວນໜື່ງ. ຕິດພັນກັບການເຮັດວຽກງານພາຫະນະພິເສດ, ໄດ້ຂຶ້ນທະບຽນກາປະທັບໄດ້ທັງໝົດ 713 ໜ່ວຍ, ໄດ້ຂຶ້ນທະບຽນ ແລະ ປ່ຽນທະບຽນອາວຸດເສິກໄດ້ທັງໝົດ 238 ກະບອກ, ນອກຈາກນີ້ ຍັງໄດ້ເອົາໃຈໃສ່ຫັນເອົາພະນັກງານຫັນລົງກໍ່ສ້າງຮາກຖານຕາມສາຍຕັ້ງ ແນໃສ່ກໍ່ສ້າງ ແລະ ປັບປຸງການຂະຫຍາຍຕາໜ່າງກຳລັງປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານກຸ່ມ ແລະ ບ້ານ, ໂດຍຕິດພັນກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ. ຜ່ານການຈັດຕັ້ງປະຕິບັດສາມາດຮັບຮອງໄດ້ບ້ານປ້ອງກັນຄວາມສະຫງົບດີ ມີ 581 ບ້ານ, ບ້ານພັດທະນາດີ ມີ 575 ບ້ານ, ໄດ້ມອບໃບຍ້ອງຍໍໃຫ້ ປກສ ບ້ານ ມີ 533 ສະຫາຍ ແລະ ມອບ ໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບ ດີມີ 38 ບ້ານ.
ພັທ ສຸກັນ ໄຕໄຊຍະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ເຮັດໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ເຮັດໜ້າທີ່ວິຊາສະເພາະຢ່າງຫ້າວຫັນ ເພີ່ມທະວີຄວາມຮັບຜິດຊອບໃຫ້ສູງ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ-ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.