ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພົອ ວົງ ປິເຊນ ຜູ້ບັນຊາການທະຫານສູງສຸດກອງທັບ ແຫ່ງຣາຊາອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ວັນທີ 19 ກັນຍາ 2018 ທີ່ສໍານັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 19-21 ກັນຍາ 2018.

ສປປ ລາວ ຕ້ອນຮັບການຢ້ຽມຂໍ່ານັບຂອງ ຣາຊາອະນາຈັກກຳປູເຈຍ

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ພົອ ວົງ ປິເຊນ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສໍາຄັນ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງຊາດ ລາວ-ກໍາປູເຈຍ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນແລະກັນຕະຫຼອດໄປ.

ການທັກທາຍສະບາຍດີເຊິ່ງກັນແລະກັນ

ໂດຍສະເພາະແມ່ນ ການພົວພັນຮ່ວມມືວຽກງານຊາຍແດນຂອງສອງປະເທດ ໃຫ້ມີຄວາມສະຫງົບ-ປອດໄພ ແລະ ອໍານວຍຄວາມສະດວກໃຫ້ແກ່ການໄປ-ມາຫາສູ່ກັນຂອງປະຊາຊົນສອງປະເທດ.

ການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນ
ຄະນະນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ໃນໂອກາດນີ້, ທ່ານ ພົອ ວົງ ປິເຊນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫຼະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບຕື່ມອີກ.

ຄະນະຜູ້ບັນຊາການທະຫານສູງສຸດກອງທັບ ແຫ່ງຣາຊາອານາຈັກກຳປູເຈຍ